spot_img
Homeຂ່າວເຫດການລັດຖະບານລາວ ປະດັບຫລຽນກາມິດຕະພາບ ໃຫ້ເອກອັກຄະຣາຊະທູດໄທ ປະຈຳລາວ

ລັດຖະບານລາວ ປະດັບຫລຽນກາມິດຕະພາບ ໃຫ້ເອກອັກຄະຣາຊະທູດໄທ ປະຈຳລາວ

Published on

DSC_7523.01.10.15.1

ຂປລ. ວັນທີ 30 ກັນຍາ 2015, ທ່ານນາງ ຄຳເພົາ ເອີນທະວັນ, ລັດຖະມົນຕີຊ່ວຍວ່າ ການກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ປະດັບຫລຽນກາມິດຕະພາບ ໃຫ້ແກ່ທ່ານ ພິສະນຸ ຈັນວິທັນ, ເອກອັກຄະຣາຊະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວເພື່ອຊົມເຊີຍຜົນງານ ແລະ ຄຸນງາມຄວາມດີ ທີ່ໄດ້ປະກອບສ່ວນ ໃນການສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາ ລະຫວ່າງ ສອງປະເທດ ລາວ-ໄທ ໃນໄລຍະການປະຕິບັດໜ້າທີ່ການ​ທູດຕະຫລອດ​ໄລຍະ 3 ປີ.

ທ່ານທູດ ພິສະນຸ ຈັນວິທັນ ໄດ້ປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີຢ່າງໃກ້ຊິດ ລະຫວ່າງ ລາວ-ໄທ ໃຫ້ມີການຂະຫຍາຍຕົວຫລາຍດ້ານເປັນຕົ້ນ ແມ່ນການຮ່ວມມືດ້ານການເມືອງ ແລະ ຄວາມໝັ້ນຄົງ, ການຮ່ວມມືດ້ານເສດຖະກິດ ແລະ ການຮ່ວມມືເພື່ອການພັດທະນາ​ ເຊິ່ງໄດ້ນຳເອົາຜົນປະໂຫຍດມາສູ່ປະຊາຊົນສອງຊາດຢ່າງຕໍ່ເນື່ອງ. ຕະຫລອດໄລະຍະເວລາປະຕິບັດໜ້າທີ່ດັ່ງກ່າວ ທ່ານເອກອັກຄະຣາຊະທູດ ໄດ້ມີຄວາມພະຍາຍາມ ແລະ ເອົາໃຈໃສ່ຢ່າງຕັ້ງໜ້າເຂົ້າໃນການປະສານສົມທົບ, ຕິດຕາມ ແລະ ອຳນວຍ ຄວາມສະດວກ ດ້ານຕ່າງໆ ໃຫ້ແກ່ການຢ້ຽມຢາມ, ເຂົ້າຮ່ວມກອງປະຊຸມຂອງຄະນະຜູ້ແທນຂັ້ນສູງຂອງ ລາວ-ໄທ ໃນຂອບສອງຝ່າຍ ແລະ ຫລາຍຝ່າຍ. ທ່ານໄດ້ເຄື່ອນໄຫວຢ່າງຕັ້ງໜ້າ ເຂົ້າໃນການສົ່ງເສີມການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ດ້ວຍການຊຸກຍູ້ ບັນດາ ແຜນງານການຮ່ວມມື ທັງຂຸດຄົ້ນຊອກຫາ ທ່າແຮງອັນສອດຄ່ອງ ແລະ ເໝາະສົມກັບຄວາມຕ້ອງການຂອງ ສປປ ລາວ. ນອກຈາກນັ້ນ, ທ່ານທູດ ຍັງໄດ້ຊຸກຍູ້ສົ່ງເສີມການຄ້າ ແລະ ການລົງທຶນ ລະຫວ່າງ ສອງປະເທດ ດ້ວຍຮູບການສົ່ງເສີມການຜະລິດເປັນສິນຄ້າ ໃຫ້ແກ່ ປະຊາຊົນລາວ. ໃນໂອກາດນີ້ ທ່ານເອກອັກຄະຣາຊະທູດ ໄດ້ສະແດງຄວາມຂອບໃຈມາຍັງລັດຖະບານ ແຫ່ງ ສປປ ລາວ ທີ່ໃຫ້ກຽດປະດັບຫລຽນກາດັ່ງກ່າວ ແລະ ຍັງໃຫ້ຄຳເຫັນວ່າ ລັດຖະບານໄທ ຈະຍັງສືບຕໍ່ໃຫ້ການຊ່ວຍເຫລືອ ແກ່ ສປປລາວ ຕໍ່ໄປອີກໃນອະນາຄົດ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

5 ນັກກິລາບານສົ່ງໄທຕິດຢູ່ໃນເນປານ ທ່າມກາງການປະທ້ວງຮຸນແຮງ ພ້ອມເຜີຍສະຖານະການຫຼ້າສຸດ

ຈາກສະຖານະການຄວາມຮຸງແຮງ ຂອງການປະທ້ວງທີ່ເກີດຂຶ້ນທີ່ປະເທດເນປານ ໃນວັນທີ 09 ກັນຍາ 2025 ທີ່ຜ່ານມາ ສົ່ງຜົນໃຫ້ນັກກິລາບານສົ່ງຍິງຈາກປະເທດໄປ ຈຳນວນ 5 ຄົນ, ທີ່ເດີນທາງໄປແຂ່ງຂັນກິລາບານສົ່ງທີ່ປະເທດເນປານ ລະຫວ່າງ ວັນທີ 05-13...

ອອກມາແລ້ວ ກົດໝາຍວ່າດ້ວຍລັດຖະກອນສະບັບປັບປຸງໃໝ່ ລົງວັນທີ 7 ພຶດສະພາ 2025

ແຈ້ງການອອກມາແລ້ວ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ເລກທີ 046/ປປທ ລົງວັນທີ 07/09/2025 ມີເນື້ອໃນດັ່ງນີ້:

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...