ກອງປະຊຸມລັດຖະບານປະຈຳປີ 2012-2013

mon23sep5

ທ່ານນາງ ບຸນເພັງ ມູນໂພໄຊ, ລັດຖະມົນຕີປະຈຳຫ້ອງວ່າການລັດຖະບານ ໄດ້ຖະ ແຫຼງຂ່າວຕໍ່ສື່ມວນຊົນວ່າ:
ກອງປະຊຸມລັດຖະບານ ປະຈຳປີ 2012-2013 ໄດ້ໄຂຂຶ້ນໃນວັນທີ 16 ແລະ ປິດລົງ ໃນວັນທີ 20 ກັນຍາ 2013, ພາຍໃຕ້ການ ເປັນປະທານຂອງທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ໂດຍມີບັນດາທ່ານຮອງ ນາຍົກລັດຖະມົນຕີ, ບັນດາສະມາຊິກລັດຖະ ບານ, ປະທານ, ຫົວໜ້າອົງການຈັດຕັ້ງພັກ, ລັດ, ສະພາແຫ່ງຊາດ, ອົງການຕຸລາການ, ອົງ ການແນວລາວສ້າງຊາດ,   ອົງການມະຫາຊົນ
ຂັ້ນສູນກາງ, ທ່ານເຈົ້າຄອງນະ ຄອນ ແລະ ບັນດາທ່ານເຈົ້າ ແຂວງທຸກໆແຂວງເຂົ້າຮ່ວມ ຢ່າງຄົບຖ້ວນ.
ກອງປະຊຸມຄັ້ງນີ້ ຖືວ່າເປັນ ຄັ້ງສຳຄັນຍິ່ງເພາະວ່າກອງ ປະຊຸມໄດ້ນຳເອົາຫຼາຍບັນຫາ ສຳຄັນຂອງຊາດມາພິຈາລະ ນາຢ່າງເລິກເຊິ່ງກວ້າງຂວາງ ຊຶ່ງຂ້າພະເຈົ້າຂໍອະນຸດຍາດ ແຈ້ງໂດຍສັງເຂບດ່ັງນີ້:
1. ກອງປະຊຸມໄດ້ຮັບຟັງ ແລະ ປະກອບຄຳເຫັນຕໍ່ບົດ ລາຍງານຂອງລັດຖະມົນຕີວ່າ ການກະຊວງແຜນການ ແລະ ການລົງທຶນກ່ຽວກັບການຕີລາ ຄາເບື້ອງຕົ້ນ ຜົນການຈັດຕັ້ງ ປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມ ສົກປີ 2012-2013 ແລະ ຄາດໝາຍໃຫຍ່ ສົກປີ 2013-2014 ພ້ອມກັບ ການແນະນຳການຈັດຕັ້ງປະ ຕິບັດດຳລັດຂອງລັດຖະບານ ວ່າດ້ວຍການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ ສົກປີ 2013-2014.
2. ບົດລາຍງານຂອງລັດຖະ ມົນຕີວ່າການກະຊວງການ ເງິນ ກ່ຽວກັບສະພາບການຈັດ ຕັ້ງປະຕິບັດກົງຈັກການຈັດຕັ້ງ ພາສີ, ສ່ວຍສາອາອນ ແລະ ຄັງເງິນແຫ່ງຊາດ, ມາດຕະ ການເກັບລາຍຮັບງົບປະມານ ສົກປີ 2013-2014 ພ້ອມດ້ວຍ
ເນື້ອໃນຄຳສັ່ງຂອງນາຍົກລັດ ຖະມົນຕີວ່າດ້ວຍມາດຕະ ການປະຢັດ ແລະ ຕ້ານການ ຟຸມເຟືອມ.
ຕໍ່ບັນດາບົດລາຍງານດ່ັງ ກ່າວນັ້ນ, ຜູ້ເຂົ້າຮ່ວມກອງປະ ຊຸມ ທັງສູນກາງ ແລະ ທ້ອງ ຖິ່ນ ໄດ້ພ້ອມກັນສົນທະນາ ແລະ ປະກອບຄຳເຫັນຢ່າງ ເລິກເຊິ່ງມີການປຽບທຽບຢ່າງ ກົງໄປກົງມາ ໂດຍໄດ້ຕີລາຄາ ວ່າ: ເກືອບໜຶ່ງປີຜ່ານມາ ປະ ເທດເຮົາຍັງຮັກສາຄວາມສະ ຫງົບ, ຄວາມເປັນລະບຽບຮຽບ ຮ້ອຍທາງດ້ານສັງຄົມໄດ້ດີ, ຄວາມເຕີບໂຕທາງດ້ານເສດ ຖະກິດຍັງຢູ່ລະດັບ 8%, ສະ ພາບການຄ້າ-ການລົງທຶນ, ການຜະລິດ-ທຸລະກິດຍັງປົກ ກະຕິ ແລະ ຍັງມີທ່າອ່ຽງຂະ ຫຍາຍຕົວ, ການພັດທະນາ ເສດຖະກິດ-ສັງຄົມ, ການພັດ ທະນາຊົນນະບົດ-ແກ້ຄວາມ ທຸກຍາກ ຕິດພັນກັບການເຮັດ ທົດລອງ 3 ສ້າງສືບຕໍ່ເປັນຂະ ບວນຢ່າງກວ້າງຂວາງ. ເວົ້າ ລວມແລ້ວສົກປີ 2012-2013 ນີ້, ປະເທດເຮົາຍັງສາ ມາດສ້າງໄດ້ທ່ວງທ່າທີ່ດີໃນ ການກະກຽມກ້າວສູ່ປີ 2014 ທັງເປັນພື້ນຖານໃຫ້ແກ່ການ ບັນລຸເປົ້າໝາຍພັດທະນາໃນ ອະນາຄົດ.
– ເຖິງຢ່າງໃດກໍ່ຕາມຄຽງຄູ່ ກັບດ້ານຕັ້ງໜ້າດັ່ງກ່າວມາ ນັ້ນ, ກອງປະຊຸມຍັງໄດ້ຕີລາ ຄາວ່າ: ພວກເຮົາຍັງປະເຊີນ ກັບສິ່ງທ້າທາຍຫຼາຍຢ່າງ ເປັນ ຕົ້ນແມ່ນ: ອັດຕາເງິນເຟີ້ ຍັງ ມີທ່າອ່ຽງເພີ່ມຂຶ້ນສູງ ແລະ ຄາດວ່າອາດຈະສູງກວ່າການ ຂະຫຍາຍຕົວຂອງເສດຖະ ກິດໃນຕໍ່ໜ້າ, ການເກັບລາຍ ຮັບບໍ່ໄດ້ຕາມແຜນທີ່ວາງໄວ້, ລາຍຈ່າຍພັດເພີ່ມສູງຂຶ້ນ, ການຊຳລະໜີ້ສິນໂຄງການ ລົງທຶນຂອງລັດຍັງຄ້າງຄາ ຄຸມເຄືອ, ການຈ່າຍເງິນເດືອນ ຂອງພະນັກງານ, ທະຫານ, ຕຳຫຼວດ ມີຄວາມຊັກຊ້າໃນ ບາງທ້ອງຖິ່ນ, ນອກນັ້ນຍັງຈະ ໄດ້ຮີບຮ້ອນຊຸມໃສ່ແກ້ໄຂສິ່ງ ຫຍໍ້ທໍ້ໃນດ້ານຕ່າງໆອີກ ຫຼາຍ ສິ່ງຫຼາຍຢ່າງ.
– ກອງປະຊຸມຍັງໄດ້ປະກອບ ຄຳຄິດເຫັນຕໍ່ມາດຕະການ ແລະ ວິທີການຈັດເກັບລາຍ ຮັບງົບປະມານໃນສົກປີ 2013-2014 ເພື່ອສາມາດ ຕອບສະໜອງໃຫ້ແກ່ລາຍ ຈ່າຍທີ່ຈຳເປັນ ແລະ ການພັດ ທະນາ ໂດຍໃຫ້ສຸມໃສ່ປັບປຸງ ຄວາມຮັບຜິດ-ຮັບຊອບຕໍ່ໜ້າ ທີ່ການເມືອງຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ, ຂອງອົງການປົກ ຄອງທ້ອງຖິ່ນຢ່າງເປັນເຈົ້າ ການຮ່ວມກັນ, ເພີ່ມທະວີວຽກ ງານສຶກສາອົບຮົມການເມືອງ ແນວຄິດຕິດພັນກັບການກວດ ກາເປັນປະຈຳ ແລະ ເຂັ້ມງວດ ປັບປຸງນິຕິກຳລະບຽບການ, ກົນໄກ ແລະ ນະໂຍບາຍ ຕ່າງໆໃຫ້ຖືກຕ້ອງ, ຮັດກຸມ, ປັບປຸງກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ແລະ ມາດຕະການອື່ນໆ ເຊິ່ງມີທັງ ມາດຕະການລວມ ແລະ ມາດຕະການສະເພາະຢ່າງ ຈະແຈ້ງ (22+8).
– ສິ່ງສຳຄັນອີກອັນໜຶ່ງທີ່ ກອງປະຊຸມໄດ້ສຸມໃສ່ພິຈາ ລະນາ ແລະ ເປັນເອກະພາບ ສູງຕໍ່ເນື້ອໃນ ຄຳສັ່ງ ຂອງນາ ຍົກລັດຖະມົນຕີ ກ່ຽວກັບມາດ ຕະການປະຢັດ ແລະ ຕ້ານ ການຟຸມເຟືອຍ ເຊິ່ງຄຳສັ່ງສະ ບັບນີ້ໄດ້ກຳນົດແຈ້ງມາດຕະ ການແຕ່ລະດ້ານຄື: ດ້ານການ ສຶກສາອົບຮົມ, ການຄຸ້ມຄອງ ພະນັກງານ, ມາດຕະການຄຸ້ມ ຄອງການປະມູນຈັດຊື້, ການ ປະເມີນມູນຄ່າລາຄາ, ການ ປະກອບ, ນຳໃຊ້ຍານພະຫະ ນະຂອງລັດ, ການນຳໃຊ້ອຸປະ ກອນໄຟຟ້າ, ສື່ສານ ແລະ ອຸ ປະກອນອື່ນໆ, ມາດຕະການ ດ້ານການເຄື່ອນໄຫວຂອງ ລັດຖະບານ, ການປະຊຸມສຳ ມະນາ, ການຈັດງານລ້ຽງ, ຮັບ ແຂກ, ພິທີການທາງລັດຖະ ການ, ການອະນຸມາດການລົງ ທຶນ ແລະ ອື່ນໆ, ຈິດໃຈຄຳສັ່ງ ດັ່ງກ່າວແມ່ນແນໃສ່ເຮັດໃຫ້ ທຸກການຈັດຕັ້ງ ແລະ ທົ່ວສັງ ຄົມ ມີສະຕິຕໍ່ການປະຕິບັດນະ ໂຍບາຍປະຢັດແຫ່ງຊາດ ດ້ວຍຈິດໃຈບຸກທະລຸ.
3.​ ໂດຍອີງຕາມທ່າອ່ຽງລວມ ຂອງໂລກ, ຂອງພາກພື້ນ ແລະ ຄວາມເປັນຈິງຂອງປະ ເທດເຮົາທາງດ້ານສະບຽງອາ ຫານ. ກອງປະຊຸມຄັ້ງນີ້ ໄດ້ ພ້ອມກັນພິຈາລະນາ ແລະ ຮັບຮອງເອົາໂຄງການຄ້ຳປະ ກັນຄວາມໝັ້ນຄົງທາງດ້ານ ສະບຽງອາຫານ ແລະ ການ ຜະລິດເຂົ້າເປັນສິນຄ້າ ເຊິ່ງ ເປັນໂຄງການໃນລະດັບຍຸດ ທະສາດຂອງຊາດ ໃນສະ ເພາະໜ້າ ແລະ ຍາວນານ ຂອງປະເທດເຮົາ ທັງເປັນ ການຜັນຂະຫຍາຍຈິດໃຈມະ ຕິ IX ຂອງສູນກາງພັກ, ທັງ ເປັນວິໄສທັດ, ທັດສະນະຂອງ ພັກ ແລະ ລັດຖະບານເຮົາ ໃນ ເງື່ອນໄຂແຫ່ງການເຊື່ອມ ເສດຖະກິດກັບພາກພື້ນ ແລະ ສາກົນ ຊຶ່ງມີທັງກາລະໂອກາດ ມີທັງອຸປະສັກ, ຄວາມສ່ຽງ ແລະ ສິ່ງທ້າທາຍຫຼາຍປະ ການເປັນຕົ້ນແມ່ນ ຄວາມໜາ ແໜ້ນຂອງປະຊາກອນ ນັບ ມືນັບເພີ່ມຂຶ້ນ, ຕ້ອງການອາ ຫານເພີ່ມຂຶ້ນ, ຊັບພະຍາ ກອນທຳມະຊາດ, ລວມທັງ ແຫ່ຼງພະລັງງານນັບມື້ລົດລົງ, ຄວາມຕ້ອງການທີ່ດິນເພື່ອຢູ່ ອາໄສ ແລະ ທຳການຜະລິດ ນັບມື້ສູງຂຶ້ນ, ບັນຫາສິ່ງແວດ ລ້ອມບວກກັບການປ່ຽນແປງ ຂອງດິນຟ້າອາກາດກໍ່ແມ່ນ ໄພຂົ່ມຂູ່ອັນໜຶ່ງ, ລະດັບການ ແກ່ງແຍ້ງແຂ່ງຂັນຂອງຕະ ຫຼາດ, ຄວາມຕ້ອງການເຖິງ ຄຸນນະພາບ, ຄວາມປອດໄພ ແລະ ມາດຕະຖານຂອງສິນ ຄ້າ ຈາກການກະເສດນັບມື້ ສູງຂຶ້ນ ແລະ ບັນຫາອື່ນໆ. ສະນັ້ນ, ໂຄງການດ່ັງກ່າວນີ້ ຈຶ່ງມີຄວາມສຳຄັນຫຼາຍສຳ ລັບປະເທດຊາດ ແລະ ປະຊາ ຊົນເຮົາ ເຊິ່ງທຸກການຈັດຕັ້ງ ພັກ-ລັດ, ບັນດານັກທຸລະກິດ, ຊາວກະສິກອນ ແລະ ທົ່ວສັງ ຄົມລາວເຮົາ ຈະໄດ້ເຊື່ອມຊຶມ ແລະ ເປັນເຈົ້າການເຂົ້າຮ່ວມ ປະຕິບັດໂຄງການນີ້ ຢ່າງມີ ຄວາມຮັບຜິດຊອບ ໃຫ້ເກີດ ເກີດຜົນ.
4. ກອງປະຊຸມເຫັນດີເປັນ ເອກະພາບຮັບຮອງເອົາຍຸດ ທະສາດການພັດທະນາພື້ນ ຖານໂຄງລ່າງດ້ານການຄົມ ມະນາຄົມ-ຂົນສົ່ງ “ທາງບົກ, ທາງລົດໄຟ, ທາງນ້ຳ ແລະ ທາງອາກາດ ຂອງ ສປປ ລາວ. ຕໍ່ບັນຫານີ້, ກອງປະຊຸມ ຍັງໄດ້ໃຫ້ທິດຊີ້ນຳ: ໃຫ້ຮີບ ຮ້ອນປັບປຸງ ແລະ ສ້າງເສັ້ນ ທາງຫຼວງແຫ່ງຊາດທີ່ເປັນ ເສັ້ນທາງເຊື່ອມຈອດກັບພາກ ພື້ນ ໃຫ້ໄດ້ຕາມມາດຕະຖານ ສາກົນ ແລະ ພາກພື້ນ ພ້ອມ ທັງຄົ້ນຄວ້າສ້າງເສັ້ນທາງ ດ່ວນໃນບາງຈຸດທີ່ມີເງື່ອນໄຂ ກ່ອນ; ສຳລັບທາງລົດໄຟ: ການພັດທະນາ ແລະ ຈັດລຽງ ບຸລິມະສິດເສັ້ນທາງລົດໄຟໃນ ສປປ ລາວ ແມ່ນໃຫ້ອີງໃສ່ ທິດຊີ້ນຳຂອງກົມການເມືອງ ສູນກາງພັກ ແລະ ອີງໃສ່ຍຸດ ທະສາດການເຊື່ອມໂຍງເຂົ້າ ກັບລະບົບຕາໜ່າງທາງລົດ ໄຟຂອງພາກພື້ນ ແລະ ອະນຸ ພາກພື້ນ ໃນນັ້ນໃຫ້ສຸມໃສ່ ໂຄງການກໍ່ສ້າງທາງລົດໄຟ ບໍ່ເຕັນ-ວຽງຈັນ. ສຳລັບຍຸດທະ ສາດພັດທະນາພື້ນພານໂຄງ ລ່າງທາງນ້ຳ ໃຫ້ສຶກສາ, ຄົ້ນ ຄວ້າລະອຽດຕື່ມເພື່ອໃຫ້ ແທດເໝາະກັບສະພາບເງື່ອນ ໄຂ ພູມີປະເທດຂອງພວກ ເຮົາໂດຍການສົມທຽບກັບປະ ສິດທິຜົນຈາກການສ້າງທາງ, ທາງດ່ວນ, ທາງລົດໄຟ ຫຼື ສະ ໜາມບິນ; ສ່ວນການພັດທະ ນາການຄົມມະນາຄົມທາງ ອາກາດໃຫ້ຄົ້ນຄ້ວາເຂດທີ່ ດິນທີ່ຈະສ້າງເດີນບິນສາກົນ ແຫ່ງໃໝ່ໃນໄລຍະຍາວແລ້ວ ປັກຫຼັກໝາຍສະຫງວນໄວ້ ເພື່ອບໍໃຫ້ມີຄວາມຫຍຸ້ງຍາກ ໃນການເວນຄືນທີ່ດິນ. ນອກ ຈາກນັ້ນໃຫ້ຄົ້ນຄວ້າລະອຽດ ຕື່ມການກຳນົດ, ຄວາມສາ ມາດ ແລະ ປະສິດທິຜົນທີ່ຈະ ສ້າງສະໜາມບິນສາກົນແຫ່ງ ໃໝ່ ຢູ່ຕ່າງແຂວງ. ສ່ວນເດີນ ບິນພາຍໃນໃຫ້ຄົ້ນຄວ້າປັບ ປຸງບາງແຂວງທີ່ເຫັນວ່າມີ ຄວາມຈຳເປັນບໍ່ຈຳເປັນທີ່ຈະ ຕ້ອງສ້າງຢູ່ທຸກແຂວງ. ແຕ່ ການຈັດຕັ້ງກໍ່ສ້າງຕ້ອງໃຫ້ ສອດຄ່ອງກັບກົດໝາຍການ ລົງທຶນ ແລະ ກົດໝາຍອື່ນໆ ສຳຄັນໃຫ້ຫລີກລ້ຽງການລົງ ທຶນທີ່ບໍ່ມີແຫຼ່ງທຶນ, ຖ້າງົບປະ ມານຂອງລັດຕ້ອງມີແຜນຮັບ ຮອງຈາກລັດຖະບານ ແລະ ສະພາແຫ່ງຊາດກ່ອນບວກ ກັບມີແຜນການສຳຫຼວດຕົວ ຈິງລວມທັງຊອກຫາແຫຼ່ງທຶນ ຈາກຫຼາຍໆແຫຼ່ງທັງພາຍໃນ ແລະ ຕ່າງປະເທດ. ພ້ອມດຽວ ກັນນັ້ນ, ກໍ່ໃຫ້ເອົາໃຈໃສ່ຂອດ ການບໍລິການຕາມດ່ານເຂົ້າ-ອອກເມືອງ ແລະ ທ່າເຮືອ ຕ່າງໆ ທີ່ຍັງອຶດອັດຊັກຊ້າ, ມີຫຼາຍຂັ້ນຫຼາຍຂອດໃຫ້ມີ ຄວາມວ່ອງໄວ ແລະ ຄ່ອງຕົວ ດ້ວຍການຈັດວາງລະບອບ ລະບຽບທີ່ກະທັດລັດທີ່ມີການ ບໍລິການທີ່ດີ.
5. ຕໍ່ບົດລາຍງານຜົນຂອງ ການສຳມະນາການປັບປຸງ ກົດໝາຍວ່າດ້ວຍລັດຖະ ບານ, ກົດໝາຍວ່າດ້ວຍການ ປົກຄອງທ້ອງຖ່ິ່ນ ແລະ ຮ່າງ ກົດໝາຍວ່າດ້ວຍນະຄອນ ແລະ ເທດສະບານກອງປະ ຊຸມໄດ້ເຫັນດີສືບຕໍ່ຄົ້ນຄວ້າ ພິຈາລະນາໄປຈົນເຖິງສະຫຼຸບ ຖອດຖອນບົດຮຽນການທົດ ລອງ 3 ສ້າງ ສຳເລັດແລ້ວ ຈຶ່ງນຳມາສະເໜີລັດຖະບານ ຄືນໃໝ່. ໃນເວລາຄົ້ນຄວ້າ ບັນຫາໃດບໍ່ແຈ້ງ ສະເໜີໃຫ້ ຈັດສຳມະນາແລກປ່ຽນບົດ ຮຽນນຳວິຊາການຜູ້ທີ່ມີປະ ສົບການມາຮ່ວມນຳ.
ໃນໂອກາດກອງປະຊຸມ ປະຈຳປີນີ້ ຄະນະລັດຖະບານ ຍັງໄດ້ດຳເນີນຊີວິດການ ເມືອງໂດຍລົງເລິກການບໍລິ ຫານງານລວມຂອງຄະນະ ລັດຖະບານ ສົກປີ 2012-2013 ລວມທັງປະເມີນຄຸນ ທາດການເມືອງຂອງສະມາ ຊິກລັດຖະບານໃນນາມເປັນ ນັກບໍລິຫານຂັ້ນສູງ, ຄວາມ ຮັບຜິດຊອບໜ້າທີ່ການເມືອງ ຂອງຕົນທີ່ໄດ້ຮັບມອບໝາຍ ເປັນຕົ້ນການນຳພາແກ້ໄຂ ບັນຫາຕ່າງໆ ປະຈຳສົກປີ 2012-2013 ໂດຍສະເພາະ ແມ່ນການຈັດຕັງປະຕິບັດມະ ຕິຕົກລົງຂອງກອງປະຊຸມລັດ ຖະບານເປີດກ້ວາງປະຈຳປີ 2012, ເລກທີ 12/ລບ, ລົງ ວັນທີ 7 ພະຈິກ 2012.
ໃນຕອນທ້າຍຂອງກອງ ປະຊຸມທ່ານນາຍົກລັດຖະມົນ ຕີໄດ້ຊີ້ນຳໃຫ້ບັນດາສະມາ ຊິກລັດຖະບານເອົາໃຈໃສ່ໃນ ແຜນວຽກຈຸດຊຸມປະຈຳເດືອນ ຕຸລາ 2013 ດັ່ງນີ້:
(1)    ສຸມທຸກກຳລັງແຮງສັງ ລວມເຂົ້າໃນການປະຕິບັດ ແຜນພັດທະນາ ແລະ ແຜນ ງົບປະມານໃນທ້າຍສິ້ນປີນີ້ ໃຫ້ຍັບເຂົ້າໃກ້ຫລືໄດ້ຕາມ ຄາດໝາຍທີ່ວາງໄວ້. ມອບ ໃຫ້ຄະນະຕິດຕາມ ແລະ ຊຸກ ຍູ້ເສດຖະກິດມະຫາພາກສົມ ທົບກັບບັນດາກະຊວງ-ອົງ ການ ແລະ ທ້ອງຖິ່ນຕ່າງໆ ປະຕິບັດ.
(2) ເພີ່ມຄວາມເອົາໃຈໃສ່ ໃນການປ້ອງກັນ ແລະ ແກ້ ໄຂໄພພິບັດ  ແລະ ການຊຸກຍູ້ ສົ່ງເສີມການຜະລິດເຂົ້າລະ ດູນາປີນີ້ ແລະ ການປູກ ພືດສິນຄ້າອື່ນໆໃນລະດູຝົນ ແລະ ຕໍ່ໃສ່ລະດູແລ້ງທີ່ຈະມາ ເຖິງເພື່ອຮັບປະກັນຄວາມ ໝັ້ນຄົງ (ປອດໄພ) ດ້ານສະ ບຽງອາຫານຢູ່ປະເທດເຮົາຄື ໄດ້ປຶກສາກັນ. ພ້ອມກັນນັ້ນກໍ ໃຫ້ເພີ່ມຄວາມລະມັດລະວັງ ທີ່ເກີດຂຶ້ນໃນທ້າຍລະດູຝົນນີ້,  ເປັນຕົ້ນແມ່ນນ້ຳຖ້ວມ-ນ້ຳໄຫຼ ຊຸ; ອັນສຳຄັນໃນສະເພາະໜ້າ ນີ້ແມ່ນໃຫ້ເອົາໃຈໃສ່ຊ່ວຍ ເຫຼືອບັນດາແຂວງທ່ີປະສົບ ໄພນ້ຳຖ້ວມຫວ່າງແລ້ວ ແລະ ບັນດາແຂວງຢູ່ພາກໃຕ້ໃນ ປັດຈະບັນເພື່ອປົວແປງ ແລະ ຟື້ນຟູຊີວິດການເປັນຢູ່ຂອງ ປະຊາຊົນໃຫ້ກັບຄືນສູ່ສະ ພາບປົກກະຕິໂດຍໄວ. ພ້ອມ ກັນນັ້ນ, ກໍຕັ້ງໜ້າກະກຽມ ເງື່ອນໄຂດ້ານຕ່າງໆເພື່ອ ຊ່ວຍປະຊາຊົນໃນເຂດດັ່ງ ກ່າວດຳເນີນການຜະລິດລະດູ ແລ້ງຈະມາເຖິງ.
(3)    ໃຫ້ສືບຕໍ່ເອົາໃຈໃສ່ ວຽກງານກໍ່ສ້າງຮາກຖານ ການເມືອງ ຕິດພັນກັບວຽກ ງານ 3 ສ້າງຕາມຄຳສັ່ງເລກທີ 03 ຂອງກົມການເມືອງສູນ ກາງພັກ ແລະ ຄຳສັ່ງເລກທີ 16 ຂອງນາຍົກລັດຖະມົນຕີ ຢ່າງຕັ້ງໜ້າ.
(4) ໃຫ້ເພີ່ມຄວາມເອົາໃຈ ໃສ່ຕໍ່ການຄຸ້ມຄອງຕະຫຼາດ, ຄຸ້ມຄອງລາຄາສິນຄ້າອັນຈຳ ເປັນຕົ້ນຕໍຈຳນວນໜຶ່ງສຳລັບ ການຜະລິດ ແລະ ຊີວິດການ ເປັນຢູ່ຂອງປະຊາຊົນກໍຄືພະ ນັກງານ, ທະຫານ, ຕຳຫຼວດ ຂອງພວກເຮົາ; ອັນນີ້ເປັນ ເລື່ອງສຳຄັນຫຼາຍ, ຖ້າພວກ ເຮົາຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການໄດ້ດີ ພວກ ເຮົາຈະຄວບຄຸມເງິນເຟີ້ໃຫ້ຢູ່ ໃນລະດັບທີ່ເໝາະສົມໄດ້ ແລະ ຈະບໍ່ສົ່ງຜົນ ກະທົບຕໍ່ຈັງ ຫວະການເຕີບໂຕເສດຖະກິດ ກໍ່ຄືຕໍ່ການຜະລິດ-ທຸລະກິດ ແລະ ຊີວິດການເປັນຢູ່ຂອງ ປະຊາຊົນຜົນລະເມືອງ.
(5) ໃຫ້ເພີ່ມຄວາມເອົາໃຈ ໃສ່ການແກ້ໄຂບັນຫາຕ່າງໆ ດ້ານສັງຄົມ, ເປັນຕົ້ນແມ່ນ ບັນຫາໃນຂົງເຂດການສຶກ ສາ, ສາທາລະນະສຸກ, ການ ແກ້ໄຂບັນຫາປະກົດການຫຍໍ້ ທໍ້ໃນສັງຄົມ; ໃນສະເພາະໜ້າ ນີ້ແມ່ນໃຫ້ເອົາໃຈໃສ່ຕໍ່ການ ສະກັດກັ້ນ ແລະ ແກ້ໄຂພະ ຍາໄຂເລືອກອອກ ໃຫ້ຢຸດຕິ ຢ່າງສິ້ນເຊີງ.
(6)    ເພີ່ມທະວີຄວາມເປັນ ເຈົ້າການຕື່ມໃນການພົວພັນ ຮ່ວມມືກັບເພື່ອນມິດສາກົນ, ສົ່ງເສີມ ແລະ ດຶງດູດການລົງ ທຶນກັບຕ່າງປະເທດໃຫ້ແຂງ ແຮງກວ່າເກົ່າດ້ວຍການຊືມຕໍ່ ລະບອບລະບຽບການຂອງ ຂະແໜງການ ແລະ ທ້ອງຖິ່ນ ຕ່າງໆເພື່ອອຳນວຍຄວາມສະ ດວກໃນການບໍລິການວອງໄວ  ແລະ ໂປງໃສ.
ຕໍ່ບັນຫາຕ່າງໆທີ່ນຳມາ ພິຈາລະນາ ແລະ ປຶກສາຫາ ລືກັນຢູ່ໃນກອງປະຊຸມໃນ ເທື່ອນີ້ ທ່ານ ນາຍົກລັດຖະ ມົນຕີໄດ້ຊີ້ນຳໃຫ້ພາກສ່ວນ ກ່ຽວຂ້ອງນຳໄປປັບປຸງຕາມ ຄວາມເຫັນຂອງບັນດາສະມາ ຊິກລັດຖະບານ, ເຈົ້າຄອງນະ ຄອນຫຼວງ ແລະ ບັນດາເຈົ້າ ແຂວງເພື່ອເຮັດໃຫ້ເນື້ອໃນ ແຕ່ລະບັນຫາມີຄວາມສອດ ຄ່ອງ, ສົມບູນ ແລະ ຄົບຖ້ວມ ກ່ວາເກົ່າ ແລະ ທ່ານຍັງໄດ້ ຮຽກຮ້ອງ ແລະ ຊີ້ນຳໃຫ້ບັນ ດາສະມາຊິກລັດຖະບານ, ເຈົ້າຄອງນະຄອນຫຼວງວຽງ ຈັນ, ບັນດາເຈົ້າແຂວງ ແລະ ຜູ້ເຂົ້າຮ່ວມປະຊຸມອື່ນໆຈົ່ງ ນຳເອົາເນື້ອໃນຈິດໃຈທີ່ໄດ້ ປຶກສາຫາລື ແລະ ຕົກລົງ ໃນກອງປະຊຸມເທື່ອນີ້ໄປຈັດ ຕັ້ງຜັນຂະຫຍາຍເຂົ້າໃນວຽກ ງານຕາມຄວາມຮັບຜິດຊອບ ຂອງຂະແໜງການ ແລະ ທ້ອງຖິ່ນຕົນໃຫ້ປະກົດຜົນ ເປັນຈິງ.

ທີ່ມາhttp://www.kongthap.gov.la