spot_img
Homeມູມໄອທີລາວລື!! Samsung Galaxy S7 ອາດເປີດໂຕເດືອນມັງກອນປີໜ້າ

ລື!! Samsung Galaxy S7 ອາດເປີດໂຕເດືອນມັງກອນປີໜ້າ

Published on

ເຊື່ອ​ວ່າ​ຂ່າວ​ນີ້​ເປັນ​ຂ່າວ​ຮ້ອນ​ແຮງ​ທີ່ສຸດ​ໃນ​ຈອນນີ້  ເພາະ​ສື່​ໄອ​ທີ​ຕ່າງ​ປະເທດ​ສຳ​ນັກ​ຕ່າງໆ ພາ​ກັນ​ນຳ​ສະເໜີ​ຂ່າວ​ກ່ຽວກັບ​ສມາດໂຟນ​ລຸ້ນ​ໃໝ່​ໃນ​ຕະກູນ Galaxy S ຢ່າງ Samsung Galaxy S7  ວ່າ​ມັນ​ອາດຈະ​ປາກົດ​ຕົວ​ຂາຍ​ຢ່າງ​ເປັນ​ທາງ​ການ​ໃນ​ເດືອນ ມັງກອນ 2016 ນີ້

untitled-1

ໂດຍ Samsung Galaxy S7  ທີ່​ມີ​ການ​ເວົ້າ​ເຖິງ​ກັນ​ໃນ​ຂ່າວ​ນັ້ນ​ຄື​ມັນ​ຈະ​ມາ​ພ້ອມ​ກັນ​ທັງ​ໝົດ 2 ລຸ້ນ​ແບ່ງ​ເປັນ​ລຸ້ນ​ (ພີ​ມຽມ)   ແລະ​ອີກ​ລຸ້ນ​ປົກກະຕິ​ທີ່​ຫລຸດສະເປັກລົງມາ​ພ້ອມ​ທັງ​ຂາຍ​ໃນ​ລາ​ຄາ​ທີ່​ຖືກ​ກວ່າ  ສ່ວນ​ຂອງສະ​ເປກ​ນັ້ນ​ຄາດ​ວ່າ​ຫນ່ວຍ​ປະ​ມວນ​ຜົນ​ນັ້ນ​ຍັງ​ຄອນ​ເຊັບ​ເກົ່າ​ນັ້ນ​ຄື​ມີ​ໃຫ້​ເລືອກ ທັງ Samsung Exynos ແລະ Samsung  Qualcomm Snapdragon ຂຶ້ນ​ຢູ່​ກັບ​ປະເທດ​ທີ່​ນຳ​ເຂົ້າ​ມາ​ຈຳ​ໜ່າຍ
ແລະ​ຕາມ​ກະ​ແສ​ຂ່າວ​ນັ້ນ​ຄາດ​ວ່າ Samsung Galaxy S7 ລຸ້ນ​ໃໝ່​ຈະ​ມາ​ພ້ອມ​ກັບ​ລະບົບ 3D Touch  ຊຶ່ງ​ມີ​ລັກສະນະ​ການເຮັດວຽກງານ​ຄ້າຍ​ໆ ກັບ 3D Touch  ຂອງ iPhone 6S  ນັ້ນ​ເອງ ແລະ​ສາ​ເຫດ​ຫລັກ​ທີ່​ມີ​ຂ່າວ​ລື​ນີ້​ອອກ​ມາ​ນັ້ນ​ອາດຈະ​ເປັນ​ຜົນ​ມາ​ຈາກ​ການ​ທີ່ Apple ຄູ່​ແຂງ​ຄົນ​ສຳຄັນ​ໄດ້​ທຳການ​ເປີດ​ຕົວ iPhone 6S ກັບ iPhone 6S Plus  ຢ່າງ​ແນ່ນອນ ແລະ​ ​ທາງ Samsung ຕ້ອງ​ການ​ດຶງ​ສ່ວນ​ແບ່ງ​ຂອງຕະຫລາດ​ກັບ​ມາ​ກໍ​ຕ້ອງ​ເຮັດຫຍັງ​ໃຫ້​ໄວ​ຂຶ້ນ

ຢ່າງ​ໜ້ອຍ​ຂ່າວ​ລື​ນີ້​ກໍ​ສາມາດ​ເຮັດໃຫ້​ໃຜ​ຫລາຍໆ ຄົນ​​ຫຍຸດການ​ຊື້ iPhone 6S ກັບ iPhone 6S Plus ໄວ້​ກ່ອນ​ເພື່ອ​ລໍຖ້າ​ທຽບ​ກັບ Samsung Galaxy S7 ທີ່​ລື​ວ່າ​ຈະ​ເປີດ​ຕົວ​ໃນ​ເດືອນມັງກອນ​ແນ່ນອນ

 

ບົດຄວາມຫຼ້າສຸດ

ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ສປປ ລາວ ຮ່ວມກອງປະຊຸມລະດັບສູງສະຫະປະຊາຊາດ

ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີ ກະຊວງ ສາທາລະນະສຸກ ໄດ້ເຂົ້້າຮ່ວມກອງປະຊຸມລະດັບສູງສະຫະ ປະຊາຊາດ ຈັດຂຶ້ນຢູ່ນະຄອນນີວຢອກ, ສະຫາລັດອາເມລິກາ, ກອງປະຊຸມດັ່ງກ່າວ ມີການນໍາຂັ້ນສູງຈາກບັນດາປະເທດສະ ມາຊິກສະຫະປະຊາຊາດ ພ້ອມທັງອົງການຈັດຕັ້ງສາກົນເຂົ້າຮ່ວມ,...

ແຈ້ງເຕືອນສະພາບລະດັບນໍ້າສາຂາ ປະຈໍາວັນທີ 26 ກັນຍາ 2024. ເວລາ 12 ໂມງ 00

ບໍລິເວນຄວາມກົດດັນສູງຂອງອາກາດເຢັນ ໄດ້ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບລົມຕາເວັນອອກສ່ຽງໃຕ້ພັດປົກຄຸມ. ຊຶ່ງຈະເຮັດໃຫ້ ຍັງຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ໃນແຕ່ລະພາກ ແລະ ຈະໃນລະດັບປານກາງຢູ່ບາງທ້ອງຖິ່ນພ້ອມມີລົມ ພັດແຮງເປັນບາງໂອກາດ. ພ້ອມດຽວກັນນີ້, ໃນເວລາ 7:00 ໂມງ ສະພາບລະດັບນໍ້າສາຂາ ເຊັ່ນ:...

ກັກຕົວແກ້ງໄວລຸ້ນ ດັດແປງສະພາບເຕັກນິກລົດຈັກ ມາສຶກສາອົບຮົມ

ວັນທີ 19 ກັນຍາ 2024, ກອງບັນຊາການ ປກສ ເມືອວຽງພູຄາ ແຂວງຫຼວງນໍ້າທາ ໄດ້ອອກກວດກາເຄື່ອນໄຫວຕາມເທດບານ ເມືອງວຽງພູຄາ ພົບເຫັນຜູ້ລະເມີດການສັນຈອນ ໂດຍການດັດແປງສະພາບເຕັກນິກລົດຈັກ ຈຳນວນ 11...

ມອບ-ຮັບເຂົ້າສານຈ້າວ 100 ກວ່າໂຕນ ໃຫ້ແກ່ຜູ້ປະສົບໄພນໍ້າຖ້ວມ ແຂວງຫຼວງນໍ້າທາ

ໃນຕອນເຊົ້າວັນທີ 26 ກັນຍາ 2024, ອົງການກາແດງແຫ່ງຊາດລາວ,ອົງການອາຫານໂລກ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຄະນະນຳແຂວງຫຼວງນໍ້າທາ ແລະ ອົງການກາແດງແຂວງ ໄດ້ລົງແຈກຢາຍເຂົ້າສານຈ້າວໃຫ້ປະຊາຊົນທີ່ປະສົບໄພນໍ້າຖ້ວມ ໂດຍການເຂົ້າຮ່ວມຂອງທ່ານ ຄຳລາວັນ...