spot_img
Homeຂ່າວພາຍ​ໃນອາເຊນອນຍັງຕໍ່ລົມຫາຍໃຈຕໍ່ໄປໃນບານເຕະຢູຟາ ແຊ້ມປຽນລີກ

ອາເຊນອນຍັງຕໍ່ລົມຫາຍໃຈຕໍ່ໄປໃນບານເຕະຢູຟາ ແຊ້ມປຽນລີກ

Published on

ອາເຊນອນ ຕໍ່ລົມຫາຍໃຈໃນການແຂ່ງຂັນ ຢູຟາ ແຊ້ມປຽນລີກ ຮອບແບ່ງກຸ່ມ ເອົາຊະນະ ບາເຢິນ ມິວນິກ 2-0 ປະຕູ ຈາກການຍິງຂອງ ໂອລິເວີ ຊີຣູດ ກັບ ເມຊຸດ ໂອຊິວ ທີ່ສະໜາມ ເອມິເຣສ ສະເຕດຽມ ໃນມື້ວັນອັງຄານວັນທີ 20 ຕຸລາ 2015 ທີ່ຜ່ານມາ

ອາແຊນ ເວນເກີ ຜູ້ຈັດການທີມ ອາເຊນອນ ຈັດທັບແບບເຕັມທີ່ຕ້ອງການ 3 ຄະແນນເທົ່ານັ້ນ ໂດຍໃຫ້ ທີໂອ ວັລຄອດ ຮັບເປັນກອງໜ້າປະສານງານກັບ 3 ຕົວບຸກມີ ອາເລັກຊິສ ຊານເຊຊ, ເມຊຸດ ໂອຊິວ ແລະ ອາຣອນ ແຣມຊີ ຮັບມືກັບ ບາເຢິນມິວນິກ ທີ່ມີ ໂຮເບີດ ເລວານດອຟສະກີ, ໂທມັສ ມຸນເລີ ແລະ ດັກລາສ ຄອສຕ້າ ເປັນຕົວອັນຕະລາຍແດນໜ້າ

ໃນເກມການແຂ່ງຂັນບໍ່ສາມາດຍິງປະຕູກັນໄດ້ໃນເຄີ່ງເວລາທຳອິດ, ແຕ່ກໍ່ບໍ່ເໜືອຄວາມພະຍາຍາມເມື່ອໃນນາທີ 77 ຊານຕິ ກາຊໍໍລາ ເຕະປັ່ນສາມລໍ້ສົ່ງເຂົ້າເຂດໂທດ ມານູເອວ ນອຍເອີ ສະກັດບານບໍ່ຖືກບານຕົກໃສ່ຫົວ ໂອລິເວີ ຊີຣູດ ໂດດໂໝ່ງເຂົ້າປະຕູໄປຢ່າງສວຍງາມ
ໃນໄລຍະທົດເວລາບາດເຈັບ ອາເຊນອນ ຕອກຢ້ຳໄຊຊະນະ ເມື່ອ ເຮັກເຕີ ເບວເລຣິນ ຕັດບານໄດ້ຈາກກາງສະໜາມລາກບານເຂົ້າເຂດໂທດແລ້ວເປີດມາເສົາສອງ ເມຊຸດ ໂອຊິວ ແປເຂົ້າໄປແບບເນັ້ນໆ ມານູເອວ ນອຍເອີ ທຸບອອກມາໄດ້ ແຕ່ຜູ້ຕັດສິນດ້ານຫຼັງປະຕູໃຫ້ສັນຍານບອກວ່າກາຍເສັ້ນເຂົ້າໄປແລ້ວ ຈົບເກມອາເຊນອນ ເອົາຊະນະ ບາເຢິນມິວນະກ 2-0 ປະຕູ ເກັບ 3 ຄະແນນເພີ່ມໄດ້

558000012180301

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...