ປ່ຽນດາວອັງຄານໃຫ້ເປັນທີ່ອາໄສໄດ້ດ້ວຍການຖິ້ມລະເບີດນິວເຄຍ

Elon Musk ນັກ​ທຸລະກິດ​ຊື່​ດັງ​ເຈົ້າ​ຂອງ​ບໍລິສັດ​ໂຄງ​ກາ​ນອາວະ​ກາດ​ເອກະ​ຊົນ SpaceX  ໄດ້​ໃຫ້​ສຳພາດ​ໃນ​ລາຍ​ການ The Late Show with Stephen Colbert ໃນ​ວັນທີ່ 9 ກັນຍາ ທີ່​ມີ​ໃຈ​ຄວາມ​ດັ່ງ​ນີ້

Elon Musk ​ແນວ​ຄິດ​ເລື່ອງ​ການ​ບຸກ​ເບີກ​ໃຫ້​ດາວ​ອັງ​ຄານ (Mars Colonization) ໃນ​ລະບົບ​ສຸ​ລິ​ຍະ​ໃຫ້ເປັນ​ທີ່​ທີ່​ມະນຸດ​ອາໄສ​ໄດ້ (habitable) ໄດ້​ເວົ້າ​ໃນ​ລາຍ​ການ​ກ່ຽວກັບ​ການ​ປ່ຽນ​ແປງ​ພື້ນ​ຜິວ​ດາວ (Terraforming) ວ່າ​ມີ​ທາງ​ລັດ​ໜຶ່ງ​ທີ່​ສາມາດ​ເຮັດໃຫ້​ເກີດ​ກະ​ບວນ​ການ​ນີ້​ໄດ້​ວ່ອງໄວ​ຄື​ການ​ໃຊ້ Termo-nuclear ຫລື​ລະ​ເບີດ​ນິວ​ເຄລຍ​ຊະນິດ​ໜຶ່ງ ທີ່​ມະນຸດ​ຄິດ​ຂຶ້ນ ຖິ້ມ​ລົງ​ໄປ​ທີ່​ຂົ້ວ​ໂລກ​ເໜືອ (North Pole)   ຂອງ​ດາວ​ອັງ​ຄານ ຊຶ່ງ​ເຮັດໃຫ້​ຖືກ​ວິ​ພາກ​ວິ​ຈານ​ເປັນ​ວົງ​ກວ້າງ ທັງ​ໃນ​ໂລກ​ອອນ​ໄລນ໌​ແລະ​ວົງ​ການ​ດາ​ລາ​ສາດ​ແລະ​ວິທະຍາ​ສາດ

Dr Matthew Genge ຈາກ  Imperial College London ບອກວ່າ “ຖ້າ​ເຮົາ​ຕ້ອງ​ການ​ປ່ຽນ​ພື້ນ​ຜິວ​ດາວ​ອັງ​ຄານ​ຢ່າງ​ວ່ອງໄວ ຫົນ​ທາງ​ທີ່​ຈະ​ເຮັດ​ໄດ້​ກໍ​ຄື​ຈະ​ຕ້ອງ​ເຮັດໃຫ້​ແຜ່ນ​ນ້ຳ​ກ້ອນເທິງ​ຂົ້ວ​ໂລກ​ເໜືອ​ເຫລົ່າ​ນັ້ນ ລະ​ເຫີຍ​ເປັນ​ອາຍ​ນ້ຳ (Evaporate) ແຕ່​ຂ້ອຍ​ບໍ່​ຄິດວ່າ​ເຮົາ​ຈະ​ປ່ຽນ​ນ້ຳ​ກ້ອນ​ເຫລົ່າ​ນັ້ນ​ໃຫ້ເປັນ​ແກັສ​ດ້ວຍ​ການ​ໃຊ້​ອາ​ວຸດ​ນິວເຄລຍ ຍັງ​ຕ້ອງ​ໃຊ້​ເວລາ​ອີກ​ເປັນ​ສິບ​ທົດສະ​ວັດ” Dr Genge ກ່າວ

Dr. Seth Shostak ນັກ​ອາວະ​ກາດ​ວິທະຍາ​ລະດັສູງ​ຈາ​ກສະ​ຖາ​ບັນ SETI ໄດ້​ຂຽນ​ອີ​ເມລ​ຊີ້​ໃຫ້​ເຫັນ​ຈຸດ​ຂອງ​ຄວາມ​ພະຍາຍາມ​ຕ່າງໆ ການ​ໃຊ້​ນິວ​ເຄລຍ​ອາດ​ບໍ່​ໄດ້​ຜົນ​ທີ່​ຈະ​ສ້າງ​ສະພາ​ວະ​ແກ້ວ (greenhouse effect) ໃຫ້​ແຜ່ນ​ນ້ຳ​ກ້ອນນັ້ນ​ລະ​ລາຍ​ຢ່າງ​ຕ້ອງ​ການ “ຫລາຍ​ອາທິດ​ຫລັງ​ການ​ລະ​ເບີດ ດາວ​ອັງ​ການ​ອາດ​ປ່ຽນ​ແປງ​ກັບ​ກາຍ​ເປັນ​ຢ່າງ​ເກົ່າ​ທີ່​ເຄີຍ​ເປັນ​ມາ ຄື​ຍັງ​ໃຊ້​ຢູ່​ອາໄສ​ບໍ່​ໄດ້​ຄືເກົ່າ ” Dr.  Shostak ມີ​ແນວຄິດ​ເຫັນ​ຕ່າງ​ໄປ​ກວ່າ​ນັ້ນ​ຄື​ການ​ໃຊ້ ສານ​ຟຣີ​ອອນ (Freon)

ລອງ​ໂຍນ​ຕູ້​ເຢັນ​ເກົ່າ​ທີ່​ເຕັມ​ໄປ​ດ້ວຍ Freon ລົງ​ໄປ​ໃນ​ດາວ​ອັງ​ຄານ​ເບິ່ງ ມັນ​ເປັນ​ແກັສ​ທີ່​ມີ​ປະ​ສິດ​ທິ​ພາບ (effective greenhouse gas) Freon ອາດ​ຢູ່ໃນ​ຊັ້ນ​ບັນ​ຍາກ​າດເກັບ​ຄວາມ​ຮ້ອນ​ເຮັດໃຫ້​ອຸນຫະພູມ​ສູງ​ຂຶ້ນ​ແລະ​ຢ່າງ​ໜ້ອຍ​ນ້ຳ​ກ້ອນຈະ​ເລີ່ມ​ລະ​ລາຍ ແລະ​ ແນ່ນອນ Freon ເປັນ​ພິດ (Toxic) ໃນ​ຄວາມ​ເຂ້ມ​ຂົ້ນ​ສູງ ແຕ່​ຢ່າງ​ໜ້ອຍ​ເຮົາ​ກໍ​ມີ Freon ໃນ​ບັນ​ຍາດ​ນ້ອຍ​ກວ່າ​ກຳ​ມັນ​ຕະ​ພາບຣັງສີນິວ​ເຄລຍ​ຈາກ​ລະ​ເບີດ

Dr. Lawrence Krauss ອາຈານ​ທິດສະດີ​ດ້ານ​ຟິ​ສິກສ໌ ທີ່ Arizona State University ບໍ່​ເຫັນ​ດີ​ກັບ​ການ​ປ່ຽນ​ແປງ​ດາວ​ອັງ​ຄານ​ຢ່າງ​ວ່ອງໄວ​ດ້ວຍ​ວິທີ​ນີ້ “ບໍ່ມີເຫດຜົນ​ທີ່​ຈະ​ຫວັງ​ວ່າ​ດາວ​ອັງ​ຄານ​ຈະ​ປ່ຽນ​ແປງ​ມາ​ເປັນ​ທີ່​ອາໄສ​ໄດ້​ງ່າຍໆ”

NASA ຍິ່ງ​ບໍ່​ສົນ​ໃຈ​​ກ່ຽວກັບແນວຄິດ​ນີ້ ອົງກອນ​ຕົວ​ແທ​ນອາວະ​ກາດ​ນາ​ຊ່າ ມີ​ຖະແຫລງ​ການ​ຢືນຢັນ​ແຈ້ງ​ວ່າ “ເຮົາ​ເຫັນ​ດີ​ກັບ​ການ​ສົ່ງ​ເສີມ​ສຳ​ຫລວດ​ອາ​ວະ​ກາດ​ໃນ​ລະບົບ​ສຸ​ລິ​ຍະ​ໃນ​ແນວ​ທາງ​ທີ່​ເປັນ​ການ​ປົກ​ປ້ອງ​ສະພາບ​ແວດ​ລ້ອມ​ທີ່​ຖືກ​ສຳ​ຫລວດ​ໃຫ້​ຢູ່ໃນ​ສະພາ​ວະ​ທຳມະຊາດ​ເດີມ​ທີ່​ມັນ​ເຄີຍ​ເປັນ”

dedc1d88e1a571477bb2858d8600c593

ແນວຄິດ​ນັ້ນ​ຫລາຍ​ເທື່ອ​ອອກ​ມາ​ໃນ​ແນວ “ບ້າ” ແມ່ນ​ຈະ​ອອກ​ມາໂພສ໌​ຂໍ້ຄວາມ​ຜ່າ​ນທະ​ວິດ​ເຕີລ໌​ແລ້ວ​ວ່າ “ບໍ່​ໄດ້​ເວົ້າ​ວ່າ ຄວນ​ຖິ້ມ​ນິວ​ເຄຣຍ​ດາວ​ອັງ​ຄານ ແຕ່​ສະແດງ​ໃຫ້​ເຫັນ​ທາງ​ເລືອກ​ໜື່ງ​ເທົ່າ​ນັ້ນ”

7f765ba3917ece972326da0905113b43