spot_img
Homeຂ່າວການພັດທະນາທ່ານເຈົ້າຄອງເຜີຍ ວິໄສທັດ ແລະ ຍຸດທະສາດ ພັດທະນານະຄອນຫລວງວຽງຈັນ ໃນ 10 ປີຕໍ່ໜ້າ!

ທ່ານເຈົ້າຄອງເຜີຍ ວິໄສທັດ ແລະ ຍຸດທະສາດ ພັດທະນານະຄອນຫລວງວຽງຈັນ ໃນ 10 ປີຕໍ່ໜ້າ!

Published on

IMG_7088

ທ່ານ ສິນລາວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ນະຄອນຫຼວງວຽງຈັນ ໄດ້ຮ່າງວິໄສທັດ ແລະ ວາງຍຸດທະສາດ ໃນການພັດທະນາເສດຖະກິດ-ສັງຄົມໃນຕໍ່ໜ້າ ເພື່ອຍົກສູງຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂຶ້ນເປັນລຳດັບ, ຕາມ 6 ວິໄສທັດ ແລະ 6 ຍຸດທະສາດ ໃນການພັດທະນາໃນ 10 ປີຕໍ່ໜ້າ ແລະ 1 ໃນ 6 ວິໄທທັດ ແລະ 4 ໃນ 6 ຍຸດທະສາດ ນັ້ນແມ່ນເລັ່ງໃສ່ການພັດທະນາທາງດ້ານກະສິກຳ ໃຫ້ມີຄວາມຍືນຍົງເພື່ອຄ້ຳປະກັນສະບຽງອາຫານ,ພ້ອມທັງໄດ້ກຳນົດ 6 ໂຄງການບຸກທະລຸ ແລະ 16 ໂຄງການໃຫຍ່ລະດັບຊາດຮອດປີ 2020 ແລະ ສຳລັບຂະແໜງກະສິກຳນະຄອນຫຼວງວາງເປົ້າໃຫ້ມີການຂະຫຍາຍ ຕົວ 7 % ຕໍ່ປີ ແລະ ໃຫ້ເກວມເອົາ 14 % ຂອງ GDP.

ທ່ານເຈົ້າຄອງກ່າວວ່າ: ໃນຕໍ່ໜ້ານີ້ນະຄອນຫຼວງວຽງຈັນ ຈະເລັ່ງໃສ່ຈັດຕັ້ງປະຕິບັດຫຼາຍໂຄງການທີ່ກ່ຽວພັນເຖິງການພັດທະນາກະສິກຳເຊັ່ນ: ໂຄງການປົດປ່ອຍການເຮັດນາ, ດ້ວຍການປັບປຸງນາໄຮ່ນ້ອຍ ເປັນນາໄຮ່ໃຫຍ່ (ນາຫວານ) , ສົ່ງເສີມການນຳໃຊ້ກົນຈັກເຂົ້າໃນການຜະລິດ ແລະ ຫຼຸດ ຜ່ອນການໃຊ້ແຮງງານຄົນເຂົ້າໃນການຜະລິດໃຫ້ໄດ້ 10 % ຕໍ່ປີ ແລະ ຜະລິດເຂົ້າເປືອກໃຫ້ໄດ້ 1,8 ລ້ານໂຕນຕໍ່ປີ, ສະເລ່ຍພົນລະເມືອງຜູ້ໜຶ່ງ ໃຫ້ມີເຂົ້າກຸ້ມກິນ 300 ກິໂລຕໍ່ປີ, ດັ່ງນັ້ນຈະໄດ້ສຸມໃສ່ປະຕິບັດໂຄງການຄ້ຳປະກັນສະບຽງອາຫານ ຮ່ວມກັບລັດຖະບານ ໃນເນື້ອທີ່ 70 ພັນກວ່າເຮັດຕາ,ໂຄງການສົ່ງເສີມການຜະ ລິດ ເຂົ້າອິນຊີເປັນສິນຄ້າ ຊຶ່ງປັດຈຸບັນນະຄອນຫຼວງມີເຖິງ 150 ກຸມ ທີ່ຜະລິດເຂົ້າອິນຊີ,ໂຄງການສົ່ງເສີມການລ້ຽງສັດເປັນສິນຄ້າເຊັ່ນ: ງົວ, ຄວາຍ, ໝູ, ເປັດ, ໄກ່ ແລະ ຕົ້ນຕໍ່ແມ່ນປາ, ດ້ວຍວິທີສົ່ງເສີມເສດຖະກິດຄອບຄົວແບບເປີດກວ້າງ, ແບບເປັນຟາມ, ນຳໃຊ້ເຕັກນິກວິທະຍາສາດເຂົ້າໃນຜະລິດ, ການລ້ຽງ, ເພື່ອຍົກສູງທາງດ້ານປະລິມານ ແລະ ຄຸນນະພາບ, ໂຄງການຜະລິດກະເສດເພື່ອເປັນວັດຖຸດິບປ້ອນໃຫ້ໂຮງງານອຸດສາຫະກຳ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...