HomeມູມໄອທີລາວApple TV ລຸ້ນ​​ໃໝ່ ສັ່ງ​ງານ​ດ້ວຍ Siri ແລະ ​ຣີ​ໂມດ​ດີ​ໄຊນ໌​ໃໝ່

Apple TV ລຸ້ນ​​ໃໝ່ ສັ່ງ​ງານ​ດ້ວຍ Siri ແລະ ​ຣີ​ໂມດ​ດີ​ໄຊນ໌​ໃໝ່

Published on

https://youtu.be/wGe66lSeSXg

ໄຮ​ໄລຕ໌​ຕົວ​ທີ່ 3 ຂອງ​ງານ Apple Event ເມື່ອ 9 ກັນຍາ ກໍ​ຄື​ການ​ເປີດ​ຕົວ  Apple TV ໂສມ​ໃໝ່ ຍົກລະດັບ​ໃຫ້​ມີ​ຄວາມ​ສາມາດ​ຫລາຍກວ່າ​ລຸ້ນ​ກ່ອນ​ຫລາຍ  ຊຶ່ງ  Apple TV ມີ​ການ​ປ່ຽນ​ແປງ​ເທື່ອ​ໃຫຍ່ ທັງ​ສະ​ເປກ ຕົວ​ຣີ​ໂມດ​ດີ​ໄຊນ໌​ໃໝ່ໜ້າ​ຕາ User Interface ແບບ​ໃໝ່ ຟັງຊັ່ນ​ໃໝ່​ໆ​ ທີ່​ເທື່ອ​ນີ້​ຈະ​ເນັ້ນ​ເລື່ອງ​ການ​ໂຫລດ​ແອັບ​ຜ່ານ​ທາງ  App Store , ການ​ສັ່ງ​ງານ​ດ້ວຍ Siri ການ​ຫລິ້ນ​ເກມ ແລະ​ຄວາມ​ບັນ​ເທີງ​ດ້ານ​ດົນຕີຣຜ່ານ​ທາງ  Apple Music 

new-apple-tv-20151

ຂໍ້​ມູ​ນສະ​ເປກ Apple TV ລຸ້ນ​​ໃໝ່

ໃຊ້​ຊິບ​ປະ​ມວນ​ຜົນ A8  64 ບິດ

Bluetooth 4.0

Wifi 802.11 AC with Mimo

IR receiver

ດ້ານ​ຫລັງ Apple TV ສຳລັບ​ສຽບ​ສາຍ​ໄຟ, HDMI, Ethernet

ສ່ວນ​ຣີ​ໂມດ​ໃໝ່​ນັ້ນ ຮອງ​ຮັບ​ສັ່ງ​ງານ​ດ້ວຍ Siri ແລະ​ ມີ Touch Surface ສຳລັບ​ການ​ເລື່ອນ​ຄວບ​ຄຸມ​ໜ້າ​ຈໍ

Bluetooth 4.0, ປຸ່ມ​ເລັ່ງ​ສຽງ, ການ​ຫລິ້ນ​ເກມ​ດ້ວຍ​ການ​ເຄື່ອນ​ໄຫວ​ທ່າ​ທາງ

ແບດ​ເຕີ​ຣີ່ຣີ​ໂມດ ໃຊ້​ໄດ້​ດົນ 3 ເດືອນ ຕໍ່​ການ​ຊາລ໌​ 1 ເທື່ອ

ລະບົບ​ປະຕິບັດການ​ໃໝ່ tvOS  ສຳລັບ Apple TV ລຸ້ນ​ໃໝ່​ນີ້​ໂດຍ​ສະເພາະ

new-apple-tv-2015-a

ສຳລັບ Apple TV ໂສມ​ໃໝ່​ນີ້ ສາມາດ​ສັ່ງ​ງານ​ຜ່ານ​ທາງ Siri ໃນ​ການ​ຄວບ​ຄຸມ​ການ​ຫລິ້ນ​ວີ​ດີ​ໂອ​ຕ່າງໆ ຕະຫລອດ​ຈົນ​ການ​ເປີດ​ແອັບ ຫລື​ ຄົ້ນ​ຫາ​ຂໍ້​ມູນ​ຄວາມ​ບັນ​ເທີງ ເທິງ Apple TV ໜ້າ​ຕາ UI ເປັນ​ແບບ​ໃໝ່​ໝົດ

ສາມາດ​ດາວໂຫລດ​ແອັບ​ຕິດ​ຕັ້ງ​ເພີ່ມ​ຜ່ານ​ທາງ  App Store ເທິງ  Apple TV

ສາມາດ​ຫລິ້ນ​ເກມ​ໄດ້​ ໂດຍ​ມີ​ບາງ​ເກມ​ທີ່​ສາມາດ​ຫລິ້ນ​ຫລາຍ​ຄົນ​ພ້ອມ​ກັນ

new-apple-tv-2105

ລາ​ຄາ Apple TV ລຸ້ນ​ໂສມ​ໃໝ່

32GB ລາ​ຄາ $ 149

64 GB ລາ​ຄາ $ 199

ບົດຄວາມຫຼ້າສຸດ

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...

ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ

ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ...

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...