spot_img
Homeປ່ອງຢ້ຽມດວງດາວຂີ້ເຫຍື້ອອາວະກາດອາດຕົກມາຍັງມະຫາທະເລອິນເດຍໃນເດືອນພະຈິກນີ້

ຂີ້ເຫຍື້ອອາວະກາດອາດຕົກມາຍັງມະຫາທະເລອິນເດຍໃນເດືອນພະຈິກນີ້

Published on

shutterstock_233084350

ມີ​ການ​ຄົ້ນ​ພົບ​ເມື່ອ​ໄວ​ໆນີ້ ວ່າ​ຈະ​ມີ​ຂີ້ເຫຍື້ອ​ຈາ​ກອາວະ​ກາດ​ຕົກລົງ​ມາ​​ພື້ນ​ໂລກ ຫ່າງ​ຈາກ​ຕອນ​ໃຕ້​ຂອງ​ຊາຍ​ຝັ່ງ​ສີ​ລັງ​ກາ​ໄປ​ປະ​ມານ 100 ກິ​ໂລ​ແມັດ ໃນ​ມື້​ວັນອາທິດ​ທີ່ 13 ເດືອ​ນພະຈິກນີ້ ເວລາ 12 : 00 ນ. ຕາມ​ເວລາ​ທ້ອງ​ຖິ່ນ ເຖິງ​ຢ່າງໃດ​ກໍ​ຍັງ​ບໍ່​ອາດ​ຢືນຢັນ​ໄດ້​ຊັດເຈນ​ກ່ຽວກັບ​ວິ​ຖີ​ໂຄຈອນ​ທີ່​ແນ່ນອນ​ແລະ​ຜົນ​ກະທົບ ທີ່​ຈະ​ຕາມ​ມາ​ໄດ້

ເລື່ອງ​ນີ້​ຖືກ​ສັງເກດ​ເທື່ອ​ທຳອິດ​ໃນ​ເດືອນ​ກຸມພາ ປີ 2013 ໂດຍ​ໂປ​ຣແກຣມ “Catalina Sky Survey” ທີ່​ຖືກ​ຄິດ​ຄົ້ນ​ຂຶ້ນ​ມາ​ເພື່ອ​ສຳ​ຫລວດ​ວັດ​ຖຸ​ອາວະ​ກາດ​ທີ່​ຢູ່​ໃກ້​ໂລກ ເຊັ່ນ​ດາວ​ເຄາະ​ນ້ອຍ​ຫລື​ດາວ​ຫາງ ໂດຍ​ວັດ​ຖຸ​ດັ່ງ​ກ່າວ​ຖືກ​ຕັ້ງຊື່​ວ່າ “WT1190F” ເສັ້ນ​ຜ່ານ​ສູນ​ກາງ​ຂະໜາດ​ບໍ່​ຈັກ​ແມັດ ມີ​ມວນ​ໜ້ອຍ​ກວ່າ​ນ້ຳ​ປະ​ມານ​ສິບ​ເທົ່າ ສັນ​ນິດ​ຖານ​ວ່າ​ບໍ່ແມ່ນ​ວັດ​ຖຸ​ທີ່ເກີດຂື້ນ​ໃນ​ທຳມະຊາດ ແຕ່​ອາດ​ເປັນ​ຖັງ​ນ້ຳມັນ​ຂອງ​ຈະ​ຫລວດ

ການ​ໂຄຈອນ​ໃນ​ອາວະ​ກາດ​ຂອງ​ມັນ​ໄດ້ຮັບ​ອິດທິພົນ ຈາກ​ລັງສີ​ຂອງ​ດວງ​ອາທິດ ເຊັ່ນ​ດຽວ​ກັບ​ເຮືອ​ໃບ​ໄດ້ຮັບ​ອິດທິພົນ​ຈາກ​ລົມ ຄວາມ​ຫ່າງ​ຂອງ​ມັນ​ກັບ​ໂລກ​ໃນ​ຕອນ​ນີ້​ຢູ່​ທີ່​ປະ​ມານ 36,000 – 600,000 ກິ​ໂລ​ແມັດ ຢ່າງໃດ​ກໍ​ຕາມ ມັນ​ບໍ່​ໄດ້​ມີ​ຂະໜາດ​ທີ່​ໃຫຍ່​ເທົ່າໃດ ນັກ​ວິທະຍາ​ສາດ​ຈຶ່ງ​ຄາດ​ຄະ​ເນ​ວ່າ​ມັນ​ອາດຈະ​ຖືກ​ເຜົາ​ໄໝ້​ຈາກ​ຊັ້ນ​ບັນ​ຍາ​ກາດ​ຂອງ​ໂລກ​ຈົນ​ໝົດ ກ່ອນ​ຈະ​ຕົກລົງ​ມາຍັງ​ພື້ນ​ດິນ​ກໍ​ໄດ້ ແລະ​ນັ້ນ​ອາດຈະ​ເຮັດໃຫ້​ເກີດ​ປະ​ກາຍ​ແສງ​ສະຫວ່າງ​​ໃນ​ເວລາ​ຕອນສວຍ

ນັກ​ວິທະຍາ​ສາດ​ຈາກ​ສູນ​ປະ​ສານ​ງານ​ວັດ​ຖຸ​ອາວະ​ກາດ​ທີ່​ຢູ່​ໃກ້ ໂລກ (NEOCC) ເຊື່ອ​ວ່າ​ເຫດການ​ນີ້​ເປັນ​ການ​ພິສູດ​ທີ່​ດີ​ຂອງ​ການ​ປະ​ສານ​ງານ​ລະຫວ່າງ​ນັກ​ວິທະຍາສາດ ແລະ​ເປັນ​ການ​ທົດສອບ​ຄວາມ​ພ້ອມ​ກັບ​ສຳລັບ​ເຫດການ​ຕ່າງໆ ທີ່​ອາດ​ເປັນ​ໄປ​ໄດ້​ກ່ຽວກັບ​ການ​ໂຄຈອນ​ຂອງ​ດາວ​ທຽມ​ທີ່​ໝົດ​ອາ​ຍຸ​ການ​ໃຊ້​ງານ ຫລື​ວັດ​ຖຸ​ທີ່​ຈະ​ເຂົ້າ​ມາ​ຕຳກັບຊັ້ນ​ບັນ​ຍາ​ກາດ​ໃນ​ອະນາຄົດ

 

ບົດຄວາມຫຼ້າສຸດ

ລາວ-ກຳປູເຈຍ ຈັດກອງປະຊຸມຄະນະກຳມະການຊາຍແດນຮ່ວມ ຄັ້ງທີ 8 ທີ່ນະຄອນຫຼວງພະນົມເປັນ, ຣາຊະອານາຈັກກໍາປູເຈຍ

ລາວ-ກໍາປູເຈຍ ລົງນາມສືບຕໍ່ຮ່ວມມືດ້ານການປັກຫຼັກໝາຍຊາຍແດນ ວັນທີ 26 ກໍລະກົດ2025 ລາວ-ກຳປູເຈຍ ຈັດກອງປະຊຸມຄະນະກຳມະການຊາຍແດນຮ່ວມ ຄັ້ງທີ 8 ທີ່ນະຄອນຫຼວງພະນົມເປັນ, ຣາຊະອານາຈັກກໍາປູເຈຍ. ຄະນະຜູ້ແທນຝ່າຍລາວນຳໂດຍພະນະທ່ານທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກໍາມະການຊາຍແດນຮ່ວມລາວ-ກໍາປູເຈຍແລະຄະນະຜູ້ແທນຝ່າຍກໍາປູເຈຍນໍາໂດຍພະນະທ່ານລາມເຈຍ,...

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...