Homeຂ່າວຕ່າງປະເທດການສົ່ງອອກ ສິນຄ້າ ຂອງ ຫວຽດນາມ ເພີ່ມຂຶ້ນ

ການສົ່ງອອກ ສິນຄ້າ ຂອງ ຫວຽດນາມ ເພີ່ມຂຶ້ນ

Published on

Untitled-1 400

ຂປລ. ​ຂ່າວສານ​ ຫວຽດນາມ, ​ເຈົ້າໜ້າ​ທ່ີ ຫ້ອງການ​ ອຸດສາຫະກຳ​ ການ​ຄ້າ ຫວຽດນາມ, ການ​ສົ່ງ​ອອກ​ ສິນຄ້າ ຂອງ ນະຄອນຫລວງ ​ຮ່າ​ໂນ້ຍ ສືບ​ຕໍ່ ​ເພີ່ມ​ຂຶ້ນ​ ຢ່າງ​ຕໍ່​ເນື່ອງ ​ໃນ​ໄລຍະ ​ເດືອນ 5-8 ປີ 2015, ​ເຖິງ​ຢ່າງ​ ໃດ​ກໍ​ຕາມ, ການ​ສົ່ງ​ອອກ​ ດັ່ງກ່າວ ກໍ​ຍັງ​ຢູ່ ​ໃນ​ລະດັບ ຕ່່ຳ ​ເມື່ອ​ທຽບ​ໃສ່ ​​ເປົ້າ​ໝາຍຂອງ ແຜນການ​ ປີ 2015 ກຳນົດ​ໄວ້ 8-9%.

ບັນດາ ​ສິນຄ້າ ສົ່ງ​ອອກ ​ຕົ້ນຕໍ ​ໄປ​ຕ່າງ ປະ​ເທດ​ ແມ່ນ ​ຂະ​ແໜງ​ ​ເສື້ອ​ຜ້າ​ ອາພອນ ​ເພີ່ມ​ຂຶ້ນ 15,3%, ຜະລິດ​ຕະພັນ ​​ເກີບ  ​ແລະ ອື່ນໆ ​ເມື່ອ​ທຽບ​ໃສ່ ​ປີຜ່ານມາ. ຮ່າ​ໂນ້ຍ ຖື​ເປັນ ​ເຂ​ດ ທ່ີ​ມີ​ ການ​ລົງທຶນ​ ຕ່າງປະ​ເທດ (FDI) ບັນລຸ 5.052 ລ້ານ​ໂດ​ລາ​ ສະຫະລັດ, ກວມ​ເອົາ 49,5% ຂອງ ຍອດ​ມູູນຄ່າ ການ​ສົ່ງ​ອອກ ສິນຄ້າ​ ໃນ​ທົ່ວ​ ນະຄອນ​ ຫລວງຮ່າ​ໂນ້ຍ, ​ເພີ່ມ​ຂຶ້ນ 3,8% ​ເມື່ອ​ທຽບ​ໃສ່ ປີ 2014./.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ສານປະຊາຊົນນ ນວ ຕັດສິນອະດີດພະນັກງານທະນາຄານ 10 ຄົນ ໃນຄະດີສໍ້ລາດບັງຫຼວງ ແລະ ຟອກເງິນ

ໃນຕອນເຊົ້າຂອງວັນທີ 8 ກັນຍາ 2026, ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ພິຈາລະນາ ແລະ ຕັດສິນຄະດີອາຍາຮ້າຍແຮງ ກ່ຽວກັບການສໍ້ລາດບັງຫຼວງ ແລະ ຟອກເງິນ ຈຳນວນ 2...

1,783 ລ້ານບາດ! ໄທ ອະນຸມັດ 1,700 ລ້ານ ໃຫ້ລາວກູ້ຢືມສ້າງຂົວຂ້າມນໍ້າຂອງແຫ່ງໃໝ່ ຫຼວງພະບາງເງິນຊ່ວຍເຫຼືອລ້າ (30%)-ຊຽງແມນ

ວັນທີ 8 ກັນຍາ 2026, ທີ່ປະຊຸມຄະນະຮັດຖະມົນຕີ (ຄຣມ.) ຂອງໄທ ໄດ້ມີມະຕິເຫັນດີອະນຸມັດໃຫ້ຄວາມຊ່ວຍເຫຼືອທາງດ້ານການເງິນແກ່ ສປປ ລາວ ໃນໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ເຊື່ອມຕໍ່ລະຫວ່າງ ບ້ານຊຽງແມນ (ເມືອງຈອມເພັດ)...

ຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ ກອງທັບປົດປ່ອຍປະຊາຊົນຈີນ ເດີນທາງຮອດນະຄອນຫຼວງວຽງຈັນ

ຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ 2026 ກອງທັບປົດປ່ອຍປະຊາຊົນຈີນ ເຊິ່ງນໍາໂດຍ ສະຫາຍ ພັນເອກ ຊົ່ງ ໄສຜິງ ຮອງອຳນວຍການໂຮງໝໍ ເລກ 2 ມະຫາວິທະຍາໄລການແພດກອງທັບບົກ, ຫົວໜ້າກອງແພດລົດໄຟເສນາຮັກ...