Homeຂ່າວຕ່າງປະເທດຍີ່ປຸ່ນປະເຊີນຝົນຕົກໜັກສຸດໃນຮອບ 50 ປີ ທາງການສັ່ງອົບພະຍົບປະຊາຊົນນັບແສນຄົນ!

ຍີ່ປຸ່ນປະເຊີນຝົນຕົກໜັກສຸດໃນຮອບ 50 ປີ ທາງການສັ່ງອົບພະຍົບປະຊາຊົນນັບແສນຄົນ!

Published on

JAPAN-WEATHER-RAIN-FLOOD

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 10 ກັນຍາຜ່ານມານີ້ວ່າ ຍີ່ປຸ່ນໄດ້ປະເຊີນກັບຝົນຕົກໜັກທີ່ສຸດໃນຮອບ 50 ປີ ຊຶ່ງເປັນຜົນມາຈາກພາຍຸເຂດຮ້ອນ ເອຕາວ ທີ່ກໍ່ໃຫ້ເກີດມີນ້ຳຖ້ວມຂຶ້ນສູງໃນຫລາຍພື້ນທີ່ຂອງປະເທດ ໂດຍບາງແຫ່ງນ້ຳຖ້ວມສູງຈຳອາຄານຊັ້ນທຳອິດ ແລະ ທາງການໄດ້ສັ່ງໃຫ້ອົບພະຍົບປະຊາຊົນກ່ວາແສນຄົນໄປສູ່ບ່ອນປອດໄພ ຊຶ່ງຫລ້າສຸດມີລາຍງານວ່າ ມີຜູ້ສູນຫາຍ 2 ຄົນ ແລະ ໄດ້ຮັບບາດເຈັບຢ່າງໜ້ອຍ 17 ຄົນ ຈາກເຫດນ້ຳຖ້ວມຄັ້ງນີ້ ໂດຍເບື້ອງຕົ້ນທາງການໄດ້ສົ່ງເຮລິຄັອບເຕີ້ທະຫານ 12 ລຳ ເພື່ອເຂົ້າຮ່ວມປະຕິບັດການກູ້ໄພ ພ້ອມດ້ວຍທະຫານຈຳນວນ 55 ຄົນ ເຂົ້າໃຫ້ການຊ່ວຍເຫລືອອົບພະຍົບປະຊາຊົນ.

A resident is rescued by a rescue helicopter at a residential area flooded by the Kinugawa river, caused by typhoon Etau, in Joso 

A resident is rescued by a member of the JSDF as they are lifted by a helicopter over a residential area flooded by the Kinugawa river, caused by typhoon Etau in Josoປະ

ບົດຄວາມຫຼ້າສຸດ

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...

ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ

ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ...

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...