ມາເຣຍ ຊາຣາໂປວາ ກັບມາແຂ່ງຂັນແຕ່ຕ້ອງຢຸດເພາະບາດເຈັບ

ການກັບມາຂອງ ມາເຣຍ ຊາຣາໂປວາ ນັກເທນນິສມື 3 ຂອງໂລກຊາວ ລັດເຊຍ ຕ້ອງປິດສາກລົງຢ່າງໄວ ເນື່ອງຈາກພົບບັນຫາບາດເຈັບ ລົງແຂ່ງໄດ້ພຽງຮອບ 2 ໃນການແຂ່ງ ດັບເບີນຢູທີເອ ທົວ “ຕົງເຟິງ ມໍເຕີ ອູ່ຮັ່ນ ໂອເພນ” ທີ່ປະເທດຈີນ ຊິງເງິນລາງວັນ 2.2 ລ້ານໂດລາ (ປະມານ 16.500 ຕື້ກີບ) ເມື່ອວັນຈັນວັນທີ 28 ກັນຍາ 2015 ເປັນການແຂ່ງຂັນປະເພດຍິງດ່ຽວ

ປະກົດວ່າ ມາເຣຍ ຊາຣາໂປວາ ມືອັນດັບທີ 2 ຂອງລາຍການນີ້ລົງຫຼີ້ນລາຍການທຳອິດແຕ່ອາການບາດເຈັບຍັງແກ່ຍາວມາເຖິງປະຈຸບັນເຮັດໃຫ້ບໍ່ສາມາດແຂ່ງຂັນຕໍ່ໄປ
ມາເຣຍກວ່າວ່າ “ຂ້ອຍຮູ້ສຶກເຈັບແຂນຊ້າຍມັນຮຸນແຮງຂື້ນເລື້ອຍໆ ລະຫວ່າງທີ່ຂ້ອຍພະຍາຍາມຫຼີ້ນຕໍ່ ຈື່ບໍ່ໄດ້ວ່າຄັ້ງສຸດທ້າຍທີ່ອອກຈາກກາງເກມການແຂ່ງຂັນເກີດຂື້ນຕອນໃດ ມັນເປັນຄວາມຮູ້ສຶກທີ່ບໍ່ດີຫຼາຍທີ່ສຸດ ແລະ ແນ່ນອນວ່າ ທີ່ສິງກະໂປ ( ດັບເບີນຢູທີເອ ໄຟນອລ ) ກັບ ເຟດ ຄັບ (ເດືອນພະຈິກ) ເປັນເປົ້າໝາຍຫຼັກ ຂ້ອຍຈະເຮັດທຸກຢ່າງເພື່ອໃຫ້ເຕັມຮ້ອຍທີ່ຈະລົງແຂ່ງຂັນໃນມື້ນັ້ນ ”

ຜົນການແຂ່ງຂັນອື່ນໆທີ່ໜ້າສົນໃຈ ຮອບທຳອິດ ຢູຈີນີ ບູຊາດ ຊາວການາດາ ບາດເຈັບກະທັນຫັນຕ້ອງຂໍຖອນຕົວ ສ່ວນວ່າ ອະນາ ອິວາ ໂນວິຊ ມືອັນດັບທີ 9 ຂອງລາຍການເອົາຊະນະ ອາເລັກຊານດຣາ ດູເກຣູ ຈາກໂຮມານີ 6-1 ແລະ 6-3 ເຂົ້າຮອບ ພົບກັບ ເມດິສັນ ເບຣນເກີນ ຈາກອາເມລິກາໃນນັດຕໍ່ໄປ

558000011320201