„ພົບດາວເຄາະແຄະໃໝ່ ໄກສຸດໃນລະບົບສຸລິຍະ ນັກດາລາສາດເຜີຍການຄົ້ນພົບດາວເຄາະແຄະດວງໃໝ່ ທີ່ຢູ່ໄກກວ່າດາວພູໂຕເຖິງສາມເທົ່າ ຄາດວ່າເປັນດາວທີ່ຢູ່ໄກທີ່ສຸດໃນລະບົບສຸລິຍະ ມື້ວັນພະຫັດທີ່ 12 ພະຈິກ ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງວໍຊິງຕັນ ປະເທດສະຫະລັດອາເມຣິກາ ເມື່ອວັນທີ່ 12 ນີ້ວ່າ ວາລະສານວິທະຍາສາດ ‘ໄຊແອນຊ໌’ ລາຍງານການຄົ້ນພົບດາວເຄາະແຄະດວງໃໝ່ ຊຶ່ງມີການເປີດເຜີຍເທື່ອທຳອິດໃນທີ່ປະຊຸມສະມາຄົມດາລາສາດອາເມຣິກັນ ໃນນະຄອນຫລວງວໍຊິງຕັນ ເມື່ອມື້ວັນອັງຄານ ໂດຍເຊື່ອວ່າເປັນວັດຖຸທີ່ຢູ່ໄກທີ່ສຸດຂອງລະບົບສຸລິຍະຂອງເຮົາເທົ່າທີ່ເຄີຍມີການຄົ້ນພົບມາ ໄກອອກໄປກວ່າດາວພູໂຕເຖິງສາມເທົ່າ ‘ວີ774104’ (V774104) ຖືກຄົ້ນພົບໂດຍກ້ອງໂທລະທັດ ‘ຊູບາລຸ’ ຂະໜາດ 8 ແມັດ ຂອງຍີ່ປຸ່ນ ຊຶ່ງຕັ້ງຢູ່ທີ່ເກາະຮາວາຍຂອງສະຫະລັດ ຕຳແໜ່ງຂອງດາວເຄາະແຄະດວງນີ້ຢູ່ຫ່າງຈາກດວງອາທິດປະມານ 103 ຫນ່ວຍດາລາສາດ ຫລືເອຍູ (1 ເອຍູ ເທົ່າກັບໄລຍະທາງລະຫວ່າງໂລກແລະດວງອາທິດ) ຫລືປະມານ 15,400 ລ້ານກິໂລແມັດ ໂດຍກ່ອນໜ້ານີ້ວັດຖຸທີ່ຢູ່ໄກທີ່ສຸດໃນລະບົບສຸລິຍະຂອງເຮົາ ຄືດາວເຄາະແຄະ ‘ເອລິດ’ ທີ່ຖືກຄົ້ນພົບເມື່ອປີ 2005 ມີໄລຍະຫ່າງຈາກດວງອາທິດ 97 ເອຍູ ສະກອດ ເຊບເພິດ ນັກດາລາສາດຈາກສະຖາບັນວິທະຍາສາດຄາເນກີ ໃນນະຄອນຫລວງວໍຊິງຕັນ ກ່າວວ່າ ຮູບແບບການເຄື່ອນທີ່ຂອງດາວຫລືວົງໂຄຈອນຍັງຄົງຕ້ອງລໍຖ້າການສຶກສາເພີ່ມເຕີມຕໍ່ໄປ ຂະນະທີ່ ໂຈເຊບ ເບິນສ໌ ຜູ້ຊ່ຽວຊານດ້ານດາລາສາດແລະວິສະວະກອນຈາກມະຫາວິທະຍາໄລຄໍແນນ ສະຫະລັດ ກ່າວວ່າ ການຄົ້ນພົບເທື່ອນີ້ພິສູດວ່າລະບົບສຸລິຍະຂອງເຮົາກວ້າງໃຫຍ່ກວ່າທີ່ເຮົາຄິດໄວ້ຫລາຍ ໂດຍຂະນະນີ້ຍັງບໍ່ສາມາດລະບຸຂະໜາດທີ່ຊັດເຈນໄດ້ ແຕ່ຄາດວ່າຕ້ອງໃຫຍ່ຫລາຍພໍທີ່ເຮັດໃຫ້ເຮົາເບິ່ງເຫັນໄດ້ແມ່ນຈະຢູ່ໄກຂະໜາດນັ້ນ. “
ພົບດາວເຄາະແຄະໃໝ່ ໄກສຸດໃນລະບົບສຸລິຍະ
1617
ບົດຄວາມຫຼ້າສຸດ
ຂ່າວພາຍໃນ
ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.
ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...
ຂ່າວພາຍໃນ
ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ
ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ...
ຂ່າວພາຍໃນ
ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ
ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...
ຂ່າວພາຍໃນ
ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ
ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...


