spot_img
Homeຂ່າວການພັດທະນາຫວຽດນາມຊ່ວຍເຫລືອ ກໍ່ສ້າງສະຖານີວິທະຍຸ ແລະ ໂທລະພາບເຂດ ຢູ່ແຂວງສະຫວັນນະເຂດ

ຫວຽດນາມຊ່ວຍເຫລືອ ກໍ່ສ້າງສະຖານີວິທະຍຸ ແລະ ໂທລະພາບເຂດ ຢູ່ແຂວງສະຫວັນນະເຂດ

Published on

Untitled-1 tv savannakhet 1

ຂປລ. ​ໃນ​ວັນ​ທີ 12 ທັນວາ 2015 ນີ້​ ​ໄດ້​ຈັດພິທີ​ວາງ​ສີ​ລາ​ເລີກ​ ກໍ່ສ້າງ​ສະ​ຖານີ​ວິທະຍຸ ​ແລະ ໂທລະພາບ​ເຂດ ຢູ່​ເມືອງ​ພະ​ລາ​ນ​ໄຊ ​ແຂວງ​ສະຫວັນນະ​ເຂດ ​​ໂດຍ​ໃຫ້​ກຽດ​ເຂົ້າຮ່ວມຂອງ ​ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ຜູ້​ຊີ້​ນໍາ​ວຽກ​ງານ​ເສດຖະກິດ​ການ​ຜະລິດ ​ແລະ ຈໍລະ​ຈອນ, ທ່ານ ສົມ​ດີ ດວງ​ດີ ລັດຖະມົນຕີ​ວ່າການ​ກະຊວງ​ແຜນການ ​ແລະ ການ​ລົງທຶນ, ທ່ານ ບຸ່ຍ​ກວາງວິ​ງ ລັດຖະມົນຕີ​ວ່າການ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ສສ ຫວຽດນາມ, ທ່ານ ດຣ. ສຸພັນ ​ແກ້ວ​ມີ​ໄຊ ​ເຈົ້າ​ແຂວງໆ​ສະຫວັນ​ນະ​ເຂດ, ມີ​ບັນດາຮອງ​ເຈົ້າ​ແຂວງ, ລັດຖະມົນຕີ​ວ່າການ, ຊ່ວຍ​ວ່າການ​ ພ້ອມ​ດ້ວຍ​ພະນັກງານ​ກ່ຽວ​ຂ້ອງ​ຂ​ອງ ສປປ ລາວ ​ແລະ ສສ ຫວຽດນາມ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.

ທ່ານ ສະຫວັນ​ຄອນ ຣາ​ຊມຸນຕີ ລັດຖະມົນຕີ​ຊ່ວຍ​ວ່າການ ​ກະຊວງ​ຖະ​ແຫລ​ງຂ່າວ ວັດທະນະ​ທໍາ ​ແລະ ທ່ອງ​ທ່ຽວ​ ​ໄດ້​ກ່າວ​ລະຫວ່າງ ​ພິທີ​ວາງ​ສີ​ລາ​ເລີກ​ວ່າ: ​ ​ໂຄງການ​ກໍ່ສ້າງສະຖານີ​ຖ່າຍ​ທອດ​ວິທະຍຸ ​ແລະ ​ໂທລະພາບ ​ເຂດ​ເປັນ​​ໂຄງການຮ່ວມມື​ຊ່ວຍ​ເຫລືອ​ຂອງ​ລັດຖະບານ ສສ ຫວຽດນາມ ຍາມ​ໃດ​ກໍ​ໄດ້​ເອົາ​ໃຈ​ໃສ່​ຊ່ວຍ​ເຫລືອ ​ໃຫ້​ແກ່​ລັດຖະບານ​ ​ແລະ ປະຊາຊົນ​ລາວ​ຕະຫລອດ​ມາ, ສະຖານີ​ແຫ່ງ​ນີ້ ​ແມ່ນ​ໜຶ່ງ​ໃນ 4 ​ສະຖານີ​ວິທະຍຸ ​ແລະ ​ໂທລະພາບຮ່ວມມື​ ລາວ-ຫວຽດນາມ​  ​ເຊິ່ງ​ໄດ້​ເລີ່​ມປະຕິບັດ​ໂຄງການ ​ມາ​ແຕ່​ ປີ2009  ​ໄດ້​ສໍາ​ເລັດ​ກໍ​ສ້າງ ​ແລະ ​ເປີດ​ນໍາ​ໃຊ້​ເປັນ​ທາງ​ການ​ແລ້ວ 2 ​ແຫ່ງ​ຄື ​ຢູ່​ແຂວງ​ຫລວງ​ພະ​ບາງ ​ແລະ ຈໍາປາ​ສັກ ສ່ວນ​ແຫ່ງ​ທີ່ 3 ​ແມ່ນ​ຢູ່​ແຂວງ​ອຸດົມ​ໄຊ ​ແລະ ການ ​ກໍ່ສ້າງ​ໄກ້​ຈະ​ສໍາ​ເລັດ​ແລ້ວ​ຄາດ​ວ່າ​ຈະ​ເປີດ​ນໍາ​ໃຊ້​ໃນ​ທ້າຍ​ປີ​ນີ້  ​ໂຄງການ​ກໍ່ສ້າງ​ສະຖານີ​ວິທະຍຸ ​ແລະ ​ໂທລະພາບ​ເຂດ​ທີ່​ເມືອງ​ພະ​ລານ​ໄຊ, ​ແຂວງ​ສະຫວັນ​ນະ​ເຂດ​ນີ້ ​ເປັນ​ແຫ່ງ​ທີ 4 ​ເມື່ອ​ສໍາ​ເລັດ​ການ​ກໍ່ສ້າງຈະ​ເຮັດ​ໃຫ້ການ​​ແຜ່​ກະຈາຍ​ສັນຍານ​ວິທະນຸກວມ​ ເຖິງ 95% ​ແລະ ຄື້ນ​ໂທລະພາບ​ພາກ​ພື້ນ​ດິນ​ ໃນ​ປະ​ເທດ​ເຮົາ​ກວມ 85% ຂອງ​ພື້ນ​ທີ່​ທົ່ວ​ປະ​ເທດ ​​ເຊິ່ງຈະ​ເປັນ​ບ່ອນ​ນໍາ​ຂໍ້​ມູນ​ຂ່າວສານ​ທາງ​ສະຖານີ​ວິທະຍຸ ​ແລະ ​ໂທລະພາບ​ລົງ​ພື້ນຖານ​ຂອງ​ປະຊາຊົນ​ລາວ​ບັນດາ​ເຜົ່າ ​ພາຍ​ໃນ ​ແລະ ບັນດາ​ແຂວງ​ໄກ້​ຄຽງ​ໄດ້ຮັບ​ຮູ້​ແນວທາງ​ນະ​ໂຍບາຍ​ຂອງ​ພັກ, ລະບຽບ​ກົດໝາຍ​ຂອງ​ລັດ ​ແລະ ຂໍ້​ມູນ​ຂ່າວສານ ສາລະ​ໜ້າ​ຮູ້​ຕ່າງໆ​ໄດ້​ຢ່າງ​ວອງ​ໄວ ​ແລະ ຊັດ​ເຈນ​ຂຶ້ນ ທັງ​ ເປັນ​ເວທີ​ສົ່ງ​ເສີມ​ຊຸກຍູ້ການ​ພົວພັນ​ຮ່ວມ​ມື​ແບບ​ພິ​ເສດ​ຮອບດ້ານ ລະຫວ່າງ ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດ​ລາວ-ຫວຽດນາມ​ອັນ​ເປັນ​ມູນ​ເຊື້ອ ​ໃຫ້​ນັບ​ມື້​ແຕດກດອກ​ອອກ​ຜົນ​ຂຶ້ນ​ເລື້ອຍໆ ​ໂຄງການ​ກໍ່ສ້າງ​ສະຖານີ​ວິທະຍຸ ​ແລະ ​ໂທລະພາບ​ເຂດ​​ທີ່​ເມືອງ​ທ່າ​ພະ​ລານ​ໄຊ ​ແຂວງ​ສະຫວັນ​ນະ​ເຂດ​ນີ້ ​ມີ​ມູນ​ຄ່າ 116​.807 ຕື້​ດົງ (ສະກຸນ​ເງີ​ນຫວຽດນາມ) .

​ໃນ​ໂອກາດ​ນີ້ ທ່ານ ສະຫວັນ​ຄອນ ຮາ​ຊມຸນຕີ ​ໄດ້ສະ​ ແດງ​ຄວາມ​ຮູ້​ບຸນຄຸນ​​ຂອບ​ໃຈ​ເປັນ​ຢ່າງ​ສູງ​ຕໍ່​ພັກ-ລັດ ​ແລະ ປະຊາຊົນ​ຫວຽດນາມ​ອ້າຍ​ນ້ອງ ​ໂດຍ​ສະ​ເພາະ​ຢ່າງ​ຍິງ​ແມ່ນ​ວິທະຍຸ​ກະຈາຍສຽງ ແຫ່ງຊາດ​ ຫວຽດນາມ​ທີ່​ໄດ້​ໃຫ້ການ​ຊ່ວຍ​ເຫລືອ​ອັນ​ລໍ້າ​ຄ່າ​ ໃຫ້​ແກ່ ສປປ ລາວ ພ້ອມ​ທັງ​ໄດ້​ຮຽກຮ້ອງ​ໃຫ້​ທຸກ​ພາກສ່ວນ​ອໍານາດ​ການ​ປົກຄອງ​ແຕ່ລະ​ຂັ້ນ ກໍ​ຄື​ ພໍ່​ແມ່​ປະຊາຊົນ​ເມືອງ​ພະ​ລານ​ໄຊ​ທຸກ​ຄົນ​ຈົງ​ເອົາ​ໃຈ​ໃສ່​ປົກ​ປັກ​ຮັກສາ ​ແລະ ນໍາ​ໃຊ້​ສະຖານີ​ດັ່ງກ່າວ​ໃຫ້​ມີ​ຄວາມ​ຍືນ​ຍົງ, ມີ​ປະສິດທິ​ຜົນ​ສູງ ​ແລະ ຊົມ​ໃຊ້​ສະຖານີ​ແຫ່ງ​ນີ້​ ໃຫ້​ເກີດ​ປະ​​ໂຫຍ​ດສູງ​ສຸດ.

ໂຄງການ​ກໍ່ສ້າງ​ສະຖານີ​ວິທະຍຸ ​ແລະ ​ໂທລະພາບ​ເຂດ​ແຫ່ງ​ນີ້ ປະກອບ ​ມີ​ເສົາ​ສັນຍານ​ສູງ 135 ​ແມັດ, ຕືກອາຄານ​ຕັ້ງ​ເຄື່ອງ​ຈັກ​ສົ່ງ​ສັນຍານ, ອາຄານ​ຫ້ອງການ, ອາຄານ​ຫໍ​ພັກ​ພະນັກງານ, ສະຖາ​ທີ່​ຈອດ​ລົດ, ​ເປົ້າ​ຍາມ, ປະ​ໂຕ​ໂຂງ​, ກໍາ ​ແພງ​ອ້ອມ​ຮອບ​ສະຖານີ, ລະບົບ​ໂຄງ​ລ່າງ, ປູ​ພື້ນ, ລະບົບ​ໄຟຟ້າ, ລະບົບ​ຮອງ​ລະບາຍ​ນ້ຳ, ສະໜາມ​ສວ​ນດອກ​ໄມ້, ​ເສັ້ນທາງ​ເຂົ້າ​ສະຖານີ ​ແລະ ລະບົບ ​ເສັ້ນທາງ​ພາຍ​ໃນ, ໝໍ້​ແປງ​ໄຟ, ລະບົບ​ກັນ​ຟ້າຜ່າ​, ສາຍ​ໄຟ​ຂະໜາດ​ກາງ​ຕໍ່​ກັບ​ສາຍ​ໄຟ​ຫລວງ​ແຫ່ງ​ຊາດ, ອ່າງ​ນ້ຳ​ໃຕ້​ດິນ, ນ້ຳ​ປະປາ, ຖັງ​ນ້ຳ, ລະບົບ​ໄຟ​ດັບ​ເພີງ ​ແລະ ອື່ນໆ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຮູ້ຫຼືບໍ່? ທີ່ໄປທີ່ມາຂອງຊື່ຂອງພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່

ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່ ມາຮູ້ຄຳຕອບມື້ນີ້ ພາຍຸວິພາ, ພາຍຸຄາຈິກິ ໄດ້ມາຈາກໃສ ໃນໄລຍະນີ້ເຫັນວ່າມີພາຍຸກໍ່ໂຕຂຶ້ນມາຕະຫຼອດ ແລະມີຫຼາຍຄົນອາດຈະສົງໃສວ່າ ໃນການຕັ້ງຊື່ພາຍຸແຕ່ລະລູກ ແມ່ນໃຜເປັນຄົນຕັ້ງ ແລະຄໍາຕອບກໍຄື ຊື່ຂອງພາຍຸແມ່ນໄດ້ຖືກຕັ້ງຂຶ້ນຈາກປະເທດຕ່າງໆໃນທົ່ວໂລກ. ສຳລັບພາຍຸທີ່ສາມາດຕັ້ງຊື່ໄດ້ນັ້ນ ຕ້ອງແມ່ນພາຍຸລະດັບໂຊນຮ້ອນຂຶ້ນໄປ...

ແຈ້ງເຕືອນພາຍຸລູກໃໝ່ ທີ່ອາດຈະສົ່ງຜົນກະທົບຕໍ່ປະເທດລາວ ໃນວັນທີ 30/08/2025 – 02/09/2025

ກຽມຮັບມືພາຍຸລູກໃໝ່ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ອາດສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ທີ່ຄາດວ່າຈະໃຊ້ຊື່ວ່າພາຍຸໜອງຟ້າ ຫຼື ຟ້າໃສ ທີ່ຕັ້ງຊື່ໂດຍປະເທດລາວ ຄາດອິດທິພົນຂອງພາຍຸລູກນີ້ຈະສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ...

ຜົນສໍາເລັດ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ເອກະສັນຮັບເລືອກ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ເປັນເລຂາຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຊຸດໃໝ່) ກະຊວງເຕັກໂນໂລຊີ ແລະ ການສື່ສານລາຍງານຜົນ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ...

ຄາດວ່າຈະສຳເລັດໃນຕົ້ນປີ 2026 ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນ ນວ ລະບົບສະຖານີປ້ຳ ແລະ ສາຍທໍ່ສົ່ງນ້ຳເປື້ຶອນ ຄືບໜ້າແລ້ວ 89.57%

ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນ ນວ ລະບົບສະຖານີປ້ຳ ແລະ ສາຍທໍ່ສົ່ງນ້ຳເປື້ຶອນ ຄາດຕົ້ນປີ 2026 ຈະສໍາເລັດ ແລະ ເປີດນໍາໃຊ້ຢ່າງເປັນທາງການ. ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນນະຄອນຫຼວງວຽງຈັນ ເປັນໂຄງການໜຶ່ງທີ່ຈະຊ່ວຍໃນການປຸງປັບລະບົບສິ່ງແວດລ້ອມ,ໂດຍສະເພາະແມ່ນ ບັນຫາສິ່ງແວດລ້ອມນໍ້າ,...