Homeຂ່າວຕ່າງປະເທດດ່ວນ! ເກີດເຫດລະເບີດ 6-7 ຄັ້ງ ແລະ ປະທະກັນ ທາງຕອນເໜືອຂອງປາຣີ ປະເທດຝຣັ່ງ!

ດ່ວນ! ເກີດເຫດລະເບີດ 6-7 ຄັ້ງ ແລະ ປະທະກັນ ທາງຕອນເໜືອຂອງປາຣີ ປະເທດຝຣັ່ງ!

Published on

558000013249603

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 18 ພະຈິກນີ້ວ່າ ເກີດເຫດຍິງປະທະກັນຢ່າງຮຸນແຮງ ຢູ່ບໍລິເວນເມືອງແຊັງເດີນີ (Saint-Denis) ທາງພາກເໜືອ ຂອງນະຄອນຫລວງປາຣີ ໃນເວລາ 4:40 ໂມງຂອງມື້ນີ້ (18 ພະຈິກ) ຕາມເວລາໃນທ້ອງຖິ່ນ ໃນລະຫວ່າງທີ່ເຈົ້າໜ້າທີ່ຝຣັ່ງ ກຳລັງອອກປະຕິບັດການ ຕາມລ່າຕົວ ຜູ້ວາງແຜນໂຈມຕີປາຣີໃນຄັ້ງຜ່ານມາ ຊຶ່ງໃນເວລາກ່ອນ 8:00 ໂມງ ໄດ້ມີມືລະເບີດຂ້າໂຕຕາຍ ທຳການໂຈມຕີ ຊຶ່ງມີລະເບີດເກີດຂຶ້ນ 6-7 ຄັ້ງ ມີລາຍງານຄົນຮ້າຍ ເສຍຊີວິດ 2 ຄົນ ແລະ ເຈົ້າໜ້າທີ່ຕຳຫລວດຝຣັ່ງ ບາດເຈັບ 2 ຄົນ ໃນນັ້ນມີການຈັບກຸມຄົນຮ້າຍອີກ 3 ຄົນ ປັດຈຸບັນເຈົ້າໜ້າທີ່ຕຳຫລວດ ໄດ້ຄວບຄຸມສະຖານະການໄວ້ໄດ້ແລ້ວ ຫລັງຈາກປະທະກັນດົນເຖິງ 5 ຊົ່ວໂມງ.

 

ບົດຄວາມຫຼ້າສຸດ

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...

ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ

ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ...

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...