ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 7 ທັນວາຜ່ານມານີ້ວ່າ ນັກບູຮານຄະດີຈີນ ໄດ້ຄົ້ນພົບຊາກສຸສານ ແລະ ເມືອງບູຮານ ອາຍຸກ່ວາ 2,600 ປີກ່ອນ ຊຶ່ງກຸ່ມສຸສານບູຮານ ແມ່ນສັນນິຖານວ່າ ສ້າງຂຶ້ນໃນຍຸກຊຸນຊິວ (771-476 ປີກ່ອນ ຄ.ສ) ຢູ່ບໍລິເວນເມືອງອີ້ຊວນ ແຂວງເຫີໜານ, ພ້ອມກັນນັ້ນ ຍັງໄດ້ຄົ້ນພົບ ຊາກເມືອງບູຮານ ຊຶ່ງມີອາຍຸເກົ່າແກ່ ໃນສະໄໝລາຊະວົງຫ້ານ (202 ປີກ່ອນ ຄ.ສ -ຄ.ສ 220) ພາຍໃນບໍລິເວນໃກ້ຄຽງກັນອີກດ້ວຍ ໂດຍກຸ່ມສຸສານ ໃນຍຸກຊຸນຊິວ ປະກອບດ້ວຍຂຸມຝັງສົບ ຫລາຍກ່ວາ 200 ຂຸມ ຊຶ່ງປະກອບມີໂຄງກະດູກມ້າ ຊາກລົດມ້າເສິກ ແລະ ເຂົ້າຂອງເຄື່ອງໃຊ້ຕ່າງໆ ພາຍໃນບໍລິເວນພື້ນທີ່ ກ່ວາສອງແສນຕາແມັດ ໂດຍນັກບູຮານຄະດີຈີນເຊື່ອວ່າ ພື້ນທີ່ດັ່ງກ່າວນີ້ ເປັນຖິ່ນອາໄສຂອງຊົນເຜົ່າບູຮານ ທີ່ຖືກຳເນີດມາຫລາຍກ່ວາ 2,600 ປີກ່ອນ.
ນັກບູຮານຄະດີຈີນ ຄົ້ນພົບສຸສານບູຮານ ອາຍຸເກົ່າແກ່ກ່ວາ 2,600 ປີ!
1709

ບົດຄວາມຫຼ້າສຸດ
ຂ່າວພາຍໃນ
ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ
ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ.
ໃນຕອນເຊົ້າຂອງ ວັນທີ 13...
ຂ່າວຕ່າງປະເທດ
ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ
ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ
ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...
ຂ່າວຕ່າງປະເທດ
ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%
ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...
ຂ່າວຕ່າງປະເທດ
ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ
ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ.
ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...