spot_img
Homeປ່ອງຢ້ຽມດວງດາວNASA ພັດທະນາຫຸ່ນຈັກສຳລັບພາລະກິດເທິງດາວອັງຄານ

NASA ພັດທະນາຫຸ່ນຈັກສຳລັບພາລະກິດເທິງດາວອັງຄານ

Published on

ນອກ​ຈາກ​ຈະ​ເຂົ້າ​ມາ​ແທນ​ທີ່​ອາ​ຊີບ​ຕ່າງໆ ໃນ​ຊີວິດ​ປະຈຳວັນ​ຂອງ​ມະນຸດ​ແລ້ວ ຕອນ​ນີ້​ຫຸ່ນ​ຈັກກຳ​ລັງ​ຈະຍາດ​ອາ​ຊີບ​ໃນ​ຝັນ​ຂອງ​ມະນຸດ​ໄປ​ອີກ​ດ້ວຍ ເມື່ອ​ສອງ​ມະຫາ​ວິທະຍາ​ໄລ​ໄດ້​ຮ່ວມ​ກັນ​ພັດທະນາ​ຫຸ່ນ​ຈັກ​ຄ້າຍ​ມະນຸດ​ສຳລັບ​ການ​ປະຕິບັດ​ງານ​ໃນ​ຖານະ​ນັກ​ບິ​ນອາວະກາດ​ໃນ​ອະນາຄົດ

ຫລັງ​ຈາກ​ຂັ້ນ​ຕອນ​ການ​ຄັດ​ເລືອກ​ດ້ວຍ​ການ​ແຂ່ງ​ຂັນ​ຊິງ​ລາງ​ວັນ​ຈາກ NASA ມະຫາ​ວິທະຍາ​ໄລ MIT (Massachusetts Institute of Technology) ແລະ​ມະຫາ​ວິທະຍາ​ໄລ Northeastern ຕ່າງ​ໄດ້ຮັບ​ມອບ​ໝາຍ​ໃນ​ການສ້າງ​ຫຸ່ນ​ຈັກ R5 Valkyries ດ້ວຍ​ງົບ​ປະ​ມານ 250,000 ດອນ​ລາ​ສະ​ຫະລັດ ພ້ອມ​ດ້ວຍ​ການ​ຊ່ວຍເຫລືອ​ທາງ​ເທກ​ນິກ​ຈາກ​ທີມ​ງານ​ຂອງ NASA

r5nasa

 

ເຫັນ​ໄດ້​ແຈ້ງ​ວ່າ​ມີ​ຄວາມ​ທ້າ​ທາຍ​ຫລວງຫລາຍ​ກ່ຽວກັບ​ການ​ສົ່ງ​ຫຸ່ນ​ຈັກ​ຂຶ້ນ​ໄປ​ຍັງ​ອາວະ​ກາດ ຕັ້ງ​ແຕ່​ຄວາມ​ສາມາດ​ທາງ​ກາຍະ​ພາບ​ຂອງ​ຫຸ່ນ​ຈັກ​ແລະ​ຊອບແວລ໌​ຂອງ​ພວກ​ມັນ ລວມ​ເຖິງ​ສິ່ງ​ທີ່​ເອີ້ນວ່າ “ສະຕິປັນຍາ” ທາງ NASA ຄາດ​ຫວັງ​ວ່າ​ມະຫາ​ວິທະຍາ​ໄລ​ເຫລົ່າ​ນີ້​ຈະ​ທຳການ​ວິ​ໄຈ​ແລະ​ພັດທະນາ​ຊອບ​ແວລ໌​ທີ່​ຈຳ​ເປັນ​ໃນ​ການ​ສົ່ງ​ຫຸ່ນ​ຈັກ​ເຫລົ່າ​ນີ້​ໄປ​ຍັງ​ດາວ​ອັງ​ຄານ ໂດຍ​ທາງ​ມະຫາ​ວິທະຍາ​ໄລ​ຈະ​ສະແດງ​ຄວາມ​ຄືບ​ໜ້າ​ຂອງ​ງານ​ວິ​ໄຈ​ໃຫ້ NASA ໃນ​ສອງ​ປີ​ໃຫ້​ຫລັງ

ແຕ່​ເຖິງແມ່ນ​ທຸກ​ຢ່າງ​ເປັນ​ໄປ​ຕາມ​ແຜນ​ທີ່​ວາງ​ໄວ້ R5 Valkyries ກໍ​ຈະ​ບໍ່ແມ່ນ​ຫຸ່ນ​ຈັກຄ້າຍ​ມະນຸດ​ຕົວ​ທຳອິດ​ທີ່​ໄດ້​ຂຶ້ນ​ໄປ​ໃນ​ອາວະ​ກາດ ເນື່ອງ​ຈາກ​ມີ​ຫຸ່ນ​ຈັກ​ຊື່ ” Robonaut ” ແລະ ” Robonaut 2″ ທີ່​ຂຶ້ນ​ໄປ​ປະຕິບັດການ​ຢູ່​ເທິງ​ສະຖານີອາວະ​ກາດ​ນານາ​ຊາດ ຕັ້ງ​ແຕ່ ປີ 2011 ແຕ່​ກໍ​ມີ​ແນວ​ໂນ້ມ​ວ່າ​ມັນ​ອາດຈະ​ເປັນ ຫຸ່ນ​ຈັກ​ຄ້າຍ​ມະນຸດ​ຕົວ​ທຳອິດ​ທີ່​ໄດ້​ໄປ​ປະຕິບັດ​ພາລະ​ກິດ​ເທິງ​ດາວ​ອັງ​ຄານ

ທາງ NASA ໄດ້​ມີ​ແຜນ​ໄລຍະ​ຍາວ​ທີ່​ຈະ​ເຮັດໃຫ້​ຫຸ່ນ​ຈັກ​ເປັນ​ສ່ວນຫນຶ່ງ​ໃນ​ພາລະ​ກິດ​ຂອງ​​ພວກເຂົາ ມັນ​ອາດ​ໄດ້​ເດີນທາງ​ໄປ​ພ້ອມ​ກັບ​ນັກ​ບິ​ນອາວະ​ກາດ​ໄປ​ຍັງ​ດາວ​ອັງ​ຄານ​ໃນ​ອະນາຄົດ ​ພວກເຂົາ​ເຊື່ອ​ວ່າ​ຫຸ່ນ​ຍົນ​ສາມາດ​ນຳ​ມາ​ໃຊ້​ປະຕິບັດ​ພາລະ​ກິດ​ເບື້ອງ​ຕົ້ນ​ກ່ອນ​ທີ່​ມະນຸດ​ຈະ​ເດີນທາງ​ໄປ​ເຖິງ ຫລື​ໃຫ້​ຄວາມ​ຊ່ວຍເຫລືອ​ມະນຸດ​ກັບ​ພາລະ​ກິດ​ຂອງ​ພວກເຂົາ​ໄດ້

ຄວາມ​ກ້າວ​ໜ້າ​ຂອງ​ຫຸ່ນ​ຈັກ ລວມ​ທັງ​ການເຮັດວຽກງານ​ຮ່ວມ​ກັນ​ຂອງ​ມະນຸດ​ແລະ​ຫຸ່ນ​ຈັກ ຈະ​ມີ​ຄວາມ​ສຳຄັນ​ໃນ​ການ​ພັດທະນາ​ສິ່ງ​ທີ່​ຈຳ​ເປັນ​ສຳລັບ​ການເດີນທາງ ໄປ​ຍັງ​ດາວ​ອັງ​ຄານ​ຂອງ​ພວກ​ເຮົາ​ໄດ້ ” Steve Jurczyk ຜູ້​ເບິ່ງແຍງ​ລະບົບ​ສຳລັບ​ພາລະ​ກິດ​ດ້ານ​ເທກ​ໂນ​ໂລ​ຍີ​ອາວະ​ກາດ​ກ່າວ “ເຮົາ​ຮູ້ສຶກ​ຕື່ນ​ເຕັ້ນ​ທີ່​ຈະ​ມີ​ສ່ວນ​ຮ່ວມ​ກັບ​ວິ​ໄຈ​ຂອງ​ມະຫາ​ວິທະຍາ​ໄລ​ເຫລົ່າ​ນີ້ ມັນ​ຈະ​ຊ່ວຍ​ໃຫ້ NASA ໄດ້​ກ້າວ​ຕໍ່ໄປ​ອີກ​ຂັ້ນ ແລະ​ເປັນ​ກ້າວ​ທີ່​ຍິ່ງ​ໃຫຍ່​ໃນ​ການ​ພັດທະນາ​ເທກ​ໂນ​ໂລ​ຍີ​ດ້ານ​ຫຸ່ນ​ຈັກ​ຕໍ່ໄປ”

ບົດຄວາມຫຼ້າສຸດ

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...