spot_img
Homeຂ່າວພາຍ​ໃນປກສ ບໍ່ແກ້ວຈັບໂຈນຊິງຊັບຕົວອັນຕະລາຍມາດໍາເນີນຄະດີ

ປກສ ບໍ່ແກ້ວຈັບໂຈນຊິງຊັບຕົວອັນຕະລາຍມາດໍາເນີນຄະດີ

Published on

ທ້າວ ສີ​ຈັນ ອາຍຸ 38 ປີ ຢູ່​ບ້ານ​ຂອນ​ແກ້ວ ເມືອງ​ຫ້ວຍ​ຊາຍ ​ແຂວງ​ບໍ່​ແກ້ວ ໄດ້ຖືກເຈົ້າໜ້າທີ່ ປກສແຂວງດັ່ງກ່າວຈັບຕົວມາດໍາເນີນຄະດີ, ພາຍຫລັງຜູ້ກ່ຽວພະຍາຍາມຂົ່ມຂືນ ແລະ ຊິງຊັບຍິງສາວຄົນໜຶ່ງຢູ່ເຮືອນພັກໃນເທດສະບານແຂວງບໍ່ແກ້ວເມື່ອບໍ່ດົນມານີ້.

ຜ່ານ​ການສືບສວນ-​ສອບ​ສວນ​ ຂອງເຈົ້າໜ້າທີ່ທ້າວ ສີຈັນ ​ຮັບ​ສາລະພາບ​ວ່າ: ​ໃນໄລຍະຕົ້ນເດືອນກັນຍາ 2015 ຕົນ​ໄດ້​ພົບເຫັນ​ຜູ້​ເສຍ​ຫາຍ​ຢູ່​ຮ້ານ​ຂາຍ​ເຄື່ອງ​ແຫ່ງ​ໜຶ່ງ ແລະ ​ໄດ້​ຂໍ​ເບີ​ໂທ. ຈາກ​ນັ້ນກໍ​ໄດ້​ມີການຕິດ​ຕໍ່​ພົວພັນຫາ​ກັນ​ທາງອອນລາຍເປັນປະຈໍາ ແລະ ມາ​ຮອດ​ວັນ​ທີ 11 ກັນຍາ 2015ຜູ້​ເສຍ​ຫາຍ​ໄດ້​ມາ​ຊື້​ເຄື່ອງ​ຢູ່​ຕະຫລາດ​ຈີນ ​ແລ້ວ​ໂທ​ຫາຕົນມາ​ຮັບ​ເພື່ອ​ໄປ​ສົ່ງ​ຢູ່​ບ້ານ​ພັກແຫ່ງໜຶ່ງໃກ້ສະໜາມບິນ, ພາຍຫລັງ​ຮອດ​ບ້ານ​ພັກຕົນກໍ​ໄດ້​​ເຂົ້າ​ໄປ​ສົ່ງ​ໃນ​ຫ້ອງ​​ແລ້ວ​ພະຍາຍາມ​ຂົ່ມຂືນ,​ ແຕ່​ຜູ້​ເສຍ​ຫາຍ​ໄດ້​ຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ຄົນ​ຢູ່​ໃກ້ຄຽງ, ເມື່ອເຫັນທ່າບໍ່ດີແບບນັ້ນຕົນໄດ້ດຶງເອົາ​ກະ​ເປົາ​ຂອງ​ຜູ້​ເສຍ​ຫາຍ​ຫລົບໜີ, ຊຶ່ງພາຍໃນກະເປົາມີ​ເງິນ 7.800 ບາດ (ສະກຸນເງິນໄທ) 329 ​ໂດ​ລາສະຫະລັດ,700 ຢວນ(ສະກຸນເງິນຈີນ) ແລະ 7 ລ້ານກ່ວາກີບ, ຄຳ​ຮູບ​ປະພັນ​ໜັກ 2 ບາດ ​ແລະ ​ເຄື່ອງປະດັບອື່ນໆອີກ​ຈຳນວນ​ໜຶ່ງແລ້ວເອົາຕົວຫລົບໜີມາເຮືອນ, ປັດຈຸບັນຄະດີ​ດັ່ງກ່າວ​ພວມ​ຢູ່​ໃນ​ຂັ້ນຕອນການ​ສະຫລຸບ​ສຳນວນ​ຄະດີ​ເພື່ອສົ່ງ​ໃຫ້​​ໄອ​ຍະ​ການ​ສັ່ງຟ້ອງສານ​ເນີນ​ຄະດີ​ຕາມລະບຽບ​ກົດໝາຍ.

ທີ່ມາ ໜັງສືພິມລາວພັດທະນາ http://laophatthananews.blogspot.com/2015/10/blog-post_6.html

ລພນ

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...