spot_img
Homeຂ່າວພາຍ​ໃນສສກ ກຽມສົ່ງ 5 ນັກກິລາແລ່ນ-ລານ ເຂົ້າຮ່ວມກິລານັກຮຽນອາຊຽນ ຄັ້ງທີ 7 ທີ່ບຣູໄນ

ສສກ ກຽມສົ່ງ 5 ນັກກິລາແລ່ນ-ລານ ເຂົ້າຮ່ວມກິລານັກຮຽນອາຊຽນ ຄັ້ງທີ 7 ທີ່ບຣູໄນ

Published on

ກະຊວງສຶກສາທິການ ແລະ ກິລາ (ສສກ) ກະກຽມສົ່ງ 5 ນັກກິລາແລ່ນ-ລານ ຂອງໂຮງຮຽນພອນສະຫວັນ ກິລາ-ກາຍະກຳ ກົມກິລາລະດັບສູງ ກະຊວງ ສສກ ເຂົ້າຮ່ວມແຂ່ງຂັນກິລານັກຮຽນອາຊຽນຄັ້ງທີ7 ທີ່ປະເທດບຣູໄນ ຈະເປັນເຈົ້າພາບ ໃນລະຫວ່າງວັນທີ 21-29 ພະຈິກ 2015 ທີ່ຈະມາເຖິງນີ້.
ຕາມການໃຫ້ສຳພາດຂອງ ອາຈານ ຈະເລີນສຸກ ອ່າວອຸດົມພັນ ຄູເຝິກ ນັກກິລາແລ່ນ-ລານ ໂຮງຮຽນພອນສະຫວັນກິລາ-ກາຍະກຳ ຊຸດກະກຽມເຂົ້າຮ່ວມແຂ່ງຂັນກິລານັກຮຽນ ອາຊຽນ ຄັ້ງທີ 7 ຕໍ່ນັກຂ່າວໜັງສືພິມສຶກສາ-ກິລາລາຍວັນ ເນື່ອງໃນໂອກາດທີ່ຄະນະນຳ ໄດ້ລົງໄປຕິດຕາມເບິ່ງການເຝິກຊ້ອມຂອງນັກກິລາທີ່ສູນເຝິກກິລາແຫ່ງ ຊາດຢູ່ບ້ານສີເກີດເມືອງນາຊາຍທອງນະຄອນຫຼວງວຽງຈັນເມື່ອວັນພຸດ 4 ພະຈິກ ຜ່ານມາ ວ່າ:
ສຳລັບການກະກຽມເຂົ້າຮ່ວມແຂ່ງຂັນກິລານັກຮຽນ ອາຊຽນ ຄັ້ງທີ 7 ນີ້ ພວກເຮົາໄດ້ຄັດເລືອກເອົານັກກິລາ ຜູ້ທີ່ເຫັນວ່າ ມີພອນສະຫວັນໂດດເດັ່ນ ຂອງໂຮງຮຽນພອນສະຫວັນກິລາ-ກາຍະກຳ ຈຳນວນ 5 ຄົນ ເປັນຊາຍ 3 ຄົນ, ຍິງ 2 ຄົນ ທີ່ກຳລັງເປັນນັກຮຽນຊັ້ນມັດທະຍົມປາຍ ປະກອບມີ ຊັ້ນ ມ5, ມ6 ແລະ ມ7 ເພື່ອຕ່າງໜ້າ ໃຫ້ແກ່ນັກຮຽນ ຂອງ ສປປ ລາວ ເຂົ້າຮ່ວມແຂ່ງຂັນ. ໂດຍຈະສົ່ງລົງຊີງໄຊ 10 ລາຍການ ຄື: ເພດຍິງ 4 ລາຍການ ປະກອບ ມີ: ແລ່ນ 800 ແມັດ, 1,500 ແມັດ, ເຕັ້ນຍາວ ແລະ ເຕັ້ນ 3 ກ້າວ. ສຳລັບເພດຊາຍ ຈະສົ່ງລົງແຂ່ງຂັນ 6 ລາຍການ ປະກອບມີ: ແລ່ນຂ້າມຮົ້ວ, ແລ່ນ 100 ແມັດ, ເຕັ້ນຍາວ, ເຕັ້ນຍາວ 3 ກ້າວ, ແກ່ວງຈານ ແລະ ໂຍນນ້ຳໜັກ.
ອາຈານ ຈະເລີນສຸກ ອ່າວອຸດົມພັນ ຍັງກ່າວໃຫ້ຮູ້ເຖິງຄວາມພ້ອມ ແລະ ຄວາມຫວັງຂອງທັບນັກກິລາແລ່ນ-ລານນັກຮຽນລາວເຮົາທີ່ຈະເຂົ້າແຂ່ງຂັນກິລານັກຮຽນ ອາຊຽນ ຄັ້ງທີ 7 ວ່າ: ຖືວ່າເປັນຄັ້ງທຳອິດ ທີ່ໄດ້ສົ່ງກິລາ ແລ່ນ-ລານເຂົ້າຮ່ວມແຂ່ງຂັນເປັນທາງການ. ດັ່ງນັ້ນ ຈຶ່ງໄດ້ມີການຈັດຕັ້ງນຳພານັກກິລາເຝິກແອບຢ່າງເປັນລະບົບມາແຕ່ ຕົ້ນເດືອນ ສິງຫາ ເປັນຕົ້ນມາ ຈົນຮອດປັດຈຸບັນ ກໍ່ສັງເກດເຫັນວ່ານັກກິລາມີການພັດທະນາດີຂຶ້ນ ແລະ ມີຄວາມພ້ອມພໍສົມຄວນ ໂດຍກ່ອນໜ້າຈະເຂົ້າສູນເຝິກແອບນັ້ນ ໃນໄລຍະເດືອນ ເມສາ ຜ່ານມາ ກໍ່ໄດ້ນຳພານັກກິລາຊຸດນີ້ ໄປແຂ່ງຂັນຢູ່ປະທດມາເລເຊຍ ກໍ່ສາມາດຍາດມາໄດ້ 2 ຫຼຽນທອງ ຈາກການແຂ່ງຂັນ ເຕັ້ນຍາວ ແລະ ເຕັ້ນຍາວ 3 ກ້າວ. ເມື່ອອີງໃສ່ຜົນງານຜ່ານມາ ແລະ ຄວາມພ້ອມຂອງນັກກິລາ ຈຶ່ງຄຶດວ່ານັກກິລາແລ່ນ-ລານເຮົາ ມີໂອກາດທີ່ຈະຍາດໄດ້ຫຼຽນຢ່າງໜ້ອຍຫຼຽນໃດໜຶ່ງ ກັບມາເປັນ ຂອງຂວັນ ໃຫ້ແກ່ ການນຳ ແລະ ພໍ່ແມ່ປະຊາຊົນລາວ ເນືອງໃນໂອກາດກຽມສະເຫຼີມສະຫຼອງ ວັນຊາດ ທີ 2 ທັນວາ ຄົບຮອບ 40 ປີ ເພາະນັກກິລາຊຸດນີ້ ທັງໝົດເປັນນັກກິລາ ຂອງໂຮງຮຽນພອນສະຫວັນກິລາ-ກາຍະກຳ ທີ່ໄດ້ມີການເຝິກຊ້ອມ ປະຈຳເປັນປົກກະຕິ. ສະນັ້ນ ກໍ່ມີຄວາມຫວັງສູງໃນ ປະເພດຍິງ ເຊິ່ງຄິດວ່າການເຂົ້າຮ່ວມຄັ້ງນີ້ ກໍ່ອາດຍາດໄດ້ ຫຼຽນເງິນ ຫຼື ຄຳກໍ່ເປັນໄປໄດ້ສູງສົມຄວນ.

ສຳລັບການທີ່ເຂົ້າຮ່ວມແຂ່ງຂັນກິລານັກຮຽນອາຊຽນຄັ້ງທີ 7 ນີ້ ສປປລາວພວກເຮົາກໍ່ຄືກະຊວງສຶກສາທິການ ແລະ ກິລາ ຈະສົ່ງນັກກິລາເຂົ້າຮ່ວມທັງໝົດ ຈຳນວນ 13 ຄົນ ໃນ 3 ປະເພດກິລາ ຄື: ປັນຈັກສີລັດ 6 ຄົນ, ລອຍນ້ຳ 2 ຄົນ ແລະ ແລ່ນ-ລານ 5 ຄົນ.

web5

web4

ແຫຼ່ງຂ່າວຈາກ: ໜັງສືພິມສຶກສາ ແລະ ກິລາ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...