spot_img
Homeວິທະຍາສາດ-ວິທະຍາການວິທີໃໝ່ແກ້ອາການເມົາລົດເມົາເຮືອ

ວິທີໃໝ່ແກ້ອາການເມົາລົດເມົາເຮືອ

Published on

ອາການ​ເມົາ​ລົດ​ເມົາ​ເຮືອ​ອາດຈະ​ບໍ່​ມີ​ອີກ​ຕໍ່ໄປ​ໃນ​ອີກ 5-10 ປີ​ຂ້າງ​ໜ້າ​ນີ້​ຫລັງ​ຈາກ​ທີ່​ນັກ​ວິທະຍາ​ສາດ​ຄົ້ນ​ພົບ​ວິທີ​ການ​ປິ່ນປົວ​ໃໝ່​ແລ້ວ

386ae97849c140dc0b22a253efbb97c7

ສາ​ເຫດ​ຂອງ​ອາການ​ເມົາ​ລົດ​ເມົາ​ເຮືອ​ຍັງ​ຄົງ​ເປັນ​ປິດ​ສະໜາ​ສຳລັບ​ນັກ​ວິທະຍາ​ສາດ​ຢູ່​ເລື່ອຍ​ມາ ໂດຍ​ທິດສະດີ​ທີ່​ໄດ້ຮັບ​ການ​ຍອມ​ຮັບ​ຫລາຍ​ທີ່ສຸດ​ອະທິບາຍ​ວ່າ ຂໍ້ຄວາມ​ທີ່​ໄດ້ຮັບ​ຈາກ​ຕາ​ແລະ​ຫູ​ສູ່​ສະໝອງ​ນັ້ນ​ເຮັດໃຫ້​ເຮົາ​ເກີດ​ຄວາມ​ສັບ​ສົນ​ໃນ​ຂະນະ​ທີ່​ເຮົາ​ກຳ​ລັງ​ເຄື່ອນ​ທີ່

ອາການ​ດັ່ງ​ກ່າວ​ເປັນ​ອາການ​ທີ່​ພົບ​ໄດ້​ທົ່ວ​ໄປ​ແລະ​ຕົວ​ເຮົາ​ເອງ​ກໍ​ມີ​ໂອ​ກາດ​ທີ່​ຈະ​ມີ​ອາການ​ເມົາ​ລົດ​ເມົາ​ເຮືອ​ຫລື​ແມ່ນແຕ່​ເມົາ​ເຄື່ອງ​ບິນ​ດ້ວຍ ແຕ່​ຢ່າງໃດ​ກໍ​ຕາມ ຄົົນທີ່​ມີ​ອາການ​ເມົາ​ຈົນ​ເຖິງ​ຂັ້ນ​ຮຸນແຮງ ເຊັ່ນ ມຶນ​ຫົວ ປວດຫາກ ເຫື່ອ​ອອກ ນັ້ນ​ມີ​ພຽງ 3 ໃນ 10 ຄົນ​ເທົ່າ​ນັ້ນ

ງານ​ວິ​ໄຈ​ຫລ້າ​ສຸດ​ຈາກ​ອິມ​ພີ​ລຽນ​ຄອນ​ເລດ ນະຄອນຫລວງລອນ​ດອນ ທີ່​ໄດ້ຮັບ​ການ​ເຜີຍແຜ່​ໃນ​ວາລະ​ສານ​ວິ​ຊາ​ການ Neurology ອະທິບາຍ​ເຖິງ​ແນວ​ຄິດ​ການ​ໃຊ້​ກະ​ແສ​ໄຟ​ຟ້າ​ອ່ອນໆ​ສົ່ງ​ໄປ​ທີ່​ໜັງ​ຫົວ​ໃຫ້​ຊຶມ​ໄປ​ເຖິງ​ສະໝອງ​ສ່ວນ​ທີ່​ຮັບ​ຜິດຊອບ​ການ​ປະ​ມວນ​ຜົນ​ການ​ເຄື່ອນ​ໄຫວ ດ້ວຍ​ວິທີ​ນີ້ ຜົນ​ກະທົບ​ຈາກ​ຂໍ້​ມູນ​ຂາ​ເຂົ້າ​ທີ່​ໜ້າ​ສັບ​ສົນ​ທີ່​ຮັບ​ມາ​ຈາກ​ຫູ​ແລະ​ຕາ​ຈະ​ຫລຸດລົງ​ໄປ​ໄດ້ ແລະ​ຈະ​ຊ່ວຍ​ປ້ອງ​ກັນ​ບັນຫາ​ທີ່​ຈະ​ກໍ່​ໃຫ້​ເກີດ​ອາການ​ເມົາ​ລົດ​ເມົາ​ເຮືອ​ຕໍ່ໄປ​ໄດ້

ແລະ​ໃນ​ອະນາຄົດ ເທກ​ນິກ​ນີ້​ອາດຈະ​ເປັນ​ວິທີ​ການ​ຂັດ​ຂວາງ​ກະ​ບວນ​ການ​ເມົາ​ລົດ​ເມົາ​ເຮືອ​ທີ່​ມີ​ປະ​ສິດ​ທິ​ພາບ ປອດ​ໄພ ແລະ​ສາມາດ​ເຂົ້າ​ເຖິງ​ໄດ້​ໂດຍ​ງ່າຍ

ດຣ. ຄາ​ເດຍ ອາລ໌​ຊາດ ແຫ່ງ​ສາ​ຂາ​ແພ​ດ​ສາດ ອິມ​ພີ​ລຽນ​ຄອນ​ເລດ ນະຄອນຫລວງລອນ​ດອນ ຫົວ​ໜ້າ​ໃນ​ໂຄງ​ການ​ວິ​ໄຈ​ເທື່ອ​ນີ້​ເຜີຍ​ວ່າ “ເຮົາ​ໝັ່ນໃຈ​ວ່າ​ພາຍ​ໃນ 5-10 ປີ​ຄົນ​ຈະ​ສາມາດ​ຍ່າງ​ໄປ​​ຫາ​ຊື້​ອຸປະກອນ​ປ້ອງ​ກັນ​ການ​ເມົາ​ລົດ​ເມົາ​ເຮືອ​ໄດ້ ລັກສະນະ​​ຄ້າ​ຍໆ​ກັບ​ເຄື່ອງ​ທີ່​ເຮົາ​ໃຊ້​ແກ້​ອາການ​ປວດ​ຫລັງ ເຮົາ​ຫວັງ​ວ່າ​ເຄື່ອງ​ນີ້​ຈະ​ສາມາດ​ລວມ​ເຂົ້າ​ກັບ​ໂທລະ​ສັບ​ມື​ຖື ແລະ​ສາມາດ​ຈະ​ສົ່ງ​ກະ​ແສ​ໄຟ​ຟ້າ​ທີ່​ພໍ​ເໝາະ​ຜ່ານ​​ຫູ​ຟັງ​ໄປ​ຍັງ​ສະໝອງ​ໄດ້ ຫລື​ບໍ່ ອາດຈະ​ເປັນ​ຮູບ​ແບບ​ຂອງ​ຂົ້ວ​ໄຟ​ຟ້າ​ຕິດ​ໄວ້​ທີ່​ຫົວ​ຕັ້ງ​ແຕ່​ກ່ອນ​ເດີນທາງ ແລ້ວ​ເວລາ​ຂຶ້ນ​ເຮືອ​ກໍ​ຄ່ອຍ​ກະຕຸ້ນ​ໄຟ​ຟ້າ ເປັນ​ຕົ້ນ”

ໃນ​ການສຶກສາ​ເທື່ອ​ນີ້ ອາ​ສາ​ສະໝັກ​ໄດ້​ໃສ່​ຂົ້ວ​ໄຟ​ຟ້າ​ໄວ້​ທີ່​ຫົວ​ເປັນ​ເວລາ 10 ນາ​ທີ ຈາກ​ນັ້ນ​ໄດ້ຮັບ​ຄຳ​ສັ່ງ​ໃຫ້​ນັ່ງ​ທີ່​ຕັ່ງ​ໝຸນ​ແລະ​ເລື່ອນ​ຂຶ້ນ​ລົງ​ໄດ້​ເພື່ອ​ຈຳ​ລອງ​ການ​ເຄື່ອນ​ທີ່​ຂອງ​ຍານ​ພາຫະນະ​ທີ່​ເຮັດໃຫ້​ເກີດ​ອາການ​ເມົາ ຫລັງ​ຈາກ​ໄດ້ຮັບ​ການ​ປິ່ນປົວ​ແລ້ວ ອາ​ສາ​ສະໝັກ​ລາຍ​ງານ​ວ່າ​ມີ​ອາການ​ປວດຫາກຫລຸດລົງ ແລະ​ຫາຍ​ຈາກ​ອາການ​ເມົາ​ໄວ​ຂຶ້ນ

ສາດສະ​ດາ​ຈານ​ໄມ​ເຄີນ ເກດ​ຕີ້ ແຫ່ງ​ອິມ​ພິ​ລຽນ​ຄອນ​ເລດ ນະຄອນຫລວງລອນ​ດອນ ນັກ​ວິ​ໄຈ​ຮ່ວມ​ແລະ​ຜູ້​ຊ່ຽວຊານ​ດ້ານ​ອາການ​ເມົາ​ເຜີຍ​ວ່າ “ບັນຫາ​ຂອງ​ວິທີ​ການ​ປິ່ນປົວ​ອາການ​ເມົາ​ລົດ​ເມົາ​ເຮືອ​ຄື​ປະ​ສິດ​ທິ​ພາບ​ຂອງ​ວິທີ​ນັ້ນໆ ຫາກວ່າ​ເປັນ​ໄລ​ຍະ​ທາງ​ສັ້ນໆ​ຫລື​ເປັນ​ຜູ້​ໂດຍ​ສານ​ຄົນ​ໜຶ່ງ​ຄືຊິ​ບໍ່​ມີປັນ​ຫາ​ຫຍັງ ແຕ່​ຫາກ​ເຈົ້າ​ເຮັດວຽກ​ຢູ່​ເທິງ​ເຮືອ​ແລ້ວ​ມີ​ອາການ​ເມົາ​ເຮືອ ເຈົ້າ​ຈະ​ເຮັດວຽກ​ໄດ້​ຢ່າງໃດ​”

“ເຮົາ​ຕື່ນ​ເຕັ້ນ​ກັບ​​ວິທີ​ການ​ປິ່ນປົວ​ໃໝ່​ນີ້ ທີ່​ຈະ​ຊ່ວຍ​ປ້ອງ​ກັນ​ການ​ເມົາ​ລົດ​ເມົາ​ເຮືອ​ໄດ້​ໂດຍ​ບໍ່​ມີ​ຜົນ​ຂ້າງ​ຄຽງ ປະໂຫຍດ​ຈາກ​ວິທີ​ນີ້​ກໍ​ຄື​ກັບ​ເຮົາ​ມີ​ຢາ​ປິ່ນປົວ​ອາການ​ເມົາ​ຕິດ​ຕົວ​ຢູ່​ທຸກ​ທີ່​ທີ່​ໄປ​ທ່ຽວ​ນັ້ນແຫລະ”

ທີມ​ວິ​ໄຈ​ກຳ​ລັງ​ເລີ່ມ​ເຈລະ​ຈາ​ກັບ​ພາກ​ອຸດສາຫະກຳ​ເພື່ອ​ພັດທະນາ​ອຸປະກອນ​ຂຶ້ນ​ ໂດຍ​ປະຈຸບັນ​ມີ​ຄວາມ​ສົນ​ໃຈ​ຈາກ​ທາງ​ການ​ທະຫານ​ເຂົ້າ​ມາ​ແລ້ວ

“ຈາກ​ການສຶກສາ​ອື່ນໆ ການ​ກະຕຸ້ນ​ສະໝອງ​ນັ້ນ​ຍັງ​ຊ່ວຍ​ເພີ່ມ​ສະ​ມາ​ທິ​ແລະ​ຄວາມ​ຕັ້ງ​ໃຈ​ໄດ້ ງານ​ວິ​ໄຈ​ນີ້​ຈຶ່ງ​ເປັນ​ທີ່​ສົນ​ໃຈ​ກັບ​ທາງ​ທະຫານ ແລະ​ເຮົາ​ກໍ​ຄິດວ່າ​ກຸ່ມ​ອື່ນໆ​ເຊັ່ນ​ນັກ​ຮຽນ​ແລະ​ຄົົນທີ່​ເຮັດວຽກ​ກັບ​ຄອມພິວເຕີ​ຕະຫລອດ​ເວລາ​ກໍ​ຢາກ​ຈະ​ເອົາ​ໄປ​ລອງ​”

“ກະ​ແສ​ໄຟ​ຟ້າ​ທີ່​ເຮົາ​ໃຊ້​ຂ້ອນ​ຂ້າງ​ນ້ອຍ​ແລະ​ບໍ່​ມີ​ເຫດຜົນ​ໃດ​ເລີຍ​ທີ່​ຈະ​ຄິດ​ເຖິງ​ເລື່ອງ​ຜົນ​ຂ້າງ​ຄຽງ​ຫາກ​ເຮົາ​ໃຊ້​ໃນ​ໄລ​ຍະ​ສັ້ນ”

 

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)