spot_img
Homeຂ່າວການພັດທະນາສຳເລັດຊຸດອົບຮົມການເຊື່ອມໂຍງບົດບາດຍິງ-ຊາຍ ເຂົ້າໃນວຽກງານແຮງງານ ແລະ ສະຫວັດດີການສັງຄົມ

ສຳເລັດຊຸດອົບຮົມການເຊື່ອມໂຍງບົດບາດຍິງ-ຊາຍ ເຂົ້າໃນວຽກງານແຮງງານ ແລະ ສະຫວັດດີການສັງຄົມ

Published on

12268514_913404378740638_967777878_o

ໃນວັນ​ທີ 16-17 ພະຈິກນີ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ), ໄດ້ຈັດກອງປະຊຸມສໍາມະນາການເຊື່ອມໂຍງບົດບາດຍິງ-ຊາຍເຂົ້າໃນວຽກງານແຮງງານ ແລະ ສະຫວັດ ດີການສັງຄົມຂຶ້ນທີ່ທ່າ​ລາດ, ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານຫົວໜ້າຫ້ອງ ການກະຊວງດັ່ງ​ກ່າວ, ​ໂດຍ​ມີນັກ​ສຳ​ມະ​ນາ​ກອນພາຍ​ໃນ​ກະຊວງ​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫລາຍເພື່ອ​ແນ​ໃສ່ສ້າງຄວາມຮັບຮູ້ ແລະ ເຂົ້າໃຈຂອງຜູ້ບໍລິຫານວຽກງານ ຮສສ, ກຽ່ວກັບການເຊື່ອມສານບົດບາດຍິງ-ຊາຍເຂົ້າໃນວຽກງານແຮງງານ ແລະ ສະຫວັດດີການສັງຄົມ ແລະ ນຳເອົາບົດຮຽນດັ່ງກ່າວໄປຜັນຂະຫຍາຍເຂົ້າໃນວຽກງານຂອງຕົນໃຫ້ມີປະສິດທິຜົນສູງເຊັ່ນ:ຮ່າງວິໃສທັດຮອດປີ 2030, ແຜນຍຸດທະສາດແຫ່ງຊາດ

ເພື່ອຄວາມສະເໝີພາບຍິງ-ຊາຍ 5 ປີຄັ້ງທີ III (2016-2020); ຮ່າງບົດລາຍງານແຫ່ງຊາດສະບັບປະຈຳໄລຍະທີ 8 ແລະ 9ກ່ຽວກັບການ ຈັດຕັ້ງສົນທິສັນຍາ ວ່າດ້ວຍການລຶບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ ໃນ ສປປ ລາວ; ສະເໜີແຜນດຳເນີນງານແຫ່ງຊາດກຽ່ວກັບການປ້ອງກັນ ແລະ ລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ 2014-2020 ທີ່ຕິພັນ ກັບຂະແໜງ ຮສສ; ສະເໜີແຜນດຳເນີນງານແຫ່ງຊາດວຽກແມ່ ແລະ ເດັກ 2016-2020 ທີ່ຕິດພັນກັບຂະແໜງ ຮສສ; ຂໍ້ສະເໜີແນະຂອງສະຫະປະຊາຊາດກຽ່ວກັບການ ຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກ ແລະ ອະນຸສັນຍາເພີ່ມເຕີມສອງສະບັບທີ່​ຕິດພັນກັບຂະແໜງ ຮສສ; ສະເໜີກົງຈັກການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກ ຂອງພະແນກ ຮສສ ແຂວງ ແລະ ວຽກງານ ອື່ນໆທີ່ຈະ​ໄດ້ພວມ​ກັນຈັດຕັ້ງປະຕິບັດໃຫ້​ມີ​ປະສິດທິ​ຜົນ​ດີຂຶ້ນ​ກວ່າ​​ເກົ່າ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...