spot_img
Homeຂ່າວທ້ອງຖິ່ນພິທີເປີດກອງປະຊຸມໃຫຍ່ຄັ້ງທີ 9 ຂອງອົງຄະນະພັກແຂວງຫົວພັນ

ພິທີເປີດກອງປະຊຸມໃຫຍ່ຄັ້ງທີ 9 ຂອງອົງຄະນະພັກແຂວງຫົວພັນ

Published on

ກອງປະຊຸມໃຫຍ່ຄັ້ງທີ 9 ຂອງອົງຄະນະພັກແຂວງຫົວພັນ ໄດ້ໄຂຂື້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ່ 4 ພະຈິກ 2015 ນີ້ ຢູ່ທີ່ສະໂມສອນຂອງແຂວງ. ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ຄຳຮຸ່ງ ເຮືອງວົງສີ ກຳມະການ ສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫົວພັນ ແລະ ເປັນກຽດເຂົ້າຮ່ວມຂອງສະຫາຍ ດຣ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ, ມີບັນດາສະຫາຍຜູ້ແທນເຂົ້າຮ່ວມທັງໝົດ 297 ສະຫາຍ, ໃນນີ້ຜູ້ແທນສົມບູນຕາງໜ້າໃຫ້ສະມາຊິກພັກ ໃນທົ່ວແຂວງ 237 ສະຫາຍ, ຍິງ 28 ສະຫາຍ ແລະ ບັນດາສະຫາຍແຂກທີ່ຖືກເຊີນຈາກແຂວງມີ: ແຂວງຫຼວງພະບາງ ແລະ ຊຽງຂວາງເຂົ້າຮ່ວມນຳ.
ໃນພິທີ ສະຫາຍເລຂາພັກແຂວງ ຄຳຮຸ່ງ ເຮືອງວົງສີ ໃນນາມປະທານກອງປະຊຸມໄດ້ໃຫ້ກຽດມີຄຳເຫັນກ່າວເປີດກອງປະຊຸມໃຫຍ່ຄັ້ງທີ 9 ຂອງອົງຄະນະພັກແຂວງຫົວພັນຢ່າງເປັນທາງການ.
ກອງປະຊຸມໃຫຍ່ຄັ້ງທີ 9 ຂອງອົງຄະນະພັກແຂວງຫົວພັນ ຈະໄດ້ດຳເນີນໄປເປັນເວລາ 3 ວັນ, ໃນວາລະດຳເນີນກອງປະຊຸມ ບັນສະຫາຍຜູ້ແທນທີ່ເຂົ້າຮ່ວມຈະໄດ້ຮັບຟັງຜ່ານຮ່າງລາຍງານການເມືອງຕໍ່ກອງປະຊຸມ ຈາກສະຫາຍເລຂາພັກແຂວງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ່ 8 ແຕ່ 2016-2020, ຍຸດທະສາດພັດທະນາແຂວງຫົວພັນແຕ່ນີ້ເຖີງປີ 2025 ແລະ ວິໄສທັດ ຮອດປີ 2030.
ຈາກນັ້ນບັນດາຜູ້ແທນກອງປະຊຸມຈະໄດ້ພ້ອມກັນປະກອບຄຳຄິດຄຳເຫັນເພື່ອໃຫ້ກອງປະຊຸມຄັ້ງນີ້ມີເນື້ອໃນເລິກເຊິ່ງຄົບຖ້ວນ ແລະ ຈະໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ (ຊຸດທີ 9 ) ຕາມລະບຽບການ.
ຈາກນັ້ນ ສະຫາຍ ດຣ ພັນຄຳ ວິພາວັນ ກຳມະການ ກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ ໃນນາມ ຕາງໜ້າໃຫ້ເລຂາຄະນະບໍລິຫານງານສູນກາງພັກຈະໄດ້ໃຫ້ກຽດມີຄຳເຫັນໂອ້ລົມຕໍ່ທີ່ປະຊຸມເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ເຕັມໄປດ້ວຍຄວາມໝາຍຄວາມສຳຄັນ ແລະ ທັງເປັນການຊີ້ທິດເຍືອງທາງໃຫ້ບັນດາສະຫາຍ ຄະນະບໍລິຫານງານພັກແຂວງຫົວພັນຊຸດໃໝ່ ໃນການຊີ້ນຳໆພາຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ໄດ້ຮັບຜົນເປັນຈິງ.

12107028_1669951383291992_5426492666987281217_n
12189993_1669951586625305_7411275794956445864_n
12193707_1669951366625327_3003209021732945375_n
12189571_1669952313291899_2858245296974661376_n
12196196_1669952243291906_4210972980251360149_n

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...