spot_img
Homeຂ່າວພາຍ​ໃນດຣ ເວີນສະຫວັນ ໄດ້ຮັບໜ້າທີ່ເປັນຄູເຝິກ ທີມຊາດ U19

ດຣ ເວີນສະຫວັນ ໄດ້ຮັບໜ້າທີ່ເປັນຄູເຝິກ ທີມຊາດ U19

Published on

ເພື່ອ​ຮອງ​ຮັບ​ການ​​ແຂ່ງຂັນ​ເຕະບານ ຊີງ​ແຊ໊ມອາຊີ ຫລື AFC U19 Championship Bahrain 2016 ທີ່ ສປປ ລາວ​ເປັນ​ເຈົ້າພາບ ​ໃນ​ຮອບ​ຄັດ​ເລືອກ ​ລະຫວ່າງ ວັນ​ທີ 2-6 ຕຸລາ 2015 ນີ້ ​ໃຫ້​ມີ​ຜົນງານ​ໂດດ​ເດັ່ນ​ນັ້ນ ສະຫະພັນ​ບາ​ນ​ເຕະ​ແຫ່ງ​ຊາດ ​ຈຶ່ງ​ໄດ້​ມອບ​ໜ້າ​ທີ່​ໃຫ້​ແກ່ ທ່ານ ດຣ. ​ເວີນສະຫວັນ ສິວິ​ໄຊ ຮັບ​ໜ້າ​ທີ່​ເປັນ​ຄູ​ເຝິກ ​ເພື່ອ​ພັດ​ທະນາ​ນັກ​ເຕະບາ​ນຮຸ່ນ​ນີ້ ​ໃຫ້​ເປັນ​ທີ່​ປະ​ທັບ​ໃຈ​ກອງ​ເຊຍ ກໍ​ຄືຜ່ານ​ເຂົ້າ​ໄປ​ຫລິ້ນ​ໃນ​ຮອບ​​ເລິກໆ.

ທ່ານ ດຣ. ​ເວີນ​ສະຫວັນ ສີ​ວິ​ໄຊ ​ກໍ​​ເປັນ​ອີກ​ໜຶ່ງ​ຄື​ເຝິກ​ທີ່​ມີ​ປະສົບ​ການ​ຫລາຍ ​ແລະ ​ເຄີຍ​ພາ​ນັກ​ກິລາ​ບານ​ເຕະ​ທີ​ມຊາດ​ລາວ ​ຍາດ​ໄດ້ຜົນ​ງານ​ຫລາຍ​ຮຸ່ນ​ມາ​ແລ້ວ, ພ້ອມ​ນີ້ ທ່ານກໍ​ເປັນ​ຄູ​ເຝິກ​​ໃຫ້​ແກ່ ທີ​ມບານ​​ເຕະເອສ​ເຮັດ​ບີ ວຽງ​ຈັນ ທີ່​ເປັນ​ທີ​ມນ້ອງ​ໃໝ່ ​ຂອງ​ການ​ແຂ່ງຂັນ​ເຕະບານລາວ​ ພຣີ​ເມຍ​ລີກ 2015 ຍາດ​​ໄດ້​ອັນ​ດັບ​ທີ 3 ຂອງ​ຕາຕະລາງ, ຕໍ່​ຜົນງານ​ດັ່ງກ່າວ ຈຶ່ງ​ເຮັດ​ໃຫ້ສະຫະພັນ​ບານ​ເຕະ​ແຫ່ງ​ຊາດ ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ມອບໜ້າ​ທີ່​ອັນ​ຊົງ​ກຽດ​ນີ້ ​ແກ່​ທ່ານ ດຣ. ​ເວີນ​ສະຫວັນ ​ແລະ ຕັ້ງ​ຄວາມ​ຫວັງ​​ໄວ້ວ່າ ນັກ​ກິລາ​ທີ​ມຊາດ​ລາວ ຈະ​ສາມາດ​​ເຂົາ​ໄປຫລິ້ນ​ໃນ​ຮອບ​ເລິກໆ ກໍ​ຄືກ​ານຍາດ​ໄດ້​ແຊ໊ມຍິ່ງ​ເປັນ​ການ​ດີ.ສໍາລັບ​ການ​ແຂ່ງຂັນ​ດັ່ງກ່າວ ມີ​ທີ​ມ​ເຂົ້າ​ຮ່ວມ​ທັງ​ໝົດ4 ທີ​ມຄືທີ​ມຊາດ​ລາວ​ເຈົ້າພາບ, ທີ​ມຊາດຍີ່​ປຸ່ນ, ທີ​ມຊາດອົສຕຣາລີ ​ແລະ ທີ​ມຊາດຟິລິບ​ປິນ​ແລະ ຈະ​ແຂ່ງຂັນ​ນັດ​ທຳ​ອິດ ​ໃນ​ວັນທີ 2 ຕຸລາ 2015 ເວລາ 16:00 ອົສຕຣາລີ ພົບ ຟີລິບປິນເວລາ 19:00 ຍີ່ປຸ່ນ ພົບ ລາວ; ວັນທີ 4 ຕຸລາ 2015 ເວລາ 16:00 ຟິລິບປິນ ພົບ ຍີ່ປຸ່ນເວລາ 19:00 ລາວ ພົບ ອົສຕຣາລີ​ ແລະ ວັນທີ 6 ຕຸລາ 2015 ເວລາ 16:00 ຍີ່ປຸ່ນ ພົບ ອົສຕຣາລີ ເວລາ 19:00 ລາວ ພົບ ຟີລິບປິນ.

12049400_1022206191133651_3665657577319571369_n

ຂອບໃຈຂ່າວຂາກ: ຂປລ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...