spot_img
Homeຂ່າວການສຶກສານະຄອນຫຼວງ ປະກາດຈົບຊັ້ນ ມ ຕົ້ນບຳລຸງ

ນະຄອນຫຼວງ ປະກາດຈົບຊັ້ນ ມ ຕົ້ນບຳລຸງ

Published on

6457a9ab69f652b3d2ea5991e906ead1

ໂດຍ​ສືບຕໍ່​ປະຕິບັດ​ຕາມ​ທິດທາງ​ນະໂຍບາຍ​ຂອງ​ພັກ ຄະນະພັກ ອົງການ​ປົກຄອງ​ນະຄອນຫຼວງ​ວຽງ​ຈັນ ໄດ້​ຖື​ວຽກ​ງານ​ການສຶກ​ສາ​ເປັນ​ວຽກ​ງານ​ທີ່​ສຳຄັນ ແລະ ກຳນົດ​ຄາດໝາຍ​ສູ້​ຊົນ ເຂົ້າ​ໃນ​ມະຕິ​ກອງ​ປະຊຸມ​ໃຫຍ່ ​ຄັ້ງທີ VI ແລະ ແຜນ​ພັດທະນາ​ເສດຖະ​ກິດ-ສັງຄົມ 2020 ປະຊາຊົນພົນລະເມືອງ​ຕ້ອງ​ມີ​ລະດັບ​ການສຶກ​ສາ​ຈົບ​ຊັ້ນ​ມັດທະຍົມ​ປາຍ ແລະ ຮູ້​ພາສາ​ອັງກິດ​ໃນ​ລະດັບພື້ນຖານ.

ສະເພາະ​ນະຄອນຫຼວງ​ວຽງຈັນ ມີ​ພົນລະເມືອງ​ທັງ​ໝົດ 823.605 ຄົນ ມີ 144.054 ຄອບຄົວ 481 ບ້ານ 9 ເມືອງ ອັດຕາ​ການ​ຮູ້​ໜັງສື​ຂອງ​ປະຊາກອນ ໃນ​ເກນ​ອາຍຸ 15 ປີ ຂຶ້ນ​ໄປ ​ບັນລຸໄດ້ 99,99% ໄດ້​ປະກາດ​ຈົບຊັ້ນ​ປະຖົມ​ບຳລຸງ​ໃນ​ວັນ​ທີ 16 ທັນວາ 2010 ເປັນ​ແຂວງ​ທຳ​ອິດ​ຂອງ ​ສປປ ລາວ ແລະ ໄດ້​ສືບຕໍ່​ຊຸກຍູ້ໃຫ້​ອົງການ​ປົກຄອງ​ແຕ່​ລະ​ຂັ້ນ ຜູ້ບໍລິຫານ​ການ​ສຶກ​ສາ ຄູ-ອາຈານ ແລະ ປະຊາຊົນ​ໃນ​ເກນ​ອາຍຸ 15-35 ປີ ສືບຕໍ່​ຮ່ຳຮຽນ​ຈົບ​ມັດ​ທະຍົມ​ຕອນ​ຕົ້ນ ຕາມ​ແຜນ​ພັດ​ທະນາ​ເສດຖະກິດ-ສັງຄົມຂອງ​ນະຄອນ​ຫຼວງ​ວາງ​ອອກຄື: ປີ 2015 ພົນລະເມືອງ​ໃນ​ນະຄອນຫຼວງວຽງ​ຈັນ ຕ້ອງ​ມີ​ລະດັບ​ການ​ສຶກສາ​ຈົບ​ຊັ້ນ​ມັດທະຍົມ​ຕົ້ນ.

ຍ້ອນ​ການ​ຮ່ວມ​ແຮງ​ຮ່ວມໃຈ​ຂອງ​ທຸກ​ພາກສ່ວນ ເຫັນ​ໄດ້ຄວາມ​ສຳຄັນ​ຂອງ​ວຽກ​ງານ​ການສຶກ​ສາ ໃຫ້ການ​ປະກອບສ່ວນທາງ​ເຫື່ອແຮງ ສະຕິ​ປັນຍາ ອຸປະກອນ​ຮັບ​ໃຊ້​ຕ່າງໆ ເຮັດ​ໃຫ້​ນະຄອນ​ຫຼວງ ສາມາດ​ບັນລຸ​ຜົນ​ໄດ້ຕາມ​ຄາດໝາຍ ແລະ ປະກາດຈົບ​ຊັ້ນ​ມັດທະຍົມ​ຕອນ​ຕົ້ນ​ທົ່ວ​ນະຄອນ​ຫຼວງ​ຂຶ້ນ ເປັນ​ແຂວງ​ທີ​ສາມຂອງ​ປະເທດ ຮອງ​ຈາກ​ແຂວງຊຽງ​ຂວາງ ແລະ ໄຊ​ຍະ​ບູ​ລີ.

ພິທີ​ຈັດ​ຂຶ້ນ​ໃນ​ວັນ​ທີ 30 ພະຈິກ 2015 ຢູ່​ໂຮງແຮມ​ດອນ​ຈັນພາ​ເລດ ໂດຍ​ມີ​ທ່ານ ພັນ​ຄຳ ວິພາ​ວັນ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ວ່າການ​ກະຊວງ​ສຶກສາ​ທິ​ການ ແລະ ກີລາ ທ່ານ ​ດຣ. ສິນ​ລະ​ວົງ ຄຸດ​ໄພທູນ ເຈົ້າ​ຄອງນະຄອນຫຼວງ ພ້ອມ​ດ້ວຍ​ທ່ານຮອງ​ເຈົ້າ​ຄອງ ບັນດາ​ທ່ານ​ຫົວໜ້າ​ກົມ ຮອງ​ກົມ ເຈົ້າເມືອງ ຮອງ​ເຈົ້າເມືອງ ພະແນກການ ອົງ​ການຈັດຕັ້ງ​ສາກົນ ທະຫານ ຕຳຫຼວດ ອົງການ​ປົກຄອງ ພະນັກງານ ຄູ-ອາຈານ ແລະ ນັກຮຽນ-ນັກ​ສຶກ​ສາ​ ເຂົ້າ​ຮ່ວມ.

ແຫ່ລງຂ່າວ

ວຈໝ

ບົດຄວາມຫຼ້າສຸດ

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...

ສຳປະທານເນື້ອທີ່ 500 ເຮັກຕາ ໃຫ້ແກ່ນັກລົງທຶນ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ມູນຄ່າ 700 ລ້ານໂດລາ ເພື່ອພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວ

ໃນວັນທີ 5 ກັນຍາ 2025 ທີ່ຜ່ານມາ, ໄດ້ມີພິທີລົງນາມສໍາປະທານເນື້ອທີ່ດິນ 500 ກວ່າເຮັກຕາ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ລະຫວ່າງ ລັດຖະບານ ສປປ ລາວ...

5 ນັກກິລາບານສົ່ງໄທຕິດຢູ່ໃນເນປານ ທ່າມກາງການປະທ້ວງຮຸນແຮງ ພ້ອມເຜີຍສະຖານະການຫຼ້າສຸດ

ຈາກສະຖານະການຄວາມຮຸງແຮງ ຂອງການປະທ້ວງທີ່ເກີດຂຶ້ນທີ່ປະເທດເນປານ ໃນວັນທີ 09 ກັນຍາ 2025 ທີ່ຜ່ານມາ ສົ່ງຜົນໃຫ້ນັກກິລາບານສົ່ງຍິງຈາກປະເທດໄປ ຈຳນວນ 5 ຄົນ, ທີ່ເດີນທາງໄປແຂ່ງຂັນກິລາບານສົ່ງທີ່ປະເທດເນປານ ລະຫວ່າງ ວັນທີ 05-13...

ອອກມາແລ້ວ ກົດໝາຍວ່າດ້ວຍລັດຖະກອນສະບັບປັບປຸງໃໝ່ ລົງວັນທີ 7 ພຶດສະພາ 2025

ແຈ້ງການອອກມາແລ້ວ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ເລກທີ 046/ປປທ ລົງວັນທີ 07/09/2025 ມີເນື້ອໃນດັ່ງນີ້: