spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ຄາດຕະກອນຂ້າພໍ່ຖືກດໍາເນີນຄະດີຕາມກົດໝາຍ

ຄາດຕະກອນຂ້າພໍ່ຖືກດໍາເນີນຄະດີຕາມກົດໝາຍ

Published on

ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ ປກສ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ໄດ້ນໍາຕົວທ້າວ​ເດີນ ອາຍຸ 23 ປີຢູ່​ບ້ານ​ຜາ​ເມືອງ ເມືອງ​ຄຳ​ເກີດ ມາເຮັດແຜນປະກອບຄະດີເພື່ອສົ່ງໃຫ້ໄອຍະການ ແລະ ສັ່ງຟ້ອງສານລົງໂທດຕາມລະບຽບກົດໝາຍ, ພາຍຫລັງຜູ້ກ່ຽວໄດ້ໃຊ້ປືນແກ໋ບຍິງທ້າວ ແກ້ວ ອາຍຸ ອາຍຸ 38 ປີ, ເຊິ່ງເປັນພໍ່ນ້າຂອງຕົນຈົນເສຍຊີວິດໃນວັນທີ 26 ກັນຍາ2015 ນີ້.

ຜ່ານ​ການ​ສືບສວນ-ສອບ​ສວນຂອງເຈົ້າໜ້າທີ່ທ້າວ ເດີນ ​ຮັບ​ສາລະພາບ​ວ່າ:ສາເຫດທີ່ລົງມືຂ້າກໍຍ້ອນມີຄວາມຄຽດແຄ້ນທີ່ພໍ່ນ້າມັກອາລະວາດຜິດຖຽງ ແລະ ທໍາຮ້າຍຮ່າງກາຍແມ່ຂອງຕົນເປັນປະຈໍາເມື່ອມີອາການມຶນເມົາມາ ແລະ ໃນມື້ກໍເຫດຕົນໄດ້ຖືປືນແກ໋ບຍິງພໍ່ນ້າທີ່ພວມຍ່າງອອກມາຈາກປ່າຫ່າງຈາກບ້ານປະມານ 200 ແມັດເຂົ້າບໍລິເວນຄໍໜຶ່ງນັດຈົນເສຍຊີວິດແລ້ວໄດ້ເອົາປືນແກ໋ບຂອງຕົນສັບປ່ຽນກັບປືນແກ໋ບຂອງພໍ່ນ້າແລ້ວຫລົບໜີເຂົ້າມາບ້ານ, ຈົນມາ​ຮອດ​ວັນ​ທີ 29 ກັນຍາ 2015 ຈຶ່ງຖືກເຈົ້າໜ້າທີ່ຈັບຕົວມາດໍາເນີນຄະດີຕາມລະບຽບກົດໝາຍ

ຂ່າວຈາກ ໜັງສືພິມລາວພັດທະນາ

 

ລພນ

ບົດຄວາມຫຼ້າສຸດ

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...