spot_img
Homeຂ່າວພາຍ​ໃນເປີດກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍອາຊະຍາກຳຂ້າມຊາດຄັ້ງທີ 9

ເປີດກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍອາຊະຍາກຳຂ້າມຊາດຄັ້ງທີ 9

Published on

wed18sep5

ກອງປະຊຸມລັດຖະມົນຕີ ອາຊຽນວ່າດ້ວຍອາຊະຍາກຳ ຂ້າມຊາດຄັ້ງທີ 9 ໄດ້ໄຂຂຶ້ນ ຢ່າງເປັນທາງການໃນຕອນ ເຊົ້າຂອງວັັນທີ 17 ກັນຍາ 2013 ນີ້ ທີ່ໂຮງແຮມດອນຈັນ ພາເລດ ໂດຍການກ່າວເປີດ ພິທີຂອງພະນະທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນ ຕີແຫ່ງ ສປປ ລາວ, ມີບັນ ດາລັດຖະມົນຕີຮັບຜິດຊອບວຽກງານອາຊະຍາກຳຂ້າມ ຊາດຂອງປະເທດສະມາຊິກ ອາຊຽນ, ເລຂາທິການໃຫຍ່ ອາຊຽນ ແລະ ແຂກທີ່ຖືກ ເຊີນເຂົ້າຮ່ວມ.
ກອງປະຊຸມກອາຊຽນວ່າ ດ້ວຍອາຊະຍາກຳຂ້າມຊາດ ຄັ້ງທີ 9 ນີ້ ແມ່ນຈະໄດ້ປຶກສາ ຫາລືເຖິງແຜນການ ການຮ່ວມ ມືກັນຂອງອາຊຽນເພື່ອຕໍ່ຕ້ານ ອາຊະຍາກຳຂ້າມຊາດເປັນ ຕົ້ນແມ່ນການຄ້າຂາຍຢາເສບ ຕິດ ຜິດກົດຫມາຍ, ການຄ້າ ມະນຸດ, ການໂຈລະກຳທາງ  ທະເລ, ການຄ້າ-ຂາຍອາວຸດ ຜິດກົດໝາຍ,ການຟອກເງິນ, ການກໍ່ການຮ້າຍ, ອາຊະຍາ ກຳທາງເສດຖະກິດແລະອາ ຊະຍາກຳທາງຄອມພິວເຕີ ເຊິ່ງບັນຫາເຫລົ່ານີ້ລ້ວນແຕ່ ແມ່ນໜຶ່ງໃນບັນຫາທີ່ເປັນສິ່ງ ທ້າທາຍລະດັບໂລກເປັນໄພ ຂົ່ມຂູ່ຕໍ່ສັນຕິພາບ,ຄວາມສະ ຫງົບ ແລະ ສະຖຽນລະພາບ, ສົ່ງຜົນກະທົບຕໍ່ການພັດທະ ນາເສດຖະກິດ-ສັງຄົມໃນ ພາກພື້ນ ແລະ ໃນໂລກເຊິ່ງ ບໍ່ມີປະເທດໃດໃນໂລກທີ່ຈະ ສາມາດສະກັດກັ້ນແລະກຳ ຈັດໄດ້ໂດຍລຳພັງນອກຈາກ ການຮ່ວມມືກັນແລະຄວາມ ເປັນຈິດຫນຶ່ງໃຈດຽວຂອງ ພວກເຮົາຈິ່ງຈະສາມາດຕໍ່ ຕ້ານສິ່ງທ້າທາຍໃນອະນາ ຄົດນີ້ໄດ້ ແລະ ກອງປະຊຸມ ລັດຖະມົນຕີອາຊຽນວ່າດ້ວຍ ອາຊະຍາກຳຂ້າມຊາດຈະ ເປັນເວທີຫນຶ່ງໃນການປຶກ ສາຫາລື ແລະ ຮ່ວມມືກັນ ກັບບັນດາປະເທດຄູ່ເຈລະ ຈາເພື່ອປະກອບສ່ວນຮັດ ແຫນ້ນການຮ່ວມມືກັນຕ້ານ ອາຊະຍາກຳຂ້າມຊາດ, ເພື່ອ ບັນລຸເປົ້າຫມາຍດຽວກັນຄື ສ້າງ ແລະ ກ້າວສູ່ປະຊາຄົມ ເສດຖະກິດອາຊຽນໃນປີ 2015  ໃຫ້ມີຄວາມເຂັ້ມແຂງ, ສັງຄົມມີຄວາມສະຫງົບ, ມີ ຄວາມຫມັ້ນຄົງທາງດ້ານການ ເມືອງ, ເສດຖະກິດ-ສັງຄົມ, ພາກພື້ນອາຊຽນມີສັນຕິພາບ ແລະ ສະຖຽນລະພາບຢ່າງ ແທ້ຈິງ.
ສຳລັບ ສປປ ລາວ ແມ່ນ ຈະໄດ້ສືບຕໍ່ປະຕິບັດພັນທະ ຂອງປະເທດສະມາຊິກອາ ຊຽນດ້ວຍຄວາມຮັບຜິດຊອບ  ແລະ ຫ້າວຫັນ.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດພະເທບ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ. ໃນຕອນບ່າຍຂອງວັນທີ 22 ເມສາ 2025,...

ນັກທ່ອງທ່ຽວຕ່າງຊາດທີ່ຈະເດີນທາງເຂົ້າໄທ ດ້ວຍພາສປອດຕ້ອງໄດ້ຂຽນຟອມອອນລາຍ ເລີ່ມ 1 ພຶດສະພານີ້

ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ (ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ຈະເດີນທາງໄປປະເທດໄທ ຕ້ອງໄດ້ເຂົ້າຕື່ມແບບຟອມ (TDAC) ລິ້ງ https://tdac.immigration.go.th/arrival-card/#/home ທາງອອນລາຍ...

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...