spot_img
Homeຂ່າວຕ່າງປະເທດຣັດເຊຍຕອບໂຕ້ເຈົ້າໜ້າທີ່ອາເມຣິກາ ອ້າງລູກສອນໄຟຕົກຢູ່ອີຣ່ານ ບໍ່ມີມູນຄວາມຈິງ!

ຣັດເຊຍຕອບໂຕ້ເຈົ້າໜ້າທີ່ອາເມຣິກາ ອ້າງລູກສອນໄຟຕົກຢູ່ອີຣ່ານ ບໍ່ມີມູນຄວາມຈິງ!

Published on

-

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 9 ຕຸລານີ້ວ່າ ກະຊວງປ້ອງກັນປະເທດຣັດເຊຍ ໄດ້ອອກມາປະຕິເສດເພື່ອຕອບໂຕ້ຄຳກ່າວອ້າງຂອງເຈົ້າໜ້າທີ່ສະຫະລັດອາເມຣິກາລາຍໜຶ່ງ ທີ່ໄດ້ອອກມາໃຫ້ສຳພາດກັບສື່ມວນຊົນໃນມື້ວານນີ້ (8 ຕຸລາ) ວ່າ ມີລູກສອນໄຟທີ່ກອງທັບຣັດເຊຍຍິງຈາກເຮືອກ່ຳປັ່ນສູ້ຮົບໃນທະເລແຄສປຽນ ເພື່ອຖະຫລົ່ມກຸ່ມໄອເອັສໃນຊີຣີນັ້ນ ຜິດພາດຕົກລົງໃນພື້ນທີ່ປະເທດອີຣ່ານ ຈຳນວນ 4 ລູກ ໂດຍທ່ານ ອິກໍ ໂຄນາເຊັນຄອບ ໂຄສົກກອງທັບຣັດເຊຍໄດ້ອອກມາຕອບໂຕ້ວ່າ ລະຫວ່າງປະຕິບັດການດັ່ງກ່າວນີ້ ຣັດເຊຍໄດ້ກຳນົດເປົ້າໝາຍກ່ອນ ແລະ ຫລັງການຕົກຢູ່ສະເໝີ ຊຶ່ງລູກສອນໄຟທີ່ພວກເຮົາຍິງໄປນັ້ນ ແມ່ນຖືກເປົ້າໝາຍທຸກລູກ.

ທັງນີ້ ການກ່າວອ້າງຂອງເຈົ້າໜ້າທີ່ສະຫະລັດອາເມຣິກາຕໍ່ບັນຫາດັ່ງກ່າວ ແມ່ນບໍ່ໄດ້ໃຫ້ລາຍລະອຽດວ່າ ລູກສອນໄຟຕົກຢູ່ບໍລິເວນໃດ ຫລື ສ້າງຄວາມເສຍຫາຍຄືແນວໃດແດ່ ຊຶ່ງພຽງແຕ່ອອກມາອ້າງລອຍໆວ່າ ລູກສອນໄຟຂອງຣັດເຊຍທີ່ຍິງຈາກເຮືອກ່ຳປັ່ນສູ້ຮົບໃນທະເລແຄສປຽນຕົກໃນອີ່ຣ່ານ.

ສະຫະລັດອາເມຣິກາ ແລະ ກຸ່ມພັນທະມິດ ແມ່ນມີທັດສະນະຕໍ່ກັບການແກ້ໄຂບັນຫາຢູ່ຊີຣີທີ່ແຕກຕ່າງກັນກັບຣັດເຊຍ ໂດຍຖືວ່າປະທານາທິບໍດີ ອັດຊາດ ແຫ່ງຊີຣີ ເປັນຜູ້ນຳທີ່ຜະເດັດການຊຶ່ງຈະຕ້ອງລົງອອກຈາກອຳນາດ ພາຍຫລັງສົງຄາມຢຸດຕິລົງ, ແຕກຕ່າງກັບທັດສະນະຂອງຣັດເຊຍ ທີ່ໄດ້ໃຫ້ການສະໜັບສະໜູນລັດຖະບານຊີຣີ ພາຍໃຕ້ການນຳຂອງປະທານາທິບໍດີອັດຊາດ ເພາະເຊື່ອວ່າລັດຖະບານຂອງທ່ານອັດຊາດ ຄວນເປັນສູນກາງຂອງການຮ່ວມມືສາກົນ ໃນການຕໍ່ສູ້ຕ້ານຢັນກັບກຸ່ມລັດອິດສະລາມ ຫລື ໄອເອັສ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...