spot_img
Homeຂ່າວການພັດທະນາສະພາຮັບຮອງເອົາຮ່າງກົດໝາຍ ວ່າດ້ວຍການຕ້ານການຄ້າມະນຸດ

ສະພາຮັບຮອງເອົາຮ່າງກົດໝາຍ ວ່າດ້ວຍການຕ້ານການຄ້າມະນຸດ

Published on

4-1

ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ​ໄດ້​ຮັບຮອງ​ເອົາ​ຮ່າງ​ກົດໝາຍວ່າ ດ້ວຍການ​ຕ້ານ​ການ​ຄ້າ​ມະນຸດ, ຫຼັງ​ຈາກ​ທີ່​ພ້ອມ​ກັນ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໃສ່​ຮ່າງ ກົດໝາຍ​ດັ່ງ ກ່າວ​ເພື່ອ​ເຮັດ​ໃຫ້​ເນື້ອ​ໃນ​ຮັດກຸມ ​ແລະ ອຸດົມສົມບູນຂຶ້ນ​ເພາະ​ການ​ຄ້າ​ມະນຸດ​ໄດ້​ລະ​ເມີດ​ສິດທິ​ພື້ນຖານ​ຂອງ​ພົນລະ​ເມືອງ​ລາວ, ດັ່ງນັ້ນຈຶ່ງຈຳ​ເປັນ​ຕ້ອງ​ມີ​ກົດໝາຍ​ດັ່ງ ກ່າວ​ ເພື່ອ​ລົງ​ໂທດ​ຜູ້​ກະທຳ​ຜິດ.
ກອງ​ປະຊຸມ​ສະ​ໄໝ​ສາ ມັນ​ເທື່ອທີ 10 ຂອງ​ສະພາ​ແຫ່ງຊາດ ຊຸດ​ທີ 7 ​ໄດ້​ດຳ​ເນີນ​ມາ​ເປັນ​ມື້ທີ 9, ວັນ​ທີ 17 ທັນວາ ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ ທ່ານ ດຣ. ​ໄຊ​ສົມ​ພອນ ພົມວິຫານ ຮອງ​ປະທານ​ສະ ພາ​ແຫ່ງ​ຊາດ.
ກອງ​ປະຊຸມ​ໄດ້​ຮັບ​ຟັງ​ ການສະ​ເໜີ​ຮ່າງ​ກົດໝາຍ​ວ່າ​ດ້ວຍການ​ຄ້າມະ​ນຸດ ຊຶ່ງ​ເປັນ ກົດ​ໝາຍ​ໃໝ່ ​ໂດຍ ທ່ານ ພົນ​ຕີ ສົມ​ແກ້ວ ສີ​ລາ​ວົງ ລັດ​ຖະມົນຕີວ່າການ​ກະຊວງ​ປ້ອງ​ກັນ ​ຄວາມ​ສະ​ຫງົບ, ປະຈຸ​ບັນ​ການ ຄ້າມ​ະນຸດ ​ໄດ້​ກາຍ​ເປັນ​ບັນ​ຫາ ທີ່​ມີ​ລັກສະນະ​ການ​ເມືອງ ​ເພາະ​ການ​ຄ້າ​ມະນຸ​ດ​ໄດ້​ລະ ​ເມີ​ດສິດທິ​ພື້ນຖານ​ຂອງ​ພົນລະ​ເມືອງ​ຕາມ ທີ່​ໄດ້​ກຳນົດ ​ໄວ້​ໃນ​ ລັດຖະທຳ​ມະນູນ ​ແລະ ກົດ ໝາຍຂອງ​ແຕ່ລະ​ປະ​ເທດກໍ​ຄື ສົນທິສັນຍາ​ສາກົນເພາະມັນ​ ໄດ້​ສ້າງ​ຄວາມ​ເສຍ​ຫາຍໂດຍ ກົງ​ຕໍ່​ຊີວິດ, ສຸຂະພາບ​ຈິດໃຈ, ກຽດ​ສັກ​ສີ ​ແລະ ອິດ​ສະລະ  ພາບ​ຂອງ​ຄົນ ທັງ​ສົ່ງ​ຜົນ ​ກະທົບ ຕໍ່​ການ​ພັດທະນາ​ ເສດຖະກິດ-​ສັງຄົມ, ສະຖຽນ​ລະ​ພາບ ​ແລະ ຄວາມ ໝັ້ນຄົງ​ຂອງ​​ຊາດ. ປະຈຸ​ບັນ ສປປ ລາວ ​ມີເສດຖະກິດ, ວັດ​ຖະນະ​ທຳ – ​ສັງຄົມພວມ​ຂະຫຍາຍຕົວຢ່າງ​ຕໍ່​ເນື່ອງພ້ອມກັບການ​ຂະ​ຫຍາ​ຍຕົວ​ທາງ​ດ້ານ​ເສດ​ຖະກິດ-​ສັງຄົມ​ຂອງ ພາກພື້ນ ​ແລະ ສາກົນ​ເຮັດ​ໃຫ້ ການ​ເຄື່ອນ​ຍ້າຍ​ແຮງ​ງານ ​ຈາກ ສປປ ລາວ ​ໄປ​ຕ່າງປະ​ເທດ, ຈາກ​ຕ່າງປະ​ເທດ​ມາ​ປະ​ເທດລາວ, ຍ້ອນ​ແນວ​ນັ້ນ​ເພື່ອ​ຮັບ ປະກັນ​ໃຫ້ການ​ເຄື່ອນ​ໄຫວ​ວຽກງານ​ຕ້ານ​ການ​ຄ້າ​ມະນຸດມີ​ຄວາມ​ເປັນ​ເອກະ ​ພາບ ​ແຕ່​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ ​ແລະ ສອດ​ຄ່ອງ​ກັບ​ສົນທິສັນຍາທີ່ ສ ປປ ລາວ ​ເປັນ​ພາຄີ. ​ເພື່ອ​ເຮັດ​ໃຫ້​ສອດຄ່ອງ​ກັບ​ສະພາບ​ຄວາມ​ເປັນ​ຈິງ​ສົມ​ຄູ່​ກັບ​ໜ້າ​ທີ່ ການ​ເມືອງ​ ໃນ​ໄລຍະ​ໃຫມ່ ​ແລະ ​ເພື່ອ​ຮັບປະກັນ​ໃຫ້​ວຽກງານສະກັດ​ກັ້ນ ​ແລະ ຕ້ານການ​ຄ້າ​ມະນຸດ​ມີ​ຄວາມໜັກ​ແໜ້ນ ​ເຂັ້ມ​ແຂງ​ຮອບດ້ານ​ເທື່ອ​ລະກ້າວ, ຮ່າງ​ກົດໝາຍ​ວ່າ​ດ້ວຍການ​ ຕ້ານ​ການ​ຄ້າ​ມະນຸດ​ປະກອບ​ມີ 9 ພາກ, 12 ໜວດ, 89 ມາດຕາ.
ຫຼັງ​ຈາກ​ນັ້ນບັນດາ ສສຊ ​ໄດ້​ພ້ອມ​ກັນ​ຄົ້ນຄວ້າ ​ແລະ ປະກອບຄຳ​ຄິດ​ຄຳ​ເຫັນ​ໃສ່​ຮ່າງກົດໝາຍ​ເພື່ອ​ໃຫ້​ເນື້ອ​ໃນ​ຈະ​ແຈ້ງ, ຮັດກຸມ, ຄົບ​ຖ້ວນ ​ແລະ ສົມບູນ, ຖ້າ​ຫາກ​ວ່າ​ກົດ ໝາຍສະບັບ​ນີ້ຖືກ​ຮັບຮອງ ​ແລະ ປະກາດ​ໃຊ້​ຢ່າງ​ເປັນ​ທາງ​ການ​ແລ້ວ ຈະ​ເປັນ​ພື້ນຖານ​ທີ່​ສຳຄັນ​ໃນ​ການ​ຮັບປະກັນ​ຄວາມ​ສະ ຫງົບ​ທາງ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະບຽບ ຮຽບຮ້ອຍ ​ໃນ​ສັງຄົມ ​ເຮັດ​ໃຫ້ການ​ພັດທະນາ​ເສດຖະກິດ – ​ສັງຄົມ ​ແຫ່ງ ຊາດ​ຂອງ ສປປ ລາວ ມີ​ການຂະຫຍາຍຕົວ, ​ເປັນ​ບ່ອນ​ອີງ ພື້ນຖານ​ໃນ​ການ​ເຄື່ອນ​ໄຫວ​ປະຕິບັດ​ ໜ້າ​ທີ່​ວຽກ​ງານ​ສະກັດກັ້ນ ​ແລະ ຕ້ານ​ການ​ຄ້າ​ມະນຸດ​ເຮັດ​ໃຫ້​ວຽກ​ງານ​ດັ່ງ​ກ່າວ​ມີ​ຄວາມ​ເຂັ້ມງວດ, ​ເພື່ອ​ຍົກ​ສູງ ພາລະ​ບົດບາດ, ໜ້າ​ທີ່ ​ແລະ ຂອບ​ເຂດ​ສິດ​ຂອງ​ກະຊວງ ປ້ອງ​ກັນ​ຄວາມ​ສະຫງົບ, ກົມກອງ​ອ້ອມ​ຂ້າງ​ກະຊວງ​ກອງ ບັນຊາ​ການ ປກສ ​ແຂວງ, ນະຄອນຫຼວງ ​ແລະ ​ເມືອງໃນ​ ທົ່ວປະ​ເທດ ​ແລະ ຂະ​ແໜງ ການ​ອື່ນໆ​ທີ່​ກ່ຽວ ຂ້ອງ​ເຮັດ ໃຫ້ການ​ເຄື່ອນໄຫວ​ປະຕິບັດໜ້າ ​ທີ່ວຽກ​ງານວິຊາ​ສະ​ເພາະຂອງ ​ແຕ່​ລະພາກສ່ວນມີ​ຄວາມໜັກ​ແໜ້ນຂຶ້ນຕື່ມ, ​ເປັນ​ການປຸກລະດົມ​ໃຫ້ສັງຄົມ​ເປັນ​ເຈົ້າການ ​ໃນ​ການ ປະກອບ ສ່ວນຮ່ວມມື​ ເຂົ້າ​ໃນວຽກ​ງານ​ສະກັດ​ກັ້ນ ​ແລະ ຕ້ານ​ການ​ຄ້າ​ມະນຸດ ​ເພື່ອ​ໃຫ້​ສັງຄົມມີ​ຄວາມ​ສະຫງົບ​ປອດ​ໄພ ​ແລະ ມີ​ຄວາມ​ເປັນ ​ລະບຽບ​ຮຽບຮ້ອຍ. ຕອນບ່າຍ​ ສະພາ ​ໄດ້​ເປັນ​ເອກະສັນຮັບ ຮອງເອົາຮ່າງ​ກົດໝາຍ​ດັ່ງກ່າວ​ ດ້ວຍ​ຄະ​ແນນ​ສຽງ​ສ່ວນ​ຫຼາຍ.

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...