spot_img
Homeຂ່າວຕ່າງປະເທດສຸດເສົ້າ ຊ້າງຖືກຂ້າ 22 ໂຕ ທີ່ຊິມບັບເວ

ສຸດເສົ້າ ຊ້າງຖືກຂ້າ 22 ໂຕ ທີ່ຊິມບັບເວ

Published on

1446133325_14461325051446132527l

ເວັບໄຊເດລິເມວຂອງອັງກິດ ລາຍງານວ່າ ໄດ້ເກີດເຫດສຸດເສົ້າໃຈຂຶ້ນທີ່ປະເທດ ຊິມບັບເວ ເມື່ອຊ້າງຈຳນວນ 22 ໂຕຖືກຂ້າ ທີ່ອຸທະຍານແຫ່ງຊາດວາງຈີ ປະເທດຊິມບັບເວ ດ້ວຍວິທີວາງຢາພິດແລະຕັດຫົວ ຕັດງວງຈົນເລືອດອາບ ເຊິ່ງຄາດວ່າເປັນສີມືຂອງເຈົ້າໜ້າທີ່ ພາຍໃນອຸທະຍານທີ່ເຮັດໄປ ເພື່ອເປັນການປະທ້ວງ ເນື່ອງຈາກບໍ່ພໍໃຈທີ່ບໍ່ໄດ້ຮັບເງິນຄ່າຈ້າງ ໂດຍຈາກຮູບພາບຈະເຫັນຊ້າງ ບາງສ່ວນເຊິ່ງມີທັງຊ້າງໃຫຍ່ ແລະຊ້າງນ້ອຍ ນອນຕາຍຢູ່ກັບພື້ອນ ໂດຍທີ່ຊິ້ນສ່ວນຮ່າງກາຍ ກະແຈກກະຈາຍຢູ່ທົ່ວໄປ.

ເຈົ້າໜ້າທີ່ທີ່ເຮັດວຽກຢູ່ໃນອຸທະຍານ ແຫ່ງຊາດນີ້ເປັນທີ່ຮູ້ກັນດີກວ່າ ຈະໄດ້ຮັບເງິນຄ່າຈ້າງພຽງໜ້ອຍດຽວ ທັງທີ່ຕ້ອງເຮັດວຽກໜັກແລະອັນຕະລາຍ ເນື່ອງຈາກຕ້ອງຄອຍລະມັດລະວັງ ແລະຕໍ່ຕູ້ກັບບັນດາຜູ້ບຸກລຸກ ທີ່ຈ້ອງຈະເອົາອາວຸດເຂົ້າມາຂ້າສັດ.

1446133350_14461325051446132534l

ແນວໃດກໍຕາມ ການຂ້າສັດໃຫຍ່ລັກສະນະນີ້ ບໍ່ໄດ້ເກີດຂຶ້ນພຽງເປັນເທື່ອທຳອິດ ໃນຊິມບັບເວ ແຕ່ໄລຍະທີ່ຜ່ານມາ ບັນດານັກລ່າສັດທັງຫຼາຍກໍມັກຈະເຮັດ ເປັນງານອະດິເຫຼກຢູ່ແລ້ວ ໂດຍສັດທີ່ຕົກເປັນເຫຍື່ອເລື້ອຍທີ່ສຸດ ກໍຄືຊ້າງແລະແຮດ ເນື່ອງຈາກນັກລ່າສາມາດນຳເອົາງາ ແລະນໍ ໄປຂາຍໃຫ້ປະເທດໃນ ອາຊີຕາເວັນອອກໄດ້.

ທີ່ມາ: Daily Mail ແລະຂ່າວສົດ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...