spot_img
Homeຂ່າວເຫດການສະຫຼອງວັນສາກົນຕ້ານເອດ

ສະຫຼອງວັນສາກົນຕ້ານເອດ

Published on

5-1

ຄະນະກຳມະການ ແຫ່ງຊາດຕ້ານເອດໄດ້ຈັດງານ ສະເຫຼີມສະຫຼອງວັນສາກົນ ຕ້ານເອດປີ 2015 ຂຶ້ນທີ່ຫໍວັດທະນາທຳ ແຫ່ງຊາດ ໃນວັນທີ 8 ທັນວານີ້ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສຈ.ດຣ. ເອກສະຫວ່າງ ວົງວິຈິດ ກຳມະການສູນກາງພັກລັດຖະມົນຕີວ່າການກະຊວງສາທາລະນະສຸກ ປະທານ ຄະນະກຳມະການແຫ່ງຊາດຕ້ານເອດມີຄະນະກຳມະການ ຕ້ານເອດ, ລັດຖະມົນຕີຊ່ວຍວ່າການ,  ຜູ້ຕາງໜ້າອົງການສະຫະປະຊາຊາດທູຕານຸທູດ, ອົງການຈັດຕັ້ງ ສາກົນປະຈຳລາວ, ຕາງໜ້າກະຊວງອົງການຈັດຕັ້ງມະຫາຊົນ, ນັກຮຽນ-ນັກສຶກສາ ພ້ອມແຂກຖືກເຊີນເຂົ້າຮ່ວມ.
ໃນພິທີ ທ່ານ ສຈ.ດຣ. ເອກສະຫວ່າງ ວົງວິຈິດ ໄດ້ມີ ຄຳເຫັນວ່າ:  ວັນສາກົນຕ້ານເອດ ໄດ້ຖືກຈັດຂຶ້ນຢ່າງເປັນ ທາງການໃນຂອບເຂດທົ່ວໂລກ ໃນວັນທີ 1 ທັນວາ ຂອງທຸກໆ ປີເລີ່ມແຕ່ປີ 1988 ເປັນຕົ້ນມາ ຊຶ່ງຄຳຂວັນສຳລັບວັນສາກົນຕ້ານເອດໃນ ປີ 2015 ແມ່ນ: “ຢຸດຕິການລະບາດ ຂອງພະ ຍາດເອດພາຍ ໃນປີ2030” ໂດຍຈຸດປະສົງຂອງວັນສາກົນ ຕ້ານເອດແມ່ນ ເພື່ອເປັນການໂຄສະນາ ແລະ ປຸກລະດົມໃຫ້ ປະຊາຊົນໃນຂອບ ເຂດທົ່ວໂລກໄດ້ມີຄວາມສາມັກຄີ ແລະ ຮ່ວມແຮງຮ່ວມໃຈກັນ ເພື່ອຕໍ່ສູ້ຕ້ານຕໍ່ເຊື້ອເຮັສໄອວີ ແລະ ພະຍາດເອດ. ອີງຕາມ ການລາຍງານຂອງອົງ ການ ຢູເອັນເອດ (UNAIDS) ໃນ ທ້າຍປີ 2014 ຍັງມີຜູ້ຕິດເຊື້ອ ເຮັສໄອວີ ທີ່ຍັງມີຊີວິດຢູ່ໃນທົ່ວ ໂລກປະມານ 37 ລ້ານຄົນ ຊຶ່ງເພີ່ມຂຶ້ນຈາກ 30 ລ້ານຄົນ ໃນປີ 2001. ໃນປີ 2014 ໃນ ທົ່ວໂລກມີຜູ້ເສຍຊີວິດຍ້ອນ ພະຍາດເອດຈຳນວນ 1,2 ລ້ານ ຄົນ. ຫຼຸຸດລົງ 42% ສົມທຽບໃສ່ ປີ 2004 ຍ້ອນ ວ່າມີການໃຫ້ ການປິ່ນປົວດ້ວຍຢາຕ້ານເຊື້ອ ເຮັສໄອວີເພີ່ມຂຶ້ນ.
ສຳລັບ ສປປ ລາວ ຮອດ ທ້າຍປີ 2014 ຄາດຄະເນຜູ້ຕິດເຊື້ອທີ່ຍັງມີຊີວິດມີປະມານ 11.500 ຄົນຈຳນວນທີ່ເປັນພະຍາດເອດມີ 4.339 ຄົນ ແລະ ເສຍຊີວິດ 1.659 ຄົນ. ໃນນັ້ນ 88% ຂອງຜູ້ຕິດເຊື້ອ ແມ່ນທາງເພດສຳພັນທີບໍ່ປອດໄພ.
ປະຈຸບັນນີ້ຢູ່ ສປປ ລາວ ມີສະຖານທີ່ໃຫ້ຄຳປຶກສາ ແລະ ກວດເລືອດຫາການຕິດເຊື້ອ ເຮັສໄອວີ ໂດຍບໍ່ເສຍຄ່າ ຈຳ ນວນ 172 ແຫ່ງໃນຂອບເຂດ ທົ່ວປະເທດ. ໃນນັ້ນ 54 ແຫ່ງ ຢູ່ສູນກາງ ແລະ ຂັ້ນແຂວງ 98  ແຫ່ງຢູ່ເມືອງ ແລະ 20 ແຫ່ງຢູ່ສຸກສາລາ. ມີສູນໃຫ້ບໍລິການ ຄຳປຶກສາທັງໝົດ 14 ແຫ່ງ, ມີເຄືອຂ່າຍຜູ້ຕິດເຊື້ອທັງໝົດ 14 ກຸ່ມ. ມີສະຖານທີ່ປິ່ນປົວຜູ້ຕິດເຊື້ອເຮສໄອວີ ແລະ ເປັນພະຍາດເອດດ້ວຍຢາຕ້ານຕໍ່ເຊື້ອເຮັສໄອວີ ມີຈຳ ນວນ 10 ແຫ່ງ ໃນ 8 ແຂວງ. ປະຈຸບັນ ນີ້ມີຜູ້ທີ່ກຳລັງຮັບຢາຕ້ານເຊື້ອ ເຮັສໄອວີ ຈຳນວນ 3,336 ຄົນ.
ໃນພິທີຍັງມີການສະແດງສິລະປະການສະແດງລະຄອນ ແລະ ມີການວາງສະແດງຜົນງານການເຄື່ອນໄຫວການໃຫ້ຂໍ້ ມູນຂ່າວສານມີກິດຈະກຳຖາມ ຕອບຄວາມຮູ້ກ່ຽວກັບວຽກ ງານຕ້ານ ແລະ ຄວບຄຸມພະ ຍາດເອດ.

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...