spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມນົມຂຸ້ນຫວານ.. ໄພງຽບທຳລາຍສຸຂະພາບ

ນົມຂຸ້ນຫວານ.. ໄພງຽບທຳລາຍສຸຂະພາບ

Published on

26_20151008105239.
ນົມຂົ້ນຫວານະຖືກນຳມາໃສ່ ໃນເຄື່ອງດື່ມ ທີ່ມັກ ບໍ່ວ່າຈະເປັນຊາ ກາແຟ ເຄື່ອງດື່ມໂທນິກ ນ້ຳຫມາກໄມ້ປັ່ນ ຫລືໃຊ້ເພີ່ມຄວາມແຊບຫອມມັນໃຫ້ຂະໜົມປັງ ຂະໜົມຄູ່ ໂລຕີ, ນົມຂົ້ນຫວານ 1 ບ່ວງກາເຟ ມີພະລັງງານປະມານ 62 ແຄຣໍລີ.
ນົມຂົ້ນຫວານ (Sweetened Condensed Milk) ຄືນົມທີ່ລະເຫຍນ້ຳອອກບາງສ່ວນ ເຮັດໃຫ້ຫວານໂດຍການເຕີມນ້ຳຕານ ຫລືອາດຈະໃຊ້ວິທີລະລາຍນົມຜົງຂາດມັນເນີຍ ປະສົມກັບໄຂມັນເນີຍຫລືນ້ຳມັນປາມເຂົ້າໄປ ປະລິມານນ້ຳຕານໃນນົມຂົ້ນຫວານຢູ່ໃນລະຫວ່າງ 40-50 ເປີລ໌ເຊັນຕ໌ ປະລິມານຂອງໄຂມັນໃນນົມຂົ້ນຫວານມີຕັ້ງແຕ່ນ້ອຍຫລາຍຈົນເຖິງ 9 ເປີລ໌ເຊັນຕ໌ ປະລິມານເນື້ອນົມມີຕັ້ງແຕ່ 22-28 ເປີລ໌ເຊັນຕ໌ ແລະປະລິມານນ້ຳມີຕັ້ງແຕ່ 24-27 ເປີລ໌ເຊັນຕ໌ ນ້ຳໜັກສຸດທິຂອງນົມຂົ້ນຫວານໜຶ່ງກະປ໋ອງໜັກ 397 ກຣາມ ສ່ວນປະກອບຂອງນົມຂົ້ນຫວານແຕກຕ່າງກັນໃນແຕ່ລະບໍລິສັດ ໂດຍທົ່ວໄປແລ້ວນົມຂົ້ນຫວານທີ່ມີປະລິມານໄຂມັນຕ່ຳຈະມີລາຄາຖືກກວ່ານົມທີ່ມີປະລິມານໄຂມັນສູງ ຊະນິດຂອງໄຂມັນກໍເຮັດໃຫ້ລາຄານົມຂົ້ນຫວານແຕກຕ່າງກັນໄປ
ນົມຂົ້ນຫວານຈຶ່ງເປັນນົມທີ່ມີນ້ຳຕານສູງຫລາຍຈຶ່ງຫ້າມໃຊ້ລ້ຽງເດັກນ້ອຍ ຫລືໃຊ້ເພື່ອເສີມຄຸນຄ່າທາງອາຫານແທນນົມກັບເດັກ ມີສານອາຫານໂປຕີນແລະ ສານອາຫານອື່ນ ໆ ຢູ່ນ້ອຍ ບໍ່ພຽງພໍກັບຄວາມຕ້ອງການຂອງຮ່າງກາຍເດັກນ້ອຍ ຈະເຮັດໃຫ້ເກີດພາວະຂາດອາຫານ ຮ່າງກາຍແລະສະຫມອງເຕີບໂຕບໍ່ໄດ້ ເຈັບປ່ວຍເລື້ອຍໆ
ຜົນເສຍກັບສຸກຂະພາບນົມຂົ້ນຫວານ ມີສ່ວນປະສົມຫລັກ ໆຄື ນ້ຳຕານຊາຍ ໄຂມັນປາມ ຊຶ່ງເປັນຕົ້ນເຫດຂອງ ພະຍາດຄໍເລດເຕີລອນສູງ ພະຍາດຫົວໃຈຂາດເລືອດ ເພີ່ມໄຂມັນຊະນິດແຫຼວ (ເພີ່ມ LDL) ແລະລຸດໄຂມັນຊະນິດດີ (ລຸດ HDL) ສົ່ງຜົນເຮັດໃຫ້ສ່ຽງຕໍ່ພະຍາດຫລອດເລືອດຫົວໃຈຊຶ່ງນຳໄປສູ່ກ້າມເນື້ອຫົວໃຈຂາດເລືອດ

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...