spot_img
Homeຂ່າວການສຶກສາມ.ຊ ເປີດສູນຄົ້ນຄ້ວາຈີນ ສຳລັບຖອດຖອນບົດຮຽນຂອງຈີນ ເພື່ອພັດທະນາ ສປປ ລາວ

ມ.ຊ ເປີດສູນຄົ້ນຄ້ວາຈີນ ສຳລັບຖອດຖອນບົດຮຽນຂອງຈີນ ເພື່ອພັດທະນາ ສປປ ລາວ

Published on

soukkongseng

ຂປລ. ​ໃນວັນທີ 19 ພະຈິກ 2015 ນີ້ ທີ່ມະຫາວິທະຍາໄລແຫ່ງຊາດໄດ້ຈັດພິທີ​​ເປີດສູນຄົ້ນຄວ້າຈີນ ຢ່າງເປັນທາງການເພື່ອການຄົ້ນຄວ້າທາງດ້ານຕ່າງໆ,ໃຫ້ກຽດ​​ເຂົ້າຮ່ວມໂດຍທ່ານ ສຈ.ດຣ. ສຸກກົງແສງໄຊຍະເລີດ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ກວນ ຮວາ ປິ່ງເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມແຫ່ງ ສປ ຈີນ ປະຈໍາລາວ, ມີບັນດາຮອງຄະນະທິການບໍດີ, ຫົວໜ້າກົມ, ຮອງກົມແລະ ພະນັກງານຂັ້ນສູງ ທັງສອງຝ່າຍເຂົ້າຮ່ວມ.

ສູນຄົ້ນຄວ້າຈີນ ແມ່ນໜ່ວຍງານໜຶ່ງເຊິ່ງດໍາເນີນງານ ພາຍໃຕ້ການຊີ້ນໍາ ຂອງຫ້ອງການຄົ້ນຄວ້າວິ ທະຍາສາດແລະ ບໍລິການວິຊາການ ເປັນເສນາທິການໃຫ້ແກ່ອະທິການບໍດີເພື່ອສົ່ງເສີມການຄົ້ນຄວ້າວິ ທະຍາສາດ ຂອງມະຫາວິທະຍາໄລແຫ່ງຊາ, ​ເປັນສູນຄົ້ນຄວ້າ ຖອນຖອນບົດຮຽນຈາກ ສປ ຈີນເພື່ອການພັດທະນາ ສປປ ລາວເຊິ່ງສູນດັ່ງກ່າວຈະຄົ້ນຄວ້າ ໃນທຸກຂົງເຂດ​​​ເປັນຕົ້ນ ແມ່ນດ້ານການເມືອງ​-ການປົກຄອງ, ວັດທະນະທໍາສັງຄົມ, ​ເສດຖະກິດ, ວິທະຍາສາດແລະເຕັກໂນໂລຊີ, ພາລະໜ້າທີ່ສູນຄົ້ນຄ້ວາຈີນ ແມ່ນເຕົ້າໂຮມນັກຄົ້ນຄ້ວາເພື່ອດໍາເນີນການຄົ້ນຄ້ວາຕາມບູລິມະສິດ ຂອງການຄົ້ນຄ້ວາແຕ່ລະໄລຍະ, ຂຶ້ນງົບປະມານແກ່ສູນຄົ້ນຄວ້າ, ຄຸ້ມຄອງໂຄງການຄົ້ນຄວ້າ ທີ່ໄດ້ອະນຸມັດໄປ, ​ເຜີຍແຜ່ຜົນການຄົ້ນຄວ້າໃນຮູບແບບຕ່າງໆ ນອກນີ້ຍັງມີໜ້າທີ່ພົວພັນກັບ ສະຖາບັນຄົ້ນຄວ້າຂອງຈີນ ຕາມຄໍາເຫັນດີຂອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ການບໍລິຫານງານຂອງສູນຄົ້ນຄວ້າຈີນ ປະກອບດ້ວຍຄະນະຊີ້ນໍາລວມ​ ​ແລະ ຄະນະຮັບຜິດຊອບສູນ, ສໍາລັບງົບປະມານເພື່ອການຄົ້ນຄວ້າ ແມ່ນໄດ້ມາຈາກລັດຖະບານ ສປ ຈີນ, ໂດຍຜ່ານສະຖານທູດຈີນ ປະຈໍາລາວ, ສູນດັ່ງກ່າວຍັງມີສິດ ພົວພັນປະສານງານໂດຍກົງກັບຄະນະວິຊາ, ສະຖາບັນແລະ ພາກສ່ວນຕ່າງໆ ພາຍໃນມະຫາວິທະຍາໄລ, ມີສິດສະເໜີ ຂໍອະນຸມັດນໍາອະທິການບໍດີເພື່ອພົວພັນວຽກງານນໍາກະຊວງ, ອົງການທຽບເທົ່າ​, ​ໂຮງຈັກໂຮງງານ, ບັນດາພື້ນຖານການຜະລິດ, ອໍານາດການປົກຄອງທ້ອງຖິ່ນ, ອົງການຈັດຕັ້ງຕ່າງໆທັງພາກລັດແລະເອກະຊົນ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...