spot_img
HomeມູມໄອທີລາວGoogle Docs ອັບເດດໃໝ່ ສັ່ງພິມຂໍ້ຄວາມດ້ວຍສຽງໄດ້ແລ້ວ

Google Docs ອັບເດດໃໝ່ ສັ່ງພິມຂໍ້ຄວາມດ້ວຍສຽງໄດ້ແລ້ວ

Published on

Google Docs ອັບເດດໃໝ່

ເມື່ອ​ວັນທີ່ 3 ກັນຍາ 2015  Google Docs ໄດ້​ອັບ​ເດດ​ເພີ່ມ​ຟັງຊັ່ນ​ໃໝ່​ແບບ​ຈັດ​ເຕັມ​ຫລາຍ​ຟັງຊັ່ນ​ນຳກັນ ຊຶ່ງ​ທີ່​ເດັ່ນ​ແລະ​ໜ້າ​ສົນ​ໃຈ​ທີ່ສຸດ​ກໍ​ຄື​ຟັງຊັ່ນ Voice Typing ທີ່​ສາມາດ​ສັ່ງ​ໃຫ້ Google Docs ພິມ​ຂໍ້ຄວາມ​ຈາກ​ສຽງ​ເວົ້າ​ໄດ້ ໂດຍ​ລາຍ​ລະອຽດ​ຂອງ​ຟັງຊັ່ນ​ຕ່າງໆ ມີ​ດັ່ງ​ນີ້
Research
ຄົ້ນ​ຫາ​ຂໍ້​ມູນ​ໄດ້​ໃນ  Google Docs ໂດຍ​ບໍ່​ຈຳ​ເປັນ​ຕ້ອງ​ເປີດ​ໜ້າ​ເວັບ Google ຜ່ານ​ບ​ຣາວ​ເຊີ ພ້ອມ​ທັງ​ສາມາດ​ນຳ​ລິ້ງ ​ຫລື​ ຮູບ​ພາບ​ມາ​ໃສ່​ໃນ​ເອກະສານ​ໄດ້​ທັນ​ທີ
Voice Typing
ສັ່ງ​ໃຫ້  Google Docs ພິມ​ດ້ວຍ​ສຽງ​ເວົ້າ ຢາກ​ໃຫ້​ພິມ​ຫຍັງ​ກໍ​ພຽງ​ເວົ້າ​ໃສ່​ໄມ ບໍ່​ຈຳ​ເປັນ​ຕ້ອງ​ຈັບ​ຄີ​ບອດເລີຍ
Change Logs
ເບິ່ງ​ປະຫວັດ​ການ​ແກ້ໄຂ​ເອກະສານ​ວ່າ​ຈຸດ​ໃດ​ແກ້​ໂດຍ​ໃຜ​ນຳ ພຽງ​ແຕ່​ເອົາ​ເມົ້າ​​ຊີ້​ໄປ​ທີ່​ໄຮ​ໄລ້ (ຈຸດ​ທີ່​ຫາກໍ່​ຖືກ​ແກ້​ໄຂ) ກໍ​ຈະ​ປາກົດ​ຊື່​ຄົົນທີ່​ແກ້​ໄຂ​ທັນ​ທີ

Google Docs ອັບເດດໃໝ່
Forms
ເລືອກ​ທີມ​ສວຍງາມ ໃຫ້​ອັດ​ຕະໂນມັດໃນ​ການສ້າງ​ແບບ​ຟອ​ມ​ແບບ​ສອບ​ຖາມ ບໍ່​ຕ້ອງ​ຢ້ານ​ວ່າ​ຈະ​ເບິ່ງ​ບໍ່​ງາມ​ອີກ​ຕໍ່ໄປ

Google Docs ອັບເດດໃໝ່
Templates
ເພີ່ມ​ດີ​ໄຊນ໌ Templates ໃຫ້​ເລືອກ​ໃຊ້​ກັບ Docs, Sheets ແລະ Slides ໄດ້​ຫລວງຫລາຍ

Google Docs ອັບເດດໃໝ່
Explore
ສະແດງ​ສິ​ຖິ​ຕິ​ໂດຍ​ລວມ​ທັງ​ໝົດ​ຂອງ Sheet ນັ້ນໆ ອັດຕະ​ໂນ​ມັດ ສາມາດ​ເຮັດ​ໄຮ​ໄລ້​ໃຫ້​ສະແດງ​ສະເພາະ​ສິ​ຖິ​ຕິ​ຂອງ​ບາງ​ສ່ວນ​ໃນ Sheet ໄດ້

 

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...