ໃນທ້ອງຟ້າມີດາວຈັກດວງ?
ບໍ່ມີໃຜຮູ້ວ່າໃນຫ້ວງຈັກກະວານນັ້ນມີດາວຢູ່ຈັກດວງແລະກໍບໍ່ມີໃຜຮູ້ອີກນຳວ່າ ທ້ອງຟ້ານັ້ນແຜ່ກວ້າງໄກໄປຈາກໂລກເທົ່າໃດ ເຊັ່ນດຽວກັບທີ່ມີຄຳເວົ້າວ່າ ບໍ່ມີໃຜຮູ້ວ່າ ຈັກກະວານນີ້ກວ້າງໃຫຍ່ຫຼາຍປານໃດ
<ignore_js_op>
ເມື່ອມີກ້ອງເບິ່ງດາວຂະໜາດໃຫຍ່ຫຼາຍຂື້ນກວ່າເກົ່າແຕ່ລະຄັ້ງນັກດາລະສາດກໍຈະແນມເຫັນໄກອອກໄປເປັນລຳດັບ ເມື່ອເຮົາສາມາດເບິ່ງໄກອອກໄປໃນອະວະກາດຫຼາຍຂື້ນ ເຮົາກໍຈະສາມາດເຫັນດວງດາວທີ່ຢູ່ໄກອອກໄປໄດ້ຫຼາຍຂື້ນ ນັກດາລາສາດບາງຄົນເຊື່ອວ່າ ເມື່ອເຮົາມີກ້ອງເບິ່ງດາວທີ່ໃຫຍ່ຂື້ນທຸກເທື່ອ ໃນເວລາຕໍ່ໄປພາຍໜ້າ ເຮົາອາດຈະເບິ່ງເຫັນໄປເຖິງເຂດທີ່ບໍ່ມີດວງດາວກໍເປັນໄດ້ໄດ້ ແຕ່ນັກດາລາສາດທົ່ວໄປໆໄປ ບໍ່ເຫັນເຫດຜົນເລີຍວ່າ ເຫດໃດທີ່ຈະມີດວງດາວລະຍິບລະຍັບແຜ່ໄປທົ່ວທິດທາງອີກ
ເພາະເຮົາເກືອບທຸກຄົນຮູ້ສຶກຍາກທີ່ຈະຄິດພາບເຖິງເຂດສິ້ນສຸດຂອງອະວະກາດໄດ້ ຫຼືຈະນຶກພາບອະວະກາດ
ເປັນຫຍັງຈຶ່ງແນມບໍ່ເຫັນດວງດາວໃນເວລາກາງເວັນ? ສະໄໝທຳອິດທີ່ມະນຸດຈະມີຄວາມເຂົ້າໃຈກ່ຽວກັບທ້ອງຟ້າ ແລະດາລາສາດຫຼາຍຂື້ນນັ້ນ ມີຄົນຈຳນວນຫຼາຍເຊື່ອວ່າດວງດາວຢຸດສ່ອງແສງໃນເວລາກາງເວັນ ຊາວອີຢິບບູຮານເຊື່ອກັນວ່າດວງດາວແມ່ນໂຄມໄັທີ່ພະເຈົ້າຈູດໃຫ້ ໃນຍາມກາງຄືນທຸກໆມື້ ເພື່ອໃຫ້ທ້ອງຟ້າຂອງເຮົາເບິ່ງສວຍສົດງົດງາມ ເຂົາຄິດກັນວ່າພະເຈົ້າຢ່ອນໂຄມລົງມາເປັນສາຍຫ້ອຍລົງມາຈາກຊ່ອງໂຫວດໃນທ້ອງຟ້າ ພໍເຖິງຕອເຊົ້າພະອົງກໍໄດ້ດຶງມັນກັບໄປແລະດັບໄຟ
ແຕ່ຄວາມຈິງນັ້ນດາວສ່ອງແສງຢູ່ຕະຫຼອດເວລາບໍ່ວ່າຈະເປັນກາງເວັນຫຼືກາງຄືນ ທີ່ເຮົາ ແນມບໍ່ເຫັນໃນຕອນກາງເວັນ ກໍເພາະວ່າບັນຍາກາດທີ່ຫໍ່ຫຸ້ມໂລກເຮັດໃຫ້ແສງອາທິດແຕກກະຈາຍອອກເປັນຜືນແຫ່ງແສງສະຫວ່າງ ເຊິ່ງເຮົານັ້ນບໍ່ສາມາດເບິ່ງທະລຸໄປບໍ່ໄດ້ ເຮົາອາດຈະເບິ່ງຜ່າບັນຍາກາດໄປໄດ້ໃນເວລາກາງຄືນ ແລະສາມາດແນມເຫັນດວງດາວໄດ້ ເພາະວ່າໃນຂະນະນັ້ນບໍ່ມີແສງອາທິດກະຈາຍຢູ່ແຕ່ຖ້າບໍ່ມີບັນຍາກາດຫໍ່ຫຸ້ມໂລກ ເຮົາກໍຈະສາມາດແນມເຫັນດວງດາວໄດ້ໃນເວລາກາງເວັນແລະະກາງຄືນ
ດວງອາທິດກໍຈະປະກົດແຕ່ຕາເຮົາເຫັນເປັນພຽງແສງມົນໆ ກົມໆ ແບນໆ ເຫັນໄດ້ຢ່າງຊັດເຈນກັບທ້ອງຟ້າສີດຳມືດ ແລະປະດັບປະດາໄປດ້ວຍດວງດາວທີ່ມີແສງສົດໃສ ນັບຫຼາຍພັນຫຼາຍໝື່ນດວງສ່ອງແສງທະລຸລອດລົງມາ ຖ້າມະນຸດສາມາດຂື້ນໄປໄດ້ໃນເຄື່ອງບິນທີ່ບິນສູງເໜືອບັນຍາກາດສ່ວນໃຫຍ່ໄດ້ແລ້ວ ກໍຈະສາມາດແນມເຫັນດວງດາວບໍ່ວ່າຈະເປັນເວລາໃດກໍຕາມ