spot_img
Homeຂ່າວຕ່າງປະເທດເກີິດເຫດລະເບີດໃຈກາງກຸງເທບ ເສຍຊີວິດຢ່າງໜ້ອຍ 2 ຄົນ ບາດເຈັບອີກຫລາຍລາຍ!

ເກີິດເຫດລະເບີດໃຈກາງກຸງເທບ ເສຍຊີວິດຢ່າງໜ້ອຍ 2 ຄົນ ບາດເຈັບອີກຫລາຍລາຍ!

Published on

558000009648210

ສຳນັກຂ່າວຜູ້ຈັດການອອນລາຍນ໌ຂອງໄທ ລາຍງານວ່າ ເມື່ອເວລາ 19:00 ໂມງ ຂອງມື້ນີ້ (17 ສິງຫາ) ໄດ້ເກີດເຫດລະເບີດຢູ່ບໍລິເວນສີ່ແຍກຣາຊະປະສົງ ໃຈກາງນະຄອນຫລວງບາງກອກ ປະເທດໄທ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 2 ຄົນ ແລະ ບາດເຈັບອີກປະມານ 30 ກ່ວາຄົນ ລວມທັງມີລົດເສຍຫາຍອີກຫລາຍກ່ວາ 30 ຄັນ ຕຶກອາຄານທີ່ຢູ່ໃກ້ຄຽງກໍໄດ້ຮັບຄວາມເສຍຫາຍ ໂດຍເຈົ້າໜ້າທີ່ທະຫານ ແລະ ຕຳຫລວດ ໄດ້ເຂົ້າກວດສອບບ່ອນເກີດເຫດພົບວ່າ ມີວັດຖຸຕ້ອງສົງໃສທີ່ເປັນຖົງສີດຳ ຊຶ່ງອາດແມ່ນວັດຖຸລະເບີດ ໂດຍເບື້ອງຕົ້ນແມ່ນເຈົ້າໜ້າທີ່ໄດ້ທຳການປິດການສັນຈອນ ແລະ ຫ້າມຜູ້ຄົນເຂົ້າໄປໃນບໍລິເວນດັ່ງກ່າວ ເພື່ອທຳການເກັບກູ້ວັດຖຸຕ້ອງສົງໃສດັ່ງກ່າວແລ້ວ.

558000009648208 558000009648209  558000009648211

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...