spot_img
Homeຂ່າວເຫດການໄຟໄໝ້ເຮືອນ ຢູ່ບ້ານທົ່ງຂັນຄຳ ສາເຫດຍ້ອນໄຕ້ທຽນ

ໄຟໄໝ້ເຮືອນ ຢູ່ບ້ານທົ່ງຂັນຄຳ ສາເຫດຍ້ອນໄຕ້ທຽນ

Published on

ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 12 ຕຸລາ​ຜ່ານ​ມາ, ​ໄດ້​ເກີດ​ເຫດ​ໄຟ​ໄໝ້​ເຮືອນ​ຂອງ​ນາງ ສີ​ອຸດອນ ອາຍຸ 43 ປີ, ອາຊີບ​ຄ້າຂາຍ, ຢູ່​ບ້ານ​ທົ່ງ​ຂັນ​ຄຳ, ​ເມືອງ​ຈັນທະ​ບູລີ ນະຄອນຫລວງ​ວຽງຈັນ, ​​ເປັນ​ເຮືອນ​ 2 ຊັ້ນ, ​ເທິງ​ໄມ້ລຸ່ມ​ກໍ່.

​ເຈົ້າ​ໜ້າ​ທີ່​ມອດ​ໄຟ ​ນະຄອນຫລວງ​ວຽງຈັນ ໃຫ້​ຮູ້​ວ່າ: ພາຍຫລັງ​ໄດ້​ຮັບ​ແຈ້ງ ກໍ​ຮີບ​ນຳ​ລົດ​ນ້ຳ​ອອກ​ໄປ​ຈຸ​ດ​ເກີດ​ເຫດທັນ​ທີ ​ແລະ ​ໃຊ້​ເວລາ​ເກືອບ 1 ຊົ່ວ​ໂມງ ຈຶ່ງ​ສາມາດ​ຄວບ​ຄຸມ​​​ໄຟ​ໄວ້​ໄດ້. ​ ​ເຈົ້າ​ຂອງ​ເຮືອນ​ໃຫ້​ຮູ້​ວ່າ: ກ່ອນ​ເກີດ​ເຫດ​ໄດ້​ພົບ​ເຫັນຄວັນ​ດຳ​ອອກ​ຈາກ​ເຮືອນ​ຂອງ​ຕົນກ່ອນ​ຈະ​ມີ​ໄຟລຸ​ກລາມ​ໄປ​ທົ່ວ​ເຮືອນ​ຢ່າງ​ໄວວາ​ ​ແລະ ​ໄໝ້ໝົດ​ກ້ຽງ ​ແລະ ລາມ​ໄປ​ໃສ່​ເຮືອນ​ທີ່ຢູ່​ໃກ້​ຄຽງ​​ເສຍ​ຫາຍຈຳນວນ​ໜຶ່ງ.

ພາຍຫລັງ​ສືບສວນ-ສອບ​ສວນ​ຂອງ​ເຈົ້າ​ໜ້າ​ທີ່​ໃຫ້​ຮູ້​ວ່າ: ສາ​ເຫດ​ຂອງ​ການ​ເກີດ​ເຫດ​ໄຟ​ໄໝ້ຄັ້ງນີ້ ​ແມ່ນ​ເກີດ​ຈາກ​ການ​ໄຕ້​ທູບ​ທຽນ​ບູຊາ ​ແລ້ວ​ລືບ​ມອດ, ດັ່ງ​ນັ້ນ ຈຶ່ງ​ຝາກ​ເຕືອນ​ມາ​ຍັງ​ປະຊາຊົນ​ໃຫ້​ມີ​ສະຕິລະວັງ​ຕົວ​ ​ໃນ​ການ​ໃຊ້​ຟືນ​ໄຟ ​ໂດຍ​ສະ​ເພາະການ​ຈູດ​ທູບ​ທຽນ​ບູຊາ​ແຕ່ລະ​ຄັ້ງ ກໍ​ໃຫ້​ດັບ​ມອດ​ທັນທີ​ກ່ອນ​ອອກ​ຈາກ​ເຮືອນ, ອຸປະກອນ​ໄຟຟ້າ​ກໍ​ເຊັ່ນ​ກັນຄວນ​ຖອດ​ປັກ​ສຽບ​ຫລັງ​ຈາກ​ສຳ​ເລັດ​ການ​ນຳ​ໃຊ້, ໝັ່ນກວດກາ​ເບິ່ງ​ສາຍ​ໄຟຖ້າ​ມີ​ສະພາບ​ເກົ່າ​ຄວນ​ປ່ຽນ​ໃໝ່ ​ເພື່ອປ້ອງ​ກັນ​ອັກຄີ​ໄພ​ທີ່​ອາດຈະ​ເກີດ​ຂຶ້ນ​.

ຂ່າວຈາກ ໜັງສືພິມລາວພັດທະນາ

ລພນ

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...