spot_img
Homeຂ່າວພາຍ​ໃນລິເວີພູ ຫາກໍ່ຊະນະເປັນນັດທຳອິດຫຼັງຈາກທີ່ລົງແຂ່ງຂັນໃນຢູຟາ ຢູໂຣປາລີກ

ລິເວີພູ ຫາກໍ່ຊະນະເປັນນັດທຳອິດຫຼັງຈາກທີ່ລົງແຂ່ງຂັນໃນຢູຟາ ຢູໂຣປາລີກ

Published on

“ຫົງແດງ” ລິເວີພູ ເກັບໄຊຊະນະນັດທຳອິດ ການແຂ່ງຂັນ ຢູຟາ ຢູໂຣປາລີກ ຮອບແບ່ງກຸ່ມ ເຊືອດ ຣູບິນ ຄາຊານ ແບບຫວຸດຫວິດ 1-0 ຈາກປະຕູຂອງ ຈໍດອນ ໄອ ປີກດາວຮຸ່ງ ທີ່ສະໜາມ ຄາຊານ ອາຣີນາ ເມື່ອວັນພະຫັດວັນທີ 5 ພະຈິກ 2015 ທີ່ຜ່ານມາຂື້ນເປັນອັນດັບ 2 ຂອງກຸ່ມ

ເກມການແຂ່ງຂັນດຸເດືອດຕັ້ງແຕ່ເຄີ່ງເວລາາທຳອິດທັງສອງທີມບໍ່ສາມາດຍິງປະຕູກັນໄດ້, ຈົນເຖິງເຄີ່ງເວລາທີ 2 ໃນນາທີ 52 ໂຣເບໂຕ ເຟີມິໂນ ສົ່ງຊີ້ງບານຈັງຫວະດຽວອອກຂວາ ຈໍດອນ ໄອບ໌ ແລ່ນດ້ວຍຄວາມໄວທະລຸເຂົ້າໄປຍິງຜ່ານມື ເຊີໄກ ໄຣຊີຄອຟ ຜ່ານເສົາເບື້ອງຊ້າຍມືໄປຂື້ນຳກ່ອນ 1-0, ຕໍ່ມາໃນນາທີ 58 ຈໍດອນ ໄອບ໌ ເປີດແຈຈາກເບື້ອງຂວາ ເດຢັນ ລອຟເຣນ ໂໝ່ງແຕ່ກໍ່ຍັງບໍ່ເພີ່ມປະຕູ

ຈົນມາເຖິງໃນນາທີ 68 ອະດຳ ລັລລານາ ລາກບານຈາກກາງສະໜາມ ສົ່ງອອກຂວາໃຫ້ ຈໍດອນ ໄອບ໌ ຍິງເນັ້ນໆ ເຊີໄກ ໄຣຊີຄອຟ ເຊບຊ່ວຍໄວ້ໄດ້ ຈົບເກມ ລິເວີພູ ເອົາຊະນະ ຣູບິນ ຄາຊານ ເກັບເພີ່ມເປັນ 6 ຄະແນນຈາກ 4 ນັດ ຢູ່ອັນດັບທີ 2ຂອງຕາຕະລາງກຸ່ມ

558000012796601

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...