ໂນໂມໂຟເບຍ ພະຍາດຢ້ານບໍ່ມີໂທລະສັບ

chatonbed1

ປະຈຸບັນ​ມື​ຖື​ແບ​ຣນ​ສມາລ​​ໂຟນ​ເປັນ​ສິ່ງ​ທີ່​ຈຳ​ເປັນ​ໃນ​ການ​ດຳ​ເນີນ​ຊີວິດຊຶ່ງ​ຫລາຍ​ຄົນ​ເກີດ​ອາການ​ຕິດ​ໂທລະ​ສັບ​ຫລາຍ​ເກີນ​ໄປຈົນ​ເປັນ​ອາການ​​ໃໝ່​ທີ່​ນັກ​ວິ​ຊາ​ການ​ດ້ານ​ສຸຂະ​ພາບຈິດ​ທີ່ເອີ້ນວ່າ “ໂນ​ໂມ​ໂຟ​ເບຍ

ຊຶ່ງ​ມີ​ອາການ​ເລີ່ມ​​ດັ່ງນີ້

1.ຕື່ນ​ມາ​ຄວ້າ​ໂທລະ​ສັບ,2.ພົກ​ໂທລະ​ສັບ​ເຂົ້າ​ຫ້ອງ​ນ້ຳ,3.ໂທລະ​ສັບ​ຕ້ອງ​ໃກ້​ໂຕ​ສະເໝີ, 4.ລົດ​ຕິດ​ຈັບ​ໂທລະ​ສັບ,5.ວ່າງ​ເມື່ອ​ໃດຈັບໂທລະ​ມາ​ຫລິ້ນ,6.ຫລັບ​ໄປ​ພ້ອມ​ກັນ,7.ມອງ​ໂທລະ​ສັບ​ເລື້ອຍໆ,8.ແບດ​ເຕີ​ລີເຕັມ​ສະເໝີ,9.ຂາດ​ແລ້ວ​ກະ​ວົນ​ກະ​ວາຍ,10.ເມື່ອ​ລືມ​ໂທລະ​ສັບ​ຕ້ອງ​ຮີບ​ກັບ​ໄປ​ເອົາ

ຈະ​ເຫັນ​ໄດ້​ວ່າ​ຫລາຍ​ຄົນ​ເລີ່ມ​ມີ​ອາການ“ໂນ​ໂມ​ໂຟ​ເບຍ”(nomophobia) ຫລື ພະຍາດ​ຢ້ານ​ການ​ບໍ່​ມີ​ໂທລະ​ສັບ​ໃຊ້​ວຽກກຳ​ລັງ​ພົບ​ຫລາຍ​ໃນ​ປະຈຸບັນຊຶ່ງ​ຄົົນທີ່​ເປັນ​ຈະ​ຮູ້ສຶກ​ກັງ​ວົນ​ໃຈຫລື​ເຖິງ​ຂັ້ນ​ກະ​ວົນກະວາຍເມື່ອ​ໂທລະ​ສັບ​ແບດ​ເຕີ​ລີ​ໝົດຫລື​ບໍ່ມີ​ສັນຍາ​ນການ​ປ່ອຍ​ຕົນ​ເອງ​ໃຫ້​ມີ​ອາການ​ໂນ​ໂມ​ໂຟ​ເບຍ​ໄປ​ເລື່ອຍ​ໆຈະ​ສົ່ງ​ຜົນ​ກະທົບ3 ຢ່າງນຳກັນຄື

1.ທາງ​ຈິດ​ໃຈທີ່​ລົບກວນ​ການ​ການ​ຮຽນແລະ​ການເຮັດວຽກງານບໍ່​ມີສະ​ມາ​ທິເພາະ​ມົວ​ແຕ່​ຈົດ​ຈໍ່​ກັບ​ໂທລະ​ສັບຫລື​ຫງຸດ​ຫງິດ​ເມື່ອ​ບໍ່​ໄດ້ລວມ​ເຖິງ​ການ​ຫລັບ​ໄປ​ພ້ອມ​ໂຊ​ສັບ​ມື​ຖືທີ່​ສະຫມອງ​ຍັງ​ຄົງ​ຈົດ​ຈໍ່ຂ່າວ​ສານ​ທີ່​ໄດ້ຮັບເຮັດໃຫ້​ຂ່າວ​ສານ​ໄຫລ​ເຂົ້າ​ຕົນ​ເອງ​ຕະຫລອດ​ເວລາຈົນ​ເກີດ​ຄວາມ​ລ້າ​ຂອງ​ສະຫມອງ

2.ທາງ​ຮ່າງ​ກາຍເຊັ່ນ:ທາງ​ສາຍ​ຕາ ໂດຍ​ສະເພາະ​ການ​ໃຊ້​ໂທລະ​ສັບ​ໃນ​ບ່ອນ​ທີ່​ມີ​ແສງ​ນ້ອຍຊຶ່ງ​ຈະ​ເປັນ​ອັນຕະລາຍ​ຕໍ່​ດວງ​ຕາຫລື​ການ​ໃຊ້​ໂທລະ​ສັບ​ໃນ​ທ່າ​ເກົ່າ​ດົນ​ໆກໍ​ຈະ​ມີ​ຜົນ​ຕໍ່​ລະບົບ​ກ້າມ​ຊີ້ນ

3.ທາງ​ສັງ​ຄົມບາງເທື່ອ​ການ​ຕິດ​ຢູ່​ກັບ​ໂລກ​ໂຊ​ຊຽວຈົນ​ລະ​ເລີຍ​ທີ່​ຈະ​ປະຕິ​ສຳພັນ​ກັບ​ຄົນ​ຮອບ​ຂ້າງ

ສ່ວນ​ພະຍາດ​ທີ່​ພົບ​ເລື້ອຍ​ໆໃນ​ກຸ່ມ​ຜູ້​ຕິດ​ໂທລະ​ສັບ​ທີ​ຢູ່5ພະຍາດຄືນິ້ວ​ລັອກ,ອາການ​ທາງ​ສາຍ​ຕາ,ປວດ​ເມື່ອຍ​ຄໍ,ບ່າ,ໄຫລ່ ໝອນ​ຮອງ​ກະດູກ​ເສື່ອມ​ກ່ອນ​ໄວ​ອັນ​ຄວນແລະ​ພະຍາດ​ຕຸ້ຍ