spot_img
Homeປ່ອງຢ້ຽມດວງດາວພົບແສງສະຫວ່າງອອກມາຈາກໃຈກາງຂຸມດຳມວນມະຫາສານ!

ພົບແສງສະຫວ່າງອອກມາຈາກໃຈກາງຂຸມດຳມວນມະຫາສານ!

Published on

0aa89f7e886acf3fd70b47d99d6569f2

ຂຸມ​ດຳ​ນັ້ນ​ປຽບ​ເຫມືອນ​ສັດ​ຮ້າຍ​​ທີ່​ຈະ​ກືນ​ກິນ​ທຸກ​ຢ່າງ​ໃນ​ຈັກກະວານ ເຮົາ​ເຊື່ອ​ກັນ​ມາ​ຕະຫລອດ​ວ່າ​ມັນ​ດູດ​ກືນ​ທຸກ​ຢ່າງ​ເຂົ້າໄປ​ຕະຫລອດ​ເວລາ ແຕ່​ໃນ​ອາທິດ​ນີ້​ເຮົາ​ກັບ​ພົບ​ຂໍ້​ຍົກ​ເວັ້ນ​ບາງ​ປະ​ການ ນັ້ນ​ຄື JPL (Jet Propulsion Laboratory) ຫນ່ວຍ​ງານ​ໜຶ່ງ​ໃນ​ອົງ​ການ NASA ໄດ້​ອອກ​ມາ​ປະ​ກາດ​ວ່າ​ມີ​ບາງ​ສິ່ງ​ບາງຢ່າງ​ທີ່​ມີ​ຂະໜາດ​ໃຫຍ່​ແລະ​ເປັ່ງ​ແສງ​ສະຫວ່າງ ​​ອອກ​ມາ​ຈາກ​ຂຸມ​ດຳ​ໄດ້ ຊຶ່ງ​ເປັນ​ສິ່ງ​ທີ່​ບໍ່​ເຄີຍ​ມີ​ການ​ຄົ້ນ​ພົບ​ມາ​ກ່ອນ​ໜ້າ​ນີ້!

ບາງ​ສິ່ງ​ບາງຢ່າງ​ທີ່​ແປກປະຫລາດ​ເກີດ​ຂຶ້ນ​ທີ່​ຂຸມ​ດຳ Mrk 335 ເປັນ “ຂຸມ​ດຳ​ມວນ​ຍິ່ງ​ຍວດ” (Supermassive Black Hole) ຄື​ຂຸມ​ດຳ​ທີ່​ມີ​ມວນ​ມະຫາ​ສານ​ກວ່າ​ດວງ​ອາທິດ​ຂອງ​ເຮົາ​ໜຶ່ງ​ລ້ານ​ເຖິງ​ໜຶ່ງ​ແສນ ລ້ານ​ເທົ່າ ຊຶ່ງ​ມີ​ຄວາມ​ເກົ່າ​ແກ່​ເຖິງ 324,000,000 ປີ ມີ​ອຳນາດ​ມະຫາ​ສານ ຢູ່​ທາງ​ກຸ່ມ​ດາວ​ເພ​ກາ​ຊັດ  ຫ່າງ​ຈາກ​ໂລກ 324 ປີ​ແສງ ຊຶ່ງ​ໃນ​ຂະນະ​ນີ້​ມີ​ກ້ອງ​ໂທລະທັດຂອງ NASA ພຽງ​ສອງ​ຕົວ​ທີ່​ສາມາດ​ຮັບ​ພາບ​ຂອງ​ມັນ​ໄດ້ ຄື​ກ້ອງ Nuclear Spectroscopic Telescope Array (NuSTAR) ແລະ​ກ້ອງ Swift

pia20051-16

ກ່ອນ​ໜ້າ​ນີ້​ຂຸມ​ດຳ Mrk 335 ຢູ່ໃນ​ອາວະ​ກາດ​ຢ່າງ​ສະຫງົບ ບໍ່​ມີ​ສິ່ງ​ໃດ​ຜິດ​ປົກກະຕິ ຈົນ​ປີ 2007 ມັນ​ເລີ່ມ​ຈາງ​ລົງ​ໄປ​ຈົນ​ເກືອບຈະ​ສັງເກດ​ບໍ່​ໄດ້ ແຕ່​ນັກ​ດາ​ລາ​ສາດ​ໄດ້​ພົບ​ການ​ເກີດ​ບາງຢ່າງ​ຂອງ​ຂຸມ​ດຳ ແລະ​ໃນ​ເດືອນ​ກັນຍາ 2014 ກ້ອງ Swift ໄດ້​ຈັບ​ພາບ​ວ່າ​ມີ​ປະ​ກາຍ​ແສງ​ຂະໜາດ​ໃຫຍ່​ຈາກ​ຂຸມ​ດຳ​ໃນ​ເຄິ່ງ​ທຳອິດ ແລະ​ເມື່ອ​ກ້ອງ NuSTAR ໂປຣ​ແກຣມ​ຕົນເອງ​ໃຫ້​ຈັບ​ພາບ​ໄປ​ໃນ​ທິດ​ທາງ​ດຽວ​ກັນ ກໍ​ສາມາດ​ຈັບ​ພາບ​ປະ​ກາຍ​ແສງ​ແລະ​ການ​ລະ​ເບີດ​ຂອງ​ບາງຢ່າງ​ອອກ​ມາ​ຈາກ​ຂຸມ​ດຳ​ໄດ້​ໃນ​ເຄິ່ງ ຫລັງ

ເມື່ອ​ມີ​ວັດ​ຖຸ​ໃດ​ໃນ​ອາວະ​ກາດ​ເຄື່ອນ​ສູ່ “ຂອບ​ຟ້າ​ເຫດການ” ຫລື​ຂອງ​ຂຸມ​ດຳ​ບູຮານ​ມວນ​ມະຫາ​ສານ​ນີ້ ຈະ​ສູນ​ເສຍ​ພະລັງ​ງານ​ແລະ​ແຮງ​ໂນ້ມ​ຖ່ວງ​ຂອງ​ຕົນເອງ ແລະ​ ຂຸມ​ດຳ​ນີ້​ຍັງມີ​ຄຸນສົມບັດ​ອື່ນໆ ເຊັ່ນ “ໂຄ​ໂລ​ນາ” ແມ່ນ​ຈະ​ບໍ່​ຮູ້​ສາ​ເຫດ​ການ​ກຳ​ເນີດ​ຊັດເຈນ ແຕ່​ມັນ​ຄື​​ພະລັງ​ງານ​ສູງ​ທີ່​ສ້າງ​ລັງສີ X – RAY ແກັສ​ແລະ​ຝຸ່ນ​ທີ່​ເຄື່ອນ​ຕາມ​ການ​ໝຸນ​ຮອບ​ຕົນເອງ​ແລະ​ດູດ​ສິ່ງ​ຕ່າງໆ ຂອງ​ຂຸມ​ດຳ ມັນ​ຄື​ກຸ່ມ​ເມກ​ທີ່​ມີ​ອຸນຫະພູມ​ຫລາຍ​ລ້ານ​ອົງ​ສາ​ຊຶ່ງ​ຢູ່​ບໍລິເວນ​ນອກ​ຂອບ​ຟ້າ​ເຫດການ ຂອງ​ຂຸມ​ດຳ ແລະ​ເປັນ​ສິ່ງ​ທີ່​ເຮັດໃຫ້​ເຮົາ​ສາມາດ​ສັງເກດຂຸມ​ດຳ​ໄດ້

ແຕ່ວ່າ​ແສງ​ສະຫວ່າງ​ທີ່​ພົບ​ກັບ​ອອກ​ມາ​ຈາກ​ໃຈ​ກາງ​ຂຸມ​ດຳ ບໍ່ແມ່ນ​ບໍລິເວນ​ຂອບ​ຟ້າ​ເຫດການ ແມ່ນ​ສັນ​ນິດ​ຖານ​ວ່າ​ອາດ​ເປັນ​ໂຄ​ໂລ​ນາ​ອີກ​ຮູບ​ແບບ​ໜຶ່ງ ຄື​ຮູບ​ແບບ​ທີ່​ເອີ້ນວ່າ “Lamppost” ​ສາ​ເຫດ​ການ​ເກີດ​ກໍ​ຍັງ​ຄົງ​ເປັນ​ປິດສະ​ໜາ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...