spot_img
Homeປະເພນີ-ວັດທະນະທຳທ່າວັດຈັນເລີ່ມຄືກຄື້ນຕ້ອນຮັບບຸນອອກພັນສາ ແລະ ຊ່ວງເຮືອປະເພນີ 2015

ທ່າວັດຈັນເລີ່ມຄືກຄື້ນຕ້ອນຮັບບຸນອອກພັນສາ ແລະ ຊ່ວງເຮືອປະເພນີ 2015

Published on

ແຄມນໍ້າຂອງນັບແຕ່ເຂດໂຮງໝໍມະໂຫສົດ, ເມືອງຈັນທະບູລີໄປຈົນຮອດເຂດບ້ານສີຖານເໜືອ, ເມືອງສີໂຄດຕະບອງ, ພວມມີບັນຍາຄຶກຄື້ນເປັນພິເສດ, ພາຍຫລັງມີບໍລິສັດ, ຫ້າງຮ້ານ ແລະ ຊາວຄ້າຂາຍທັງພາຍໃນ ແລະ ຕ່າງ ປະເທດ, ໄດ້ເຂົ້າມາຈັດສັນສະຖານທີ່ປະດັບປະດາຫ້າງຮ້ານຈໍາໜ່າຍສິນຄ້າຂອງຕົນໃຫ້ເປັນລະບຽບສວຍງາມເພື່ອກຽມໃຫ້ແກ່ການເປີດຕະຫລາດນັດບຸນອອກພັນສາປາວໍລະນາ ພສ 2558 ແລະ ບຸນຊ່ວງເຮືອປະເພນີປະຈໍາປີຄສ2015 ທີ່ທ່າວັດຈັນໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນຄືດັ່ງທຸກໆປີຜ່ານມາ.

ທ່ານ ຄໍາເສັງ ສູນດາລາ ປະທານບໍລິສັດຄໍາເສັງຈໍາກັດ, ຊຶ່ງເປັນໜຶ່ງໃນຜູ້ໄດ້ຮັບສິດສໍາປະທານ ແລະ ຈັດສັນສະຖານທີ່ງານຕະຫລາດນັດບຸນຊ່ວງເຮືອທ່າວັດຈັນໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມລາວພັດທະນາວ່າ: ພາຍຫລັງ, ຄະນະຮັບຜິດຊອບໄດ້ອະນຸຍາດໃຫ້ບັນດາບໍລິສັດ ແລະ ຫ້າງຮ້ານຕ່າງໆສາມາດເຂົ້າມາຈັດສັນສະຖານທີ່ແລະ ເອົາສິນຄ້າຂອງຕົນ

ມາວາງຈໍາໜ່າຍເລີ່ມແຕ່ວັນທີ 20 ຕຸລາມານີ້, ປາກົດວ່າໄດ້ມີຊາວຄ້າ, ໂດຍສະເພາະຮ້ານຂາຍເສື້ອຜ້າ, ສິນຄ້າອຸປະໂພກ-ບໍລິໂພກ,ອາຫານ, ເຄື່ອງດື່ມ ແລະ ອື່ນໆ, ເລີ່ມທະຍ່ອຍຂົນສີນຄ້າຂອງຕົນເຂົ້າມາວາງສະແດງ ແລະ ຈໍາໜ່າຍໃນງານດັ່ງກ່າວແລ້ວ, ຊຶ່ງຈະດໍາເນີນການຄົບງັນກັນໄປຈົນຮອດວັນທີ 28 ຕຸລາ 2015 ຈຶ່ງຈະປິດລົງ.

ທ່ານ ຄໍາເສັງ ສູນດາລາ ໃຫ້ຮູ້ວ່າ: ສໍາລັບຂອບເຂດທີ່ບໍລິສັດຕົນໄດ້ຮັບສໍາປະທານໃນປີນີ້ແມ່ນມີສະເພາະເນື້ອທີທາງ ຍ່າງ(ຟຸດບາດ)ສອງຝາກທາງແຕ່ເຂດໂຮງໝໍມະໂຫສົດ, ເມືອງຈັນທະບູລີ ໄປຈົນຮອດແຄມຂອງເຂດບ້ານສີຖານເໜືອ, ເມືອງສີໂຄດຕະບອງ ແລະ ລາຄາຄ່າເຊົ່າຫ້ອງແມ່ນຍັງຄົງທີ່ຊໍ່າກັບປີຜ່ານມາຄື: ນັບແຕ່ 5 ແສນກີບໄປຈົນຮອດ 3,2 ລ້ານກີບຕໍ່ຫ້ອງ ແລະ ມາຮອດປັດຈຸບັນແມ່ນມີຫ້ອງຖືກຈອງໄປແລ້ວຫລາຍກວ່າ 65% ຂອງຫ້ອງທັງໝົດ. ແຕ່ແນວໃດກໍຕາມ, ບັນຍາກາດການຈັບຈອງຫ້ອງຂາຍສິນຄ້າໃນບຸນຊ່ວງເຮືອປີນີ້ແມ່ນບໍ່ຄືກຄື້ນດີຄືກັບຫລາຍປີຜ່ານມາ, ເນື່ອງຈາກວ່າບໍລິສັດ, ຫ້າງຮ້ານທີ່ເຄີຍເຂົ້າຮ່ວມຈໍາໜ່າຍສີນຄ້າໃນງານບຸນດັ່ງກ່າວໃນທຸກປີຜ່ານມາແມ່ນໄດ້ພາກັນຖອນຕົວເປັນຈໍານວນຫລາຍ.

ທ່ານ ຄໍາເສັງ ສູນດາລາ ກ່າວວ່າ: ສໍາລັບສະພາບນໍ້າຂອງປີນີ້ແມ່ນບົກແຫ້ງຫລາຍ, ຄະນະກໍາມະການຈັດບຸນຊ່ວງເຮືອ, ຈຶ່ງໄດ້ກໍານົດຜາມໄຊໄວ້ 3 ຈຸດຄື: ຈຸດຫໍກາງ(ຈຸດເກົ່າ), ຈຸດໜ້າໂຮງແຮມວັນຊະນະ ແລະ ຈຸດໜ້າກົມປະມົງກະຊວງກະສິກໍາ-ປ່າໄມ້.

ຂ່າວຈາກ ໜັງສືພິມລາວພັດທະນາ

ລພນ

ບົດຄວາມຫຼ້າສຸດ

ແຈ້ງການເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ 11 ໃຕ້ ຂອງລົດບັນທຸກຫນັກ

ພະແນກ ໂຍທາທິການ ແລະ ຂົນສົ່ງອອກແຈ້ງການເລື່ອງ: ເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ...

ກັກຕົວແກ້ງມົ້ວສຸມນໍ້າກະທ້ອມ ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນໃຫ້ຮູ້ວ່າ: ເວລາປະມານ 22:00 ໂມງ ຂອງວັນທີ 16 ກັນຍາທີ່ຜ່ານມາ, ໄດ້ພົບເຫັນເປົ້າໝາຍ ຈຳນວນ 7 ຄົນ ກຳລັງຄ້າ-ຂາຍ...

ນໍ້າປະປາ ນວ ແຈ້ງ ໄລຍະນີ້ການຜະລິດນຳ້ປະປາບໍ່ສະດວກ ສົ່ງຜົນນໍ້າໄຫຼຄ່ອຍ-ບໍ່ມີນໍ້າ

ອີງຕາມແຈ້ງການຂອງລັດວິສະຫະກິດນໍ້າປະປານະຄອນຫຼວງ ລົງເມື່ອວັນທີ 18 ກັນຍາ 2024 ກ່ຽວກັບການຜະລິດນໍ້າປະປາບໍ່ສະດວກ ແລະ ຈະສົ່ງຜົນກະທົບຕໍ່ປະຊາຊົນຜູ້ຊົມໃຊ້ນໍ້າປະປາ (ລາຍລະອຽດແຈ້ງການລຸ່ມນີ້)  

ແຈ້ງເຕືອນພາຍຸໜຸນເຂດຮ້ອນ ຊູລີກ ຈະຜ່ານສະຫວັນນະເຂດ ຄຳມ່ວນ ບໍລິຄຳໄຊ ວັນທີ 21 ກັນຍາ 2024

ອີງຕາມແຈ້ງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງເຕືອນໄພ ພາຍຸໜຸນເຂດຮ້ອນ ຊູລີກ (Soulik) ໃນລະຫວ່າງ ວັນທີ 19 –...