ພາບສີຫລ້າສຸດຂອງດາວພູໂຕທີ່ນາຊ່ານຳມາເປີດເຜີຍ ສະແດງໃຫ້ເຫັນຊັ້ນບັນຍາກາດສີຟ້າທີ່ປົກຄຸມຜິວດາວ ສຸກທີ່ 9 ຕຸລາ ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງວໍຊິງຕັນ ປະເທດສະຫະລັດ ເມື່ອວັນທີ່ 8 ຕຸລາ ວ່າອົງການບໍລິຫານການບິນແລະອາວະກາດແຫ່ງຊາດ (ນາຊ່າ) ເຜີຍພາບຖ່າຍສີພາບທຳອິດຂອງຊັ້ນບັນຍາກາດໜາທີ່ປົກຄຸມດາວພູໂຕ ຊຶ່ງສະແດງໃຫ້ເຫັນວ່າມີຊັ້ນໝອກປົກຄຸມເປັນສີຟ້າ ໂດຍພາບດັ່ງກ່າວເປັນຝີມືການບັນທຶກຂອງຍານສຳຫລວດນິວ ຮໍໄລຊັນສ໌ ຊຶ່ງເປັນໄລຍະທີ່ຍານສຳຫລວດເຄື່ອນທີ່ເຂົ້າໃກ້ດາວພູໂຕໃນໄລຍະໃກ້ທີ່ສຸດ ໂດຍຫ່າງຈາກພື້ນຜິວດາວພຽງ 12,500 ກິໂລແມັດ ນອກນີ້ ນາຊ່າອະທິບາຍການທີ່ພາບສີຂອງຊັ້ນບັນຍາກາດເປັນສີຟ້າ ວ່າເປັນການສະທ້ອນຂອງແສງອາທິດເມື່ອຊົນເຂົ້າກັບອານຸພາກຂອງກຸ່ມໝອກ ທີ່ມີແກັສປະກອບສ່ວນໃຫຍ່ເປັນໄນໂຕຣເຈນປົກຄຸມຢູ່ເທິງພື້ນຜິວຂອງດາວພູໂຕ ນອກຈາກນີ້ ນາຊ່າຍັງເຜີຍຄວາມຄືບໜ້າຂອງການວິເຄາະລັກສະນະພູມິປະເທດຂອງດາວພູໂຕ ຜ່ານການເຮັດແຜນທີ່ ພົບວ່າດາວພູໂຕມີຂະໜາດ “ໃຫຍ່ກວ່າທີ່ຄິດ” ແຕ່ຍັງຖືວ່າມີຂະໜາດນ້ອຍ ດ້ານນ້ຳກ້ອນທີ່ຢູ່ເທິງພື້ນຜິວມີຄວາມປ່ຽນແປງແລະລະເຫີຍໄວກວ່າທີ່ເຄີຍມີການວິເຄາະໄວ້ ຖືເປັນຄວາມທ້າທາຍເທື່ອຫລ້າສຸດທີ່ນາຊ່າຈະສຶກສາຢ່າງລະອຽດຕໍ່ໄປ ຍານສຳຫລວດນິວ ຮໍໄລຊັນສ໌ ມູນຄ່າປະມານ 700 ລ້ານດອນລາຂອງນາຊ່າ ຊຶ່ງສາມາດເດີນທາງເຂົ້າໃກ້ດາວພູໂຕໄດ້ຫລາຍທີ່
ນາຊ່າເຜີຍພາບສີຊັ້ນບັນຍາກາດເທິງດາວພູໂຕ
1815

ບົດຄວາມຫຼ້າສຸດ
ຂ່າວພາຍໃນ
ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ
ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ.
ໃນວັນທີ 9 ສິງຫາ 2025...
ຂ່າວຕ່າງປະເທດ
ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ
ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ.
ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...
ຂ່າວຄວາມສະຫງົບ
ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ
ຊົມເຊີຍ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ
ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ...
ຂ່າວທົ່ວໄປ
ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ
ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້.
ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ.
ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...