ກຸ່ມບໍລິສັດພອນສັກ ຖວາຍຄຳ 10 ກິໂລ ໃສ່ຈອມທາດຫຼວງ

12239475_906839086074082_5327102969303603873_n

ເນື່ອງໃນໂອກາດ ງານບຸນ ນະມັດສະການພະທາດຫຼວງ ປະຈຳປີ 2015 ກຸ່ມບໍລິສັດພອນສັກ ໄດ້ຖວາຍຄຳແທ່ງ ນ້ຳໜັກ 10 ກິໂລ ໃຫ້ແກ່ອົງການພຸດທະສາດສະໜາ ສຳພັນລາວ ເພື່ອບັນຈຸໃສ່ຈອມພະທາດຫຼວງ.

ໃນຂະນະທີ່ໃນໄລຍະທີ່ຜ່ານມາ ກຸ່ມບໍລິສັດ ພອນສັກ ກໍໄດ້ມອບເງິນແລະຄຳຈຳນວນຫຼາຍ ໃຫ້ຫຼາຍພາກສ່ວນ.
ເດືອນ ຕຸລາ 2012 ຜ່ານມາ, ກຸ່ມບໍລິສັດ ພອນສັກ ກໍໄດ້ມອບຄຳ ຈຳນວນ 5 ກິໂລ ໃນມູນຄ່າ 2,3 ຕື້ກວ່າກີບ. ເພື່ອຜະລິດຍອດຊໍ່ຟ້າຫໍຄຳ ໃຫ້ແກ່ສຳນັກງານປະທານປະເທດ (ຫໍຄຳ).
ເດືອນພຶດສະພາ 2013 ກຸ່ມບໍລິສັດພອນສັກ ໄດ້ມອບໂມງໃຫຍ່ ຈຳນວນ 1 ຄູ່ ມູນຄ່າ 168 ລ້ານກີບ ໃຫ້ແກ່ສຳນັກງານປະທານປະເທດ ເພື່ອປະດັບໃສ່ຫໍຄຳ (ສຳນັກງານປະທານປະເທດ).
ເດືອນເມສາ 2015 ກຸ່ມບໍລິສັດພອນສັກ ​ໄດ້​ປະກອບສ່ວນ​ເງິນ ຈຳນວນ 150 ລ້ານກວ່າກີບ ພ້ອມຄຳ ຮູບປະພັນ 3 ກິໂລ ເພື່ອບູລະນະ ປະຕິສັງຂອນ ພິພິທະພັນຫໍພະແກ້ວ ຄັ້ງ​ທີ 3 ສຳເລັດຕາມແຜນທີ່ກຳນົດ ໄວ້ໃນແຕ່ລະໄລຍະ.

ກຸ່ມບໍລິສັດພອນສັກ ແມ່ນດຳເນີນກິດຈະການ ຫຼາຍປະເພດທີ່ສຳຄັນຂອງປະເທດລາວ ເປັນຕົ້ນແມ່ນການກໍ່ສ້າງ-ຂົວທາງ, ເຂື່ອນໄຟຟ້ານ້ຳຕົກ, ປຸງແຕ່ງໄມ້, ບໍ່ແຮ່ ແລະອື່ນໆ

ຮູບປະກອບ: ກູ່ ລາວສະຕາ, ຂ່າວ: ແອັດມິນຊຽງ