spot_img
Homeຂ່າວການພັດທະນາເຊກອງສຶກສາຄວາມເປັນໄປໄດ້ກໍ່ສ້າງເຂື່ອນໄຟຟ້າຢູ່ເມືອງດາກຈຶງ

ເຊກອງສຶກສາຄວາມເປັນໄປໄດ້ກໍ່ສ້າງເຂື່ອນໄຟຟ້າຢູ່ເມືອງດາກຈຶງ

Published on

072

ຂປລ. ​ແຂວງ​ເຊ​ກອງ​ໄດ້​ອະນຸມັດ​ໃຫ້​ບໍລິສັດ KSC ສຳ​ຫຼວດອອກ​ແບບ​ ​ແລະ ຈຳກັດ​ຜູ້ດຽວ  ສຶກສາ​ສຳ​ຫຼວດອອກ​ແບບ ​ຄວາມ​ເປັນ​ໄປ​ໄດ້​ກໍ່ສ້າງ​ເຂື່ອນ​ຟຟ້າ​ ຂະໜາດນອ້ຍ ຫວ້ຍລະກາ​ຍ 1, 2 ​ແລະ 3 ຢູ່​ເມືອງ​ດາກ​ຈືງ ​ເພື່ອ​ເພີ່ມ​ອັດຕາ​ການ​ຊົມ​ໃຊ້​ໄຟຟ້າ​ ຂອງ​ປະຊາຊົນ.

​ໃນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ  ການ​ສຶກສາ​ສຳ​ຫຼວດອອກ​ແບບ​ ກໍ່ສ້າງ​ເຂື່ອນ​ໄຟຟ້າ​ ຂະໜາດນອ້ຍດັ່ງກ່າວ ທີ່ ທ່ານ ທອງຄຳ  ມະນີ​ວົງ  ຫົວໜ້າພະ​ແນ​ກ​ແຜນການ ​ແລະ ການ​ລົງທຶນ ແຂວງ​ເຊ​ກອງ  ​ແລະ ທ່ານ​ວິລະ​ຈິດ  ຈິດ​ປັນຍາ ປະທານ​ບໍລິສັດ KSC ສຳ​ຫຼວດອອກ​ແບບ​ ​ແລະ ຈຳກັດ​ຜູ້ດຽວ ລົງນາມ ​ເມື່ອທ້າຍເດືອນຜ່ານມາ ນັ້ນໄດ້​ລະບຸ​ວ່າ: ບໍລິສັດ KSC ສຳ​ຫຼວດອອກ​ແບບ​ ​ແລະ ຈຳກັດ​ຜູ້ດຽວ  ​ຕ້ອງໄດ້​ສຳ​ຫຼວດອອກ​ແບບ ສຶກສາ​ຄວາມ​ເປັນ​ໄປ​ໄດ້ ໃນການກໍ່ສ້າງ ​ໂດຍ​ບໍ່ໃຫ້ສົ່ງ​ຜົນ​ກະທົບ​ຕໍ່ສີ່​ງ​ແວດລ້ອມ ແລະ ສັງຄົມ  ​ແລະ ໃຫ້ເລີ່ມ​ລົງມື​ ຈັດຕັ້ງປະຕິບັດ​ຕົວ​ຈິງ​ ໃນ​ກາງ​ເດືອນນີ້.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ພິທີມອບ​-ຮັບໂຄງການກໍ່ສ້າງ,​ ປັບປຸງ,​ ສ້ອມແປງ ອາຄານຫໍພິພິທະພັນແຂວງຈຳປາສັກ ມູນຄ່າ 15 ຕື້ດົງ

ພິທີມອບ​-ຮັບໂຄງການກໍ່ສ້າງ,​ ປັບປຸງ,​ ສ້ອມແປງ ອາຄານຫໍພິພິທະພັນແຂວງຈຳປາສັກ. ວັນທີ 11 ເມສາ 2025,​ ໄດ້ມີພິທີມອບ​-ຮັບໂຄງການກໍ່ສ້າງ,​ ປັບປຸງ,​ ສ້ອມແປງ ອາຄານຫໍພິພິທະພັນແຂວງຈຳປາສັກ ແຕ່ກ່ອນແມ່ນອາຄານຫ້ອງການພະແນກການຕ່າງປະເທດແຂວງ ຫຼື​ ອາຄານເກົ່າຫ້ອງວ່າການແຂວງ.​...

ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ຮ່ວມມືກັບ ກຸ່ມບໍລິສັດ YCH ເດີນຫນ້າຮ່ວມມືກັນໃນການຂົນສົ່ງສິນຄ້າກະສິກໍາຂ້າມແດນຫຼາຍຮູບແບບ

ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ຮ່ວມມືກັບ ກຸ່ມບໍລິສັດ YCH ເດີນຫນ້າຮ່ວມມືກັນໃນການຂົນສົ່ງສິນຄ້າກະສິກໍາຂ້າມແດນຫຼາຍຮູບແບບ ເພື່ອເສີມສ້າງຄວາມເຊື່ອມໂຍງຂອງພູມິພາກອາຊຽນ ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ແລະ ກຸ່ມບໍລິສັດ...

ກຸ່ມບໍລິສັດ ພອນສັກ ລົງທຶນ 4 ຕື້ໂດລາ ສ້າງໂຮງງານໄຟຟ້າພະລັງງານຄວາມຮ້ອນຖ່ານຫີນຂະຫນາດໃຫຍ່ຢູ່ແຂວງເຊກອງ

ກຸ່ມບໍລິສັດ ພອນສັກ ລົງທຶນ 4 ຕື້ໂດລາ ສ້າງໂຮງງານໄຟຟ້າພະລັງງານຄວາມຮ້ອນຖ່ານຫີນຂະຫນາດໃຫຍ່ຢູ່ແຂວງເຊກອງ ສົ່ງອອກກຳປູເຈຍ. ໃນວັນທີ 2 ເມສາ 2025 ໄດ້ຈັດພິທີວາງສິລາລຶກຢ່າງເປັນທາງການ ສຳລັບໂຄງການໄຟຟ້າພະລັງງານຄວາມຮ້ອນຖ່ານຫີນທີ່ເມືອງກະລືມ, ແຂວງເຊກອງ ພາກໃຕ້ຂອງ...

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນ ຈັດຂຶ້ນຢູ່ນະຄອນບຣູດເຊວ, ປະເທດເບວຢຽ

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນອີກຄັ້ງ ເມື່ອສອງຜະລິດຕະພັນຂອງບໍລິສັດຄື: ເບຍລາວ ແລະ ເບຍລາວກຣີນ ຄວ້າລາງວັນຫຼຽນຄຳດ້ານຄຸນນະພາບໃນງານ Monde Selection ຄັ້ງທີ 64 ເຊິ່ງເປັນງານມອບລາງວັນດ້ານຄຸນນະພາບລະດັບໂລກ ທີ່ໄດ້ຈັດຂຶ້ນຢູ່ນະຄອນບຣູດເຊວ,...