spot_img
Homeຂ່າວພາຍ​ໃນດອທມຸນດ໌ ບຸກຍິງ ເອົາສ໌ບວກ ໃນບານເຕະ ເດເອຟເບ ໂພຄານ

ດອທມຸນດ໌ ບຸກຍິງ ເອົາສ໌ບວກ ໃນບານເຕະ ເດເອຟເບ ໂພຄານ

Published on

ການແຂ່ງຂັນບານເຕະ ເດເອຟເບ ໂພຄານ ຮອບ 16 ທີມສຸດທ້າຍ ເອົາສ໌ບວກ ເປີດສະໜາມ WWK ອາລີນາ ຕ້ອນຮັບການມາເຢືອນຂອງ ໂບຣຸສເຊຍ ດອທມຸນດ໌ ໂດຍເກມນັດນີ້ ມາລ໌ຄຸດ ໄວນ໌ຊຽວ ຄູເຝິກ ເຈົ້າຖີ່ນ ຝາກຄວາມຫວັງໃນແນວບຸກໄວ້ທີ່ສອງແຄ່ງເກົາຫລີໃຕ້ ຈີ ດອງ ວອນ ກັບ ຄູ ຈາ ໂຊ ລວມເຖິງກອງໜ້າ ລາອູນ ໂບບາດີຢາ

ດ້ານທີມເຢືອນຂອງ ໂທມັສ ທູເຄີລ ຕ້ອງຂາດຕົວສຳຄັນເຊັ່ນ ມາລ໌ໂກ ລອຍສ໌ ທີ່ບາດເຈັບແລະໜ້າຈະໝົດສິດລົງຫຼີ້ນນທຸກນັດທີ່ເຫຼືອໃນປີ 2015 ສ່ວນຄົນອື່ນໆຍັງເປັນຊຸດເດີມຈາກນັດກ່ອນໃນລີກທີ່ຖະຫຼົ່ມແຟລງຄ໌ ເຟິລ໌ຕ 4-1

ຜົນການເເຂ່ງຂັນປະກົດວ່າ ເຄີ່ງເວລາທຳອິດຮູບເກມສູສີ ເຖິງວ່າ ດອທມຸນດ໌ ຈະເປັນຝ່າຍຄອງບານໄດ້ຫຼາຍກວ່າ ເຮັດໃຫ້ຍັງສະເໝີກັນຢູ່ທີ່ 0-0 ຂະນະທີ່ເຄີ່ງເວລາທີ 2 ໃນນາທີ 61 ປິແອລ໌ ເອເມີລິກ ໂອບາເມຍອງ ຍິງໃຫ້ ດອທມຸນດ໌ ຂຶ້ນນຳ 1-0 ປະຕູ ຈາກນັ້ນອີກ 5 ນາທີເທົ່ານັ້ນ ທີມເຢືອນ ເພີ່ມລູກທີ 2 ໄດ້ຈາກ ຣາກເນີລ໌ ຄາວານ ຊ່ວຍໃຫ້ທີມບຸກຂື້ນນຳຫ່າງເພີ່ມເປັນ 2-0 ປະຕູ ຫຼັງຈາກນັ້ນບໍ່ມີປະຕູເກີດຂຶ້ນເພິ່ມອີກ ເຮັດໃຫ້ສຸດທ້າຍຈົບເກມເປັນໂບຣຸສເຊຍ ດອທມຸນດ໌ ທີ່ບຸກຢ້ຳແຄ້ນເອົາຊະນະໄປ 2-0 ປະຕູ ຜ່ານເຂົ້າສູ່ຮອບ 8 ທີມສຸດທ້າຍການແຂ່ງຂັນ ເດເອຟເບ ໂພຄານ ໄດ້ສຳເລັດ

665733-01

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...