ຄຳຕອບ:
ກ່ອນປີ 1920 ການຈານພາສາລາວໃສ່ໃບລານ ຫຼືຂຽນພາສາລາວໃສ່ເຈ້ຍນັ້ນ ເພິ່ນຍັງບໍ່ທັນໄດ້ກຳນົດເຄື່ອງໝາຍວັນນະຍຸດໃສ່ໃນແຕ່ລະຄຳສັບ. ດັ່ງນັ້ນ ຄຳທີ່ມີຄວາມໝາຍວ່າ ‘ຄົນ’ ທີ່ໄດ້ຍົກຂຶ້ນມານີ້ ຈຶ່ງຂຽນເປັນ ‘ຜູ’ ເຊິ່ງຜູ້ອ່ານຕ້ອງໄດ້ອອກສຽງຕາມບໍລິບົດທີ່ຄຳປາກົດຢູ່. ຍ້ອນຄວາມຫຍຸ້ງຍາກໃນການອ່ານຄຳທີ່ມີສຽງວັນນະຍຸດແຕກຕ່າງກັນ, ເພິ່ນຈຶ່ງກຳນົດເຄື່ອງໝາຍວັນນະຍຸດເຂົ້າມາໃສ່ໃນລະບົບຕົວອັກສອນລາວ ເພື່ອເຮັດໃຫ້ການອ່ານຄຳທີ່ມີສຽງວັນນະຍຸດນັ້ນງ່າຍຂຶ້ນ.
ທຳອິດ, ຄຳວ່າທີ່ມີຄວາມໝາຍວ່າ ‘ຄົນ’ ນີ້ ເພິ່ນສະກົດເປັນ ‘ຜູ້’. ຕໍ່ມາໃນປີ 1953 ຄະນະກຳມະການວັນນະຄະດີລາວ ໄດ້ປະຊຸມຕົກລົງກັນໃຫ້ຂຽນເປັນ ‘ຜູ່’. ແຕ່ຕໍ່ມາປີ 1967 ໃນໄວຍາກອນຂອງທ່ານພູມີ ວົງວິຈິດ ທີ່ໃຊ້ໃນເຂດປົດປ່ອຍແມ່ນກຳນົດໃຫ້ຂຽນເປັນ ‘ຜູ້’. ຕົກມາໃນປີ 1973 ລາຊະບັນດິດສະພາລາວທີ່ວຽງຈັນກໍໄດ້ກຳນົດໃຫ້ຂຽນ ‘ຜູ້’ ເຊັ່ນກັນ. ເມື່ອຕົກມາເຖິງປີ 1975 ສປປ ລາວໄດ້ຮັບການສ້າງຕັ້ງຂຶ້ນ ແລະຫຼັກການຂຽນພາສາລາວຕາມສຽງແບບຂອງທ່ານພູມີ ວົງວິຈິດ ກໍໄດ້ຮັບການນຳໃຊ້ເຂົ້າໃນລະບົບການສຶກສາຂອງລາວ ແລະການຂຽນຄຳນີ້ ກໍເປັນ ‘ຜູ້’ ມາເຖິງປັດຈຸບັນ. ໃນວັດຈະນານຸກົມຂອງ ດຣ. ທອງຄຳ ອ່ອນມະນີສອນ ແລະ ວັດຈະນານຸກົມພາສາລາວຂອງສະຖາບັນວິທະຍາສາດສັງຄົມແຫ່ງຊາດ ລ້ວນແຕ່ບັນທຶກຄຳວ່າ ‘ຜູ້’ ໄວ້ໃນປະມວນຄຳສັບຂອງຕົນ.
ດັ່ງນັ້ນ, ຈຶ່ງຖືວ່າ ‘ຜູ້’ ແມ່ນການສະກົດທີ່ຖືກຕ້ອງຕາມຫຼັກການຂຽນຂອງສະໄໝປັດຈຸບັນ.
ທີ່ມາ ພາສາລາວ https://www.facebook.com/phasalao?fref=ts