spot_img
Homeຂ່າວຕ່າງປະເທດຜູ້ອົບພະຍົບແຫ່ກັນລີ້ໄພເຂົ້າສະໂລວັກກວ່າ 12,600 ລາຍ

ຜູ້ອົບພະຍົບແຫ່ກັນລີ້ໄພເຂົ້າສະໂລວັກກວ່າ 12,600 ລາຍ

Published on

558000012246501

ເອ​ເອັບ​​ພີ – ຕໍາ​ຫລວດ​ລະ​ບຸ​ໃນ​ມື້ວັນພະຫັດ​ 22 ຕຸລາ ວ່າ​ມີ​ຜູ້​ອົບພະ​ຍົບ​ຫລາຍກວ່າ 12,600 ລາຍ​ ມາ​ຮອກສະໂລ​ວັກ​ຕະຫລອດ​ໄລຍະ 24 ຊົ່ວ​ໂມງ​ທີ່​ຜ່ານມາ ຖື​ເປັນ​ຕົວ​ເລກ​ທີ່​ສູງ​ຫລາຍກວ່າ​ທີ່​ເຄີຍ​ມີ​ໃນ​ຮົງ​ກາ​ລີ​ຕອນ​ໄລຍະເດືອນ​ກັນຍາ

ຕຳຫ​ລວດ​ບອກວ່າ ເມື່ອ​ເວລາ 06.00 ນ ຂອງ​ວັນພະຫັດ ມີ​ຍອດ​ລວມ​ຜູ້​ອົບພະ​ຍົບ​ເຂົ້າ​ສູ່​ສະ​ໂລ​ວັກ​ລວມ​ທັງ​ໝົດ 34,131 ລາຍ ນັບ​ຕັ້ງ​ແຕ່​ມື້ວັນ​ເສົາ​ທີ່​ເລີ່ມ​ມີ​ການ​ຫລັ່ງ​ໄຫລ​ເຂົ້າ​ມາ ໂດຍ​ຍອດ​ລວມ​ຂອງ​ເມື່ອ​ມື້ວັນ​ພຸດ​ນັ້ນ​ຢູ່​ທີ່ 21,455 ລາຍ ມີ​ການ​ເພີ່ມ​ຂຶ້ນ​ໃນໄລຍະ 24 ຊົ່ວ​ໂມງ​ທີ່​ຜ່ານມາ 12,676 ລາຍ

ເມື່ອ​ວັນທີ່ 23 ກັນຍາ ຮົງ​ກາ​ລີ​ທີ່​ປິດ​ຊາຍແດນ​ຂອງ​ຕົນ ສາມາດ​ນັບ​ຈຳນວນ​ຜູ້​ອົບພະ​ຍົບ​ທີ່​ເດີນທາງ​ເຂົ້າ​ປະເທດ​ໄດ້​ເຖິງ 10,046 ລາຍ​ໃນ​ມື້​ດຽວ

ຍັງມີ​ອີກ​ປະມານ 10,000 ລາຍ​ທີ່​ຄາດ​ວ່າ​ຈະ​ເຂົ້າ​ມາ​ໃນ​ສະ​ໂລ​ວັກ​ໃນ​ມື້​ວັນພະຫັດ ເຮັດໃຫ້​ປະເທດ​ທີ່​ມີ​ປະຊາກອນ 2 ລ້ານ​ຄົນ​ແຫ່ງ​ນີ້ ກາຍ​ເປັນ​ສະຖານ​ທີ່​ໃໝ່​ ຫລ້າ​ສຸດ​ທີ່​ຈະ​ໄດ້​ເຫັນ​ຜູ້​ອົບພະ​ຍົບ​ແລະ​ລີ້ໄພ​ທີ່​ສິ້ນ​ຫວັງ ພາ​ກັນ​ເດີນທາງ​ໄປ​ໃຫ້​ເຖິງ​ເອີຮົບທາງ​ຕອນ​ເໜືອ​ກ່ອນ​ເຖິງ​ລະດູ​ໜາວ

ຕຳ​ຫລວດ​ລະ​ບຸ​ວ່າ ແຕ່ໄລຍະຕອນ​ເຊົ້າຂອງ​ມື້​ວັນພະຫັດ​ກໍ​ຄາດ​ວ່າ​ຈະ​ມີ​ຜູ້​ອົບພະ​ຍົບ​ຈາກ​ໂກຣອາຊີ​ເດີນທາງ​ເຂົ້າ​ສູ່​ສະ​ໂລ​ວັກປະ​ມານ 2,000-3,000 ຄົນ

ສະ​ໂລ​ວັກ​ຍັງ​ໄດ້​ວິ​ຈານໂກຣອາຊີ​ຢ່າງ​ໜັກ ສຳລັບ​ການ​ຕັດ​ສິນ​ໃຈ​ເປີດ​ພົມ​ແດນ​ເມື່ອ​ຄືນ​ມື້ວັນ​ຈັນ ປ່ອຍ​ໃຫ້​ຜູ້​ຄົນ​ຫລາຍ​ພັນ​ເດີນທາງ​ເຂົ້າ​ສູ່​ສະ​ໂລ​ວັກ

ສະ​ຫະ​ພາບ​ເອີຮົບໄດ້​ຮຽກຮ້ອງ​ເມື່ອ​ມື້ວັນ​ພຸດ ໃຫ້​ມີ​ການ​ຈັດ​ປະ​ຊຸມ​ຍ່ອຍ​ຜູ້​ນຳ​ຊາດ​ອີ​ຍູ ເພື່ອ​ຫາ​ລື​ເລື່ອງ​ເຫດການ​ຜູ້​ອົບ​ຍົບ

ເອີຮົບ​ກຳ​ລັງ​ດິ້ນ​ຮົນ​ຫາ​ທາງ​ຮັບ​ມື​ກັບ​ເຫດ​ຜູ້​ອົບ​ພະຍົບ​ເທື່ອ​ໃຫຍ່​ທີ່ສຸດ​ນັບ​ຕັ້ງ​ແຕ່​ປີ 1945 ໂດຍ​ໃນ​ປີ​ນີ້​ມີ​ຜູ້​ອົບພະ​ຍົບ​ແລະ​ລີ້ໄພ​ຫລາຍກວ່າ 600,000 ລາຍ ສ່ວນ​ໃຫຍ່​ໜີ​ການ​ສູ້ຮົບ​ໃນ​ຊີ​ຣີ ອິ​ຮັກ ແລະ ​ອັຟກາ​ນິ​ສະຖານ ໄດ້​ເດີນທາງ​ສ່ຽງ​ອັນຕະລາຍ​ໄປ​ສູ່​ເອີຮົບ

 

ບົດຄວາມຫຼ້າສຸດ

ໄຊສົມບູນ ທຳລາຍສີນຄ້າອຸປະໂພກ-ບໍລິໂພກທີ່ໝົດອາຍຸ ແລະ ນຳເຂົ້າບໍ່ຖືກຕ້ອງ

ໃນວັນທີ 27 ກັນຍາທີ່ຜ່ານມາ, ພະແນກອຸດສາຫະກຳ ແລະ ການຄ້າ ແຂວງໄຊສົມບູນ ຈັດພິທີທຳລາຍສີນຄ້າອຸປະໂພກ-ບໍລິໂພກທີ່ໝົດອາຍຸ ແລະ ນຳເຂົ້າບໍ່ຖືກຕ້ອງຕາມລະບຽບການ ຂຶ້ນທີ່ພະແນກອຸດສາຫະກຳ ແລະ ການຄ້າ ແຂວງໄຊສົມບູນ,...

ນາຍົກລັດຖະມົນຕີ ສປປ ລາວ ເຄື່ອນໄຫວໃນກອງປະຊຸມພາກອະພິປາຍ ທົ່ວໄປຂອງສະມັດຊາໃຫຍ່ອົງການ ສປຊ ສະໄໝ 79

ໃນວັນທີ 26 ກັນຍາ 2024,​ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ອົງການ...

ປະກາດເລື່ອນຊັ້ນ ນາຍທະຫານຂັ້ນສູງ ຈາກ ພັນເອກ ເປັນ ພົນຈັດຕະວາ 7 ສະຫາຍ

ພິທີປະກາດການເລື່ອນຊັ້ນໃຫ້ນາຍທະຫານຂັ້ນສູງ ຈາກ ພັນເອກ ເລື່ອນຊັ້ນຂຶ້ນ ພົນຈັດຕະວາ, ໄດ້ຈັດໃນວັນທີ 27 ກັນຍາ 2024, ທີ່ຫ້ອງປະຊຸມກະຊວງປ້ອງກັນປະເທດ, ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ...

ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ສປປ ລາວ ຮ່ວມກອງປະຊຸມລະດັບສູງສະຫະປະຊາຊາດ

ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີ ກະຊວງ ສາທາລະນະສຸກ ໄດ້ເຂົ້້າຮ່ວມກອງປະຊຸມລະດັບສູງສະຫະ ປະຊາຊາດ ຈັດຂຶ້ນຢູ່ນະຄອນນີວຢອກ, ສະຫາລັດອາເມລິກາ, ກອງປະຊຸມດັ່ງກ່າວ ມີການນໍາຂັ້ນສູງຈາກບັນດາປະເທດສະ ມາຊິກສະຫະປະຊາຊາດ ພ້ອມທັງອົງການຈັດຕັ້ງສາກົນເຂົ້າຮ່ວມ,...