spot_img
Homeມູມໄອທີລາວດາວ​ໂຫລດ Arrow Launcher ແອັບ​​ແຕ່ງ​ໜ້າ​ຈໍ​ມື​ຖື Android ຈາກ Microsoft

ດາວ​ໂຫລດ Arrow Launcher ແອັບ​​ແຕ່ງ​ໜ້າ​ຈໍ​ມື​ຖື Android ຈາກ Microsoft

Published on

Arrow_1
ເມື່ອ​ວັນທີ່ 3 ພະ​ຈິກ Microsoft ຜູ້​ພັດທະນາ​ລະບົບ​ປະຕິບັດ​ການ Windows ຊື່​ດັ່ງ ເປີດ​ຕົວ Arrow Launcher ຫລື​ແອັບ ປະ​ເພດ Launcher ສຳລັບ​ແຕ່ງ​ໜ້າ​ຈໍ​ມື​ຖື ແລະ ​ແທັບ​ເລັດ Android ໂດຍ​ຜູ້​ທີ່​ສົນ​ໃຈ ສາມາດ​ດາວໂຫລດ​ໄດ້​ທີ່ Google Play ໂດຍ​ບໍ່​ມີ​ຄ່າ​ໃຊ້​ຈ່າຍ​ແຕ່​ຢ່າງ​ໃດ
Arrow Launcher ເປັນ​ແອັບ​ພິ​ເຄ​ຊັ່ນ Launcher ຫລື​ໂປຣ​ແກຣມ​ຕົກ​ແຕ່ງ​ໜ້າ​ຈໍ​ເທິງ​ອຸປະກອນ Android ໂດຍ​ຜູ້​ພັດທະນາ​ໄດ້​ອອກ​ແບບ​ການ​ໃຊ້​ງານ​ເນັ້ນ​ຮຽບ​ງ່າຍ ໂດຍ​ມີ​ໜ້າ​ຫລັກ​ພຽງແຕ່ 3 ໜ້າເທົ່າ​ນັ້ນ ຊຶ່ງ​ຕ່າງ​ຈາກ​ແອັບ ໃນ​ປະ​ເພດ​ດຽວ​ກັນ ແລະ​ ແບ່ງ​ໂຊນ​ການ​ໃຊ້​ງານ​ໄວ້​ຢ່າງ​ຊັດເຈນ ເຊັ່ນ ໜ້າ​ແອັບ, ໜ້າ​ລາຍ​ຊື່​ຜູ້​ຕິດ​ຕໍ່ ແລະ ​ສິ່ງ​ທີ່​ເຈົ້າ​ໃຊ້​ງານ​ເລື້ອຍໆ ລວມ​ເຖິງ​ການ​ຈົດ​ບັນ​ທຶກ​ແຈ້ງ​ເຕືອນ​ຕ່າງໆ ເປັນ​ຕົ້ນ ບໍ່​ພຽງ​ເທົ່າ​ນີ້ ແອັບ  Arrow Launcher ຍັງ​ສາມາດ​ໃຫ້​ຜູ້​ໃຊ້​ງານ​ປັບ​ແຕ່ງ​ໜ້າ Setting ຂອງ​ແອັບໄດ້​ຕາມ​ຕ້ອງ​ການ​ອີກ​ດ້ວຍ ເອີ້ນໄດ້​ວ່າ​ໃຜ​ທີ່​ມັກ​ໃຊ້​ງານ​ແບບ​ຮຽບ​ງ່າຍ​ບໍ່​ຄວນ​ພາດ

Arrow_4-horz Arrow_2-horz

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...