spot_img
Homeຂ່າວຕ່າງປະເທດມຽນມາ ເປີດຖ້ຽວບິນສາກົນຄືນໃໝ່ ຫລັງປິດໃຫ້ບໍລິການໄດ້ 20 ກ່ວາປີ!

ມຽນມາ ເປີດຖ້ຽວບິນສາກົນຄືນໃໝ່ ຫລັງປິດໃຫ້ບໍລິການໄດ້ 20 ກ່ວາປີ!

Published on

400.maivvv

ຂປລ. ຕາມ​ຂ່າວ​ຕ່າງປະ​ເທດ, ບໍລິສັດ ​ສາຍການບິນ ​ສາກົນ ມຽນມາ ​ຈະເປີດຖ້ຽວບິນ ສາກົນ​ຄືນ​ໃໝ່ ໃນຕົ້ນ​ປີ 2016 ​ລະຫວ່າງ ຖ້ຽວບິນແຕ່ ​ເມືອງ ຢານກອນ ຫາ ສິງກະ​ໂປ, ພ້ອມ​ກັບ​ ເຂດ​ບໍລິຫານ​ພິ​ເສດ ​ຮົງ​ກົງ(ຈີນ)​ແລະ​ ອານາ​ເຂດ​ໄຕ້​ຫວັນ ຂອງຈີນ ຫລັງ​ຈາກປິດໃຫ້ບໍລິການ ປະມານ 20 ກວ່າ ປີແລ້ວ. ການເປີດບໍລິການຄືນໃໝ່ຄັ້ງນີ້ ຈະໃຫ້ບໍລິການ​6 ຖ້ຽວ​ບິນ​ຕໍ່ ອາທິດ ລະຫວ່າງ ເມືອງ ຢານກອນ ຫາ ສິງກະ​ໂປ. ຂະນະນີ້ ບໍລິສັດ ສາຍ​ການບິນ​ດັ່ງກ່າວ ຍັງໄດ້​ສັ່ງຊື້​ເຮືອບິນໂບອິງ ​ເພີ່ມ​ອີກ 10 ລຳ ແຕ່ນີ້ຮອດ​ປີ 2020 ແລະ ຄາດວ່າ​ປີ​ນີ້​ ຈະ​ມີຜູ້ໂດຍສານ ມາໃຊ້ບໍລິການ​ເພີ່ມຂຶ້ນ​ເກືອບ 30% ທຽບ​ໃສ່ ​ປີ​ກາຍ ​ເພີ່ມ​ຂຶ້ນ​ປະມານ 4,5 ລ້ານ​ເທື່ອ​ຄົນ.

 

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...

ຍອດຜູ້ເສຍຊີວິດທະລຸ 1,400 ຄົນ ຈາກເຫດແຜ່ນດິນໄຫວໃນອັບການິສຖານ

ອັບເດດຍອດຜູ້ເສຍຊີວິດຈາກເຫດການແຜ່ນດິນໄຫວໃນອັບການິສຖານ ຄວາມຮຸນແຮງ 6.0 ຣິກເຕີ ຫຼ້າສຸດມີລາຍງານການເສຍຊີວິດເພີ່ມຂຶ້ນເປັນ 1,400 ຄົນ ແລະ ບາດເຈັບອີກຫຼາຍພັນຄົນ. ອີງຕາມສຳນັກຂ່າວຮອຍເຕີລາຍງານໃນວັນທີ 2 ກັນຍາ 2025, ກ່ຽວກັບເຫດການແຜ່ນດິນໄຫວໃນອັບການິສຖານ ເຮັດໃຫ້ມີຍອດຜູ້ເສຍຊີວິດເພີ່ມຂຶ້ນເປັນ...

ຫວຽດນາມ ຈັດພິທີສະຫລອງ 80 ປີ ການປະຕິວັດເດືອນສິງຫາ ແລະ ວັນຊາດ.

ສະເຫຼີມສະຫຼອງຢ່າງຍິ່ງໃຫຍ່! ປະທານປະເທດແຫ່ງ ສປປ ລາວ ເຂົ້າຮ່ວມ ພິທີສະເຫລີມສະຫລອງ 80 ປີ ການປະຕິວັດເດືອນສິງຫາທີ່ສຳເລັດຜົນ ແລະ ວັນຊາດ ສສ ຫວຽດນາມ. ໃນເຊົ້າວັນທີ 2...