ແມງມຸມນັ້ນມີພຶດຕິກຳສະເພາະຕົວເຊັ່ນດຽວກັບຜູ້ຄົນ ບາງຊະນິດອາດຈະມີອັນຕະລາຍຫລາຍກໍໄດ້ ແລະ ຄຸນສົມບັດສະເພາະຕົວຂອງພວກມັນສາມາດເກີດການກະທົບໄດ້ເມື່ອທຳການສຳຜັດກັບມົນລະພິດ ການສຶກສາໃໝ່ພົບວ່າ ສານເຄມີທົ່ວໆ ໄປທີ່ໃຊ້ໃນການຂ້າແມງໄມ້ໃນສວນຫມາກໄມ້ສາມາດເຮັດໃຫ້ເກີດການປ່ຽນແປງຂອງລັກສະນະສະເພາະຂອງພວກມັນໄດ້ ມັນສາມາດປ່ຽນພຶດຕິກຳການໂດດຂອງແມງມຸມໄດ້ສຳລັບກຸ່ມທີ່ກິນແມງໄມ້ທີ່ໄດ້ຮັບສານເຄມີ
ການຄົ້ນພົບເທື່ອນີ້ໄດ້ຕີພິມໄວ້ໃນວາລະສານທາງວິຊາການລະດັບນານາຊາດ Functional Ecology ການສຶກສາກ່ອນໜ້ານີ້ໄດ້ສະແດງໃຫ້ເຫັນວ່າ ແມງມຸມໂດດທີ່ມີລັກສະນະມັກເດີນທາງນັ້ນມີຄວາມສ່ຽງຫລາຍກວ່າ ພວກມັນຈະຄົ້ນຫາໄປທົ່ວອານາເຂດຂອງພວກມັນ ຊຶ່ງຊ່ວຍໃຫ້ມັນຫາອາຫານໄດ້ ພວກມັນຍັງມີຄວາມຕ້ອງການທີ່ຈະເຂົ້າຫາອາຫານດ້ວຍ ຊຶ່ງເຮັດໃຫ້ມັນໄດ້ອາຫານມາ ສຳລັບກຸ່ມແມງມຸມທີ່ບໍ່ມັກເດີນທາງຫລືອອກໄປຈະຢູ່ໃກ້ໆ ກັບເຮືອນຂອງພວກມັນ ແລະ ບໍ່ອອກໄປຫາອາຫານຫລາຍເທື່ອ ຊຶ່ງເຮັດໃຫ້ມັນໄດ້ອາຫານໜ້ອຍກວ່າ
ເປັນຫຍັງແມງມຸມເຫລົ່ານີ້ເຖິງມີພຶດຕິກຳທີ່ແຕກຕ່າງກັນ “ມັນເປັນເພາະວ່າ ສະຫມອງຂອງແມງມຸມແຕ່ລະຊະນິດມີຄວາມແຕກຕ່າງກັນ ຊຶ່ງຄືກັນກັບຂອງມະນຸດ” Raphaël Royauté ກ່າວ “ນັ້ນເປັນເຫດຜົນວ່າ ເປັນຫຍັງຢາເຖິງສົ່ງຜົນກະທົບຕໍ່ຄົນບາງຄົນໄດ້ດີກວ່າອີກຄົນໜຶ່ງ ຫລືເປັນຫຍັງບາງຄົນເຖິງຮູ້ສຶກໄວກັບເຫລົ້າໄດ້ໄວກວ່າອີກຄົນໜຶ່ງ”
ເຮົາຈະເຮັດຢ່າງໃດໃນການຈຳກັດຄວາມຕ້ອງການໃນການໃຊ້ຢາຂ້າແມງໄມ້
Royauté ເຮັດວຽກໃຫ້ກັບ North Dakota State University ໃນ Fargo ບ່ອນນັ້ນພວກເຂົາໄດ້ເຮັດການສຶກສາພຶດຕິກຳຂອງສັດຕາມທຳມະຊາດ ສຳລັບການສຶກສາໃໝ່ຂອງພວກເຂົາໃນເທື່ອນີ້ ພວກເຂົາໄດ້ເຮັດການສຶກສາຜົນກະທົບຂອງຢາຂ້າແມງໄມ້ທີ່ເອີ້ນວ່າ phosmet ກັບລັກສະນະສະເພາະຕົວຂອງແມງມຸມໂດດສີບເທົາ
ຊາວນາສ່ວນຫລາຍໃຊ້ phosmet ໃນສວນຫມາກໄມ້ເພື່ອທຳການຂ້າພວກແມງໄມ້ທີ່ເຮັດອັນຕະລາຍຕໍ່ພືດຂອງພວກເຂົາ ເນື່ອງຈາກແມງມຸມໂດດສີບເທົາຈະທຳການກິນອາຫານຊຶ່ງກໍຄື ພວກແມງໄມ້ທີ່ຖ້າແຕ່ຈະທຳລາຍຫມາກໄມ້ເຫລົ່ານັ້ນ ເພາະສະນັ້ນ Royaute ຈຶ່ງສົງໄສວ່າ ຢາຂ້າແມງໄມ້ເຫລົ່ານີ້ອາດຈະມີຜົນກະທົບບາງຢ່າງຕໍ່ພວກມັນ
ໃນການທີ່ຈະຄົ້ນຫາຄຳຕອບ Royaute ແລະທີມວິໄຈຂອງພວກເຂົາທຳການລວມແມງມຸມໂດດສີບເທົາກວ່າ 200 ຕົວ ພວກເຂົາທຳການປ່ອຍແມງມຸມລົງໃນສາມພື້ນທີ່ທີ່ບໍ່ມີການໃຊ້ງານຂອງສານ phosmet ເມື່ອກັບໄປທີ່ຫ້ອງທົດລອງ ນັກວິທະຍາສາດໄດ້ທຳການທົດສອບລັກສະນະການລ່າອາຫານຂອງແມງມຸມພວກນີ້
ໃນການທົດສອບທຳອິດ ພວກເຂົາທຳການວາງແມງມຸມແຕ່ລະຕົວໃນກ່ອງຂະໜາດ 30 ເຊນຕິແມັດ ທຳການແບ່ງເສັ້ນເທິງພື້ນຂອງກ່ອງອອກເປັນ 36 ຊ່ອງສີ່ຫລ່ຽມ ຫລັງຈາກນັ້ນພວກເຂົາທຳການບັນທຶກວ່າ ແມງມຸມນັ້ນຍ່າງອອກໄປເປັນຈຳນວນຈັກຊ່ອງພາຍໃນຫ້ານາທີ ສຳລັບແມງມຸມທີ່ມີຈຳນວນຊ່ອງໃນການເດີນທາງຫລາຍທີ່ສຸດຈະຖືກຈັດກຸ່ມໃຫ້ເປັນພວກທີ່ມັກການເດີນທາງ
ໃນການທົດສອບທີ່ສອງ ແມງມຸມແຕ່ລະຕົວຈະຖືກວາງລົງໃນຈານເພາະເຊື້ອທີ່ມີແມງໄມ້ຢູ່ນຳ ຫລັງຈາກນັ້ນນັກວິໄຈຈະທຳການຈັບເວລາເພື່ອເບິ່ງວ່າແມງມຸມນັ້ນທຳການຕິດຕາມແລະໂດດເຂົ້າຫາອາຫານໄວຊ່ຳໃດ ກ່ອນທີ່ຈະທຳການກິນມັນເປັນອາຫານ ຜູ້ລ່າທີ່ໄວທີ່ສຸດກໍຈະຖືກຈັດວ່າເປັນກຸ່ມທີ່ມັກການເດີນທາງ
ທີມວິໄຈເຮັດຊ້ຳແຕ່ລະການທົດລອງເພື່ອນຳຜົນມາເປັນຄ່າສະເລ່ຍ
ຫລັງຈາກນັ້ນ ພວກເຂົາທຳການປ່ອຍຄຶ່ງໜຶ່ງຂອງແມງມຸມໃຫ້ສຳຜັດກັບ phosmet ຫລັງຈາກໜຶ່ງມື້ຜ່ານໄປ ພວກເຂົາເຮັດຊ້ຳກ່ຽວກັບການທົດລອງທັງສອງຂ້າງຕົ້ນ ກຸ່ມແມງມຸມທີ່ໄດ້ຮັບສານ phosmet ຈະປະພຶດຕົວບໍ່ຄືເກົ່າ
ຖ້າພວກມັນທຳການເຄື່ອນຕົວໂດຍສະເລ່ຍປະມານເຈັດຊ່ອງກ່ອນທີ່ຈະໄດ້ຮັບສານ phosmet ໃນຕອນນີ້ບາງຕົວຈະເຄື່ອນທີ່ໄດ້ຫລາຍຂຶ້ນ ຫລືນ້ອຍລົງຫລາຍ ແລະຖ້າພວກມັນທຳການຈັບອາຫານໄດ້ຢ່າງວ່ອງໄວກ່ອນໜ້ານີ້ ບາງຕົວຈະທຳການຈັບອາຫານໄດ້ຊ້າ ໃນຂະນະທີ່ຕົວອື່ນໆຈະທຳການຈັບອາຫານໄດ້ໄວຫລາຍຍິ່ງຂຶ້ນ
“ພວກມັນຫລຸດອອກຈາກພຶດຕິກຳປົກກະຕິທີ່ຄວນຈະເປັນ” Royauté ກ່າວ ແລະສິ່ງນີ້ເປັນຜົນກະທົບທີ່ເກີດຂື້ນຈາກສານເຄມີທີ່ໃຊ້ໃນການຂ້າແມງໄມ້
Pierre-Olivier Montiglio ເຫັນດ້ວຍກັບການສຶກສາໃນເທື່ອນີ້ ພວກເຂົາເຮັດວຽກໃຫ້ກັບ University of California ຊຶ່ງພວກເຂົາເປັນນັກນິເວດວິທະຍາທາງດ້ານວິວັດທະນາການ
“ຜົນການທົດລອງຂອງ Raphael ສະແດງໃຫ້ເຫັນວ່າ ເຖິງແມ່ນວ່າຢາຂ້າແມງໄມ້ຈະບໍ່ໄດ້ທຳຮ້າຍແມງມຸມ ແຕ່ມັນກໍຍັງສົ່ງຜົນທີ່ບໍ່ດີຕໍ່ແມງມຸມເຫລົ່ານັ້ນຢູ່ດີ” ພວກເຂົາກ່າວ “ຢາຂ້າແມງໄມ້ເຂົ້າຂັດຂວາງການຕັດສິນໃຈທີ່ສະຫລາດຂອງແມງມຸມກ່ຽວກັບອາຫານວ່າພວກມັນຄວນທີ່ຈະກິນຫລືພວກມັນຄວນທີ່ຈະມີຊີວິດຢູ່”