spot_img
Homeຂ່າວເຫດການມຊ ຫວນຄືນຊີວິດ ແລະ ພາລະກິດ ປະທານ ໄກສອນ ພົມວິຫານ

ມຊ ຫວນຄືນຊີວິດ ແລະ ພາລະກິດ ປະທານ ໄກສອນ ພົມວິຫານ

Published on

1-1

ຄະນະເສດຖະສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດປາຖະກະຖາ ລະນຶກວັນ ຊາດທີ 2 ທັນວາ ຄົບຮອບ 40 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ  ຄົບຮອບ 95 ປີ ຂຶ້ນ ເມື່ອວັນທີ 14 ທັນວາຜ່ານມາ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຊຶ່ງມີທ່ານ ອະທິ ການບໍດີ, ບັນດາຮອງອະທິການບໍດີ, ບັນດາຜູ້ຕາງໜ້າຄະນະວິຊາ, ຜູ້ບໍລິຫານການສຶກສາ ແລະ ຕາງໜ້ານັກສຶກສາເຂົ້າຮ່ວມ.
ໂອກາດນີ້ ທ່ານ ສົມສະຫວາດ  ເລັ່ງສະຫວັດ ໄດ້ໃຫ້ກຽດປາ ຖະກະຖາກ່ຽວກັບຊີວິດ ແລະ ພາລະກິດຂອງປະທານ ໄກສອນ ພົມວິຫານຊຶ່ງທ່ານໄດ້ຍົກໃຫ້ເຫັນ ຄວາມເປັນຜູ້ນຳຂອງເພິ່ນທີ່ ແຕກຕ່າງກັບຜູ້ນຳອື່ນໆໃນໂລກໂດຍສະເພາະເປັນຜູ້ນຳທີ່ມີຄຸນງາມຄວາມດີໃນການນຳພາຕໍ່ສູ້ປົດປ່ອຍຊາດສຳເລັດຜົນ ແລະ ນຳພາສ້າງສາພັດ ທະນາປະເທດຊາດຕາມເສັ້ນ ທາງສັງຄົມນິຍົມ. ອັນພົ້ນເດັ່ນ ແມ່ນທ່ານເປັນຜູ້ສ້າງຕັ້ງກອງທັບ ກໍ່ຄືກອງລາດຊະວົງ, ເປັນຜູ້ສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ, ນຳພາສະຖາປະນາ ສປປ ລາວ ແລະ ເປັນ ຜູ້ລິເລີ່ມນຳພາພາລະກິດປ່ຽນ ແປງໃໝ່ຮອບດ້ານ ແລະ ມີຫຼັກການ. ພ້ອມນີ້, ທ່ານຮອງ ນາຍົກລັດຖະມົນຕີ ຍັງໄດ້ຍົກ ໃຫ້ເຫັນນ້ຳໃຈຮັກຊາດອັນດູດດື່ມ, ນ້ຳໃຈປະຕິວັດເຖິງຖອງ ສຸດກົກສຸດປາຍ, ຄວາມເປັນ ແບບຢ່າງໃນການຄົ້ນຄວ້າຮ່ຳຮຽນ, ຄວາມຊື່ສັດບໍລິສຸດຕໍ່ປະເທດຊາດຂອງ ປະທານ ໄກສອນ ພົມວິຫານ, ບົດຮຽນໃນການຍາດແຍ່ງກຳລັງແຮງຈາກພາຍນອກ ເພື່ອເພີ່ມທະວີກຳລັງແຮງ ພາຍ ໃນໃຫ້ກາຍເປັນ ກຳລັງແຮງສັງລວມຊຶ່ງກ່ອນອື່ນໝົດ ແມ່ນການເສີມຂະຫຍາຍປັດໄຈຊາດ-ປັດໄຈພາຍ ໃນຄວາມເປັນເຈົ້າ ຫຼື ທີ່ເອີ້ນວ່າເພິ່ງຕົນ ເອງ-ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ. ນອກຈາກນີ້, ຍັງມີຄວາມເປັນແບບຢ່າງ ຂອງການບໍລິຫານ ແລະ ຄຸນສົມບັດສິນທຳປະຕິວັດທີ່ທຸກ ຄົນຕ້ອງໄດ້ເອົາໃຈໃສ່ ຮຽນຮູ້.

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...