ການປັກດຳເຂົ້ານາປີປີນີ້ສຳເລັດແລ້ວ 95%

 farmer

ກະຊວງ​ກະສິກຳ​ ແລະ​ ປ່າ​ໄມ້​ໃຫ້​ຮູ້​ວ່າ: ການ​ຜະລິດ​ເຂົ້ານາ​ປີ​ຂອງ​ປະ​ເທດ​ເຮົາ​ໃນ​ປີ​ນີ້ເຖິງວ່າ ຈະມີຄວາມຫຼ້າຊ້າກວ່າລະດູການຍ້ອນຝົນມາຊ້າ, ແຕ່ມາ​ຮອດ​ທ້າຍເດືອນສິງຫານີ້ ທົ່ວ​ປະ​ເທດ​ສາມາດ​ປັກດຳໄດ້​​ແລ້ວ​ຫຼາຍ​ກວ່າ 748 ພັນເຮັກຕາ, ​ເທົ່າ​ກັບ 95%, ຂອງ​ເນື້ອ​ທີ່​ແຜນການ 787.580 ເຮ​ັກຕາ,​ ໃນ​ນັ້ນພາກເໜືອປະຕິບັດໄດ້ 96%,ພາກກາງ 95%, ພາກໃຕ້ 94%, ສ່ວນແຂວງທີ່ປັກດຳສຳເລັດ 100% ມີ: ຫຼວງນ້ຳທາ, ໃນເນື້ອທີ່ 11.228ເຮັກຕາ, ອຸດົມໄຊ  15.264 ເຮັກຕາ, ແຂວງວຽງຈັນ 53 ພັນ ເຮັກຕາ ແລະ ສະຫວັນນະເຂດ 182.244 ທຽບ​ໃສ່​​ປີຜ່ານມາ​​ເຫັນ​ວ່າການ​ຜະລິດນາປີປີນີ້ຍັງຢູ່ໃນເກນປົກກະຕິດີ ແລະ ຄາດຈະສຳເລັດສົມບູນກາງ ເດືອນກັນຍານີ້ເຊັນດຽວກັບປີຜ່ານມາ ແລະ ຄາດວ່າຈະສຳເລັດ ຕາມເນືອທີ່ແຜນການທີ່ວາງໄວ້ຂະນະທີ່ຂະແໜງກະສິກຳກໍໄດ້ນຳສົ່ງພະນັກງນວິຊາການຂອງຕົນລົງຊ່ວຍ ແລະ ໃຫ້ຄວາມຮູ້ແກ່ກະສິກອນໃນການດ້ານການຕ້ານແລ້ງ, ຕ້ານຖ້ວມ ແລະການບົວລະບັດຮັກສາ, ເພື່ອສາມາດຍົກສະມັດຕະພາບການຜະລິດໃຫ້ສູງຂຶ້ນ, ຂະນະດຽວກັນນັ້ນກໍສຸມໃສ່ຊຸກຍູ້ກະສິກອນໃນເຂດທີ່ປັກດຳບບໍ່ທັນແລ້ວໃຫ້ໄດ້ດຳເນີນໄປທວງທັນການລະດູການ.

ກະຊວງກິສິກຳໃຫ້ຮູ້ອີກວ່າ: ສຳລັບການປູກພືດລະດູຝົນປີນີ້ກໍດຳເນີນໄປຢ່າງເປັນຂະບວນຟົດຟື້ນ, ມາຮອດວັນທີ 31 ສິງຫານີ້ກະສິກອນທົ່ວປະເທດສາມາດປູກພືດຊະນິດຕ່າງໆ ໄດ້ແລ້ວຫຼາຍ ກວ່າ 61 % ຂອງເນື້ອທີ່ແຜນການ, ສ່ວນພືດທີ່ນິຍົມກັນປູກ ຫຼາຍໃນປີນີ້ກໍຍັງແມ່ນ: ສາລີ, ມັນຕົ້ນ, ໝາກໂມ, ພືດຕະກຸນຖົ່ວ ແລະ ພືດຜັກຕ່າງ ແລະ ສັງເກດ ເຫັນວ່າການປູກຜັກໜູນວຽນຂອງກະສິກອນປະເທດເຮົາແມ່ນສາມາດຕອບສະໜອງຄວາມຮຽກ ຮ້ອງຕ້ອງການຂອງຕະຫຼາດພາຍໃນໄດ້ເປັນຢ່າງດີ,ໂດຍສະເພາະປະເພດພືດຜັກຕ່າງໆ.

ຂ່າວຈາກ:
7892